尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຂອງ​ຕົນ​ທີ່​ມີ​ຕໍ່ສາ​ກົນໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ​ທັງ​ຮັກ​ສາ​ສຸ​ຂະ​ພາບແລະ​ຄວາມ​ປອດ​ໄພ​ຂອງມວນ​ມະ​ນຸດ​ຢ່າງ​ຕັ້ງ​ໜ້າ

2021-10-22 16:11:37 cri

ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຂອງ​ຕົນ​ທີ່​ມີ​ຕໍ່ສາ​ກົນໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ​ທັງ​ຮັກ​ສາ​ສຸ​ຂະ​ພາບແລະ​ຄວາມ​ປອດ​ໄພ​ຂອງມວນ​ມະ​ນຸດ​ຢ່າງ​ຕັ້ງ​ໜ້າ_fororder_e850352ac65c1038a5a75ee0e50bfc15b17e89dc

     ​ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜູນມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ຫຼຸດ​ອັດ​ຕາ​ອາ​ການ​ໜັກແລະ​ການ​ເສຍ​ຊີ​ວິດ​ຈາກ​ການ​ເປັນ​ພະ​ຍາດ​ໃຫ້​ໜ້ອຍ​ລົງ, ຈີນ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ວຽກ​ງານ​ສັກ​ວັກ​ຊີນ​ໂຄວິດ-19 ຢູ່​ແຫ່ງ​ຕ່າງໆ​​ໃນທົ່ວ​ປະ​ເທດ​ມາ​ໂດຍ​ຕະ​ຫຼອດ. ຫວ່າງ​ມໍ່ໆ​ມາ​ນີ້, ​ໃນ​ຈຳ​ນວນ​ກຸ່ມ​ຄົນ​ທີ່​ເຮັດ​ວຽກ​ຢູ່​ບ່ອນ​ມີ​ຄວາມ​ສ່ຽງ​ສູງ​ໃນ​ຂະ​ແໜງ​ການ​ຈຸດ​ສຸມ​ຢູ່​ແຫ່ງ​ຕ່າງໆ​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຄົບ 6 ເດືອນ​ແລ້ວ, ​ກໍ່​ໄດ້​ເລີ່ມ​ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ​ສາມ​ຕາມໆ​ກັນ.

      ເນື່ອງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ໃນ​ໂລກ​ ປັດ​ຈຸ​ບັນຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ຄື​ເກົ່າ, ພະ​ຍາດ​ໂຄວິດ-19 ​ກາຍ​ພັນ​ໄດ້ແຜ່​ລະ​ບາດ​​ໄວ​ຂຶ້ນ ໄດ້​ເຮັດ​ໃຫ້​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້​ຮັບ​ຄວາມ​ກົດ​ດັນຢ່າງ​ຕໍ່​ເນື່ອງ, ​ສະ​ນັ້ນວັກ​ຊີນ​ໂຄວິດ-19 ​ຈຶ່ງ​ມີ​ບົດ​ບາດ​ສຳ​ຄັນຫຼາຍ. ອີງ​ຕາມ​ຜົນ​ການ​ຄົ້ນ​ຄວ້າ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ສະ​ແດງ​ໃຫ້​ເຫັນ​ວ່າ: ວັກ​ຊີນ​ໂຄວິດ-19 ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​​ອັນ​ໃຫຍ່​ຫຼວງ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ຕິດ​ເຊື້ອ​ແລະ​ຫຼຸດ​ອັດ​ຕາ​ການ​ເປັນ​ພະ​ຍາ​ດ. ແຕ່​ວ່າ, ຫຼັງ​ຈາກ​ສັກ​ວັກ​ຊີນ​ແລ້ວ,​ເມື່ອ​ເວ​ລາຜ່ານ​ໄປ​ໄດ້​ໄລ​ຍະ​ໃດ​ໜຶ່ງ, ແຮງ​ຕ້ານ​​ທານ​ຂອງ​ບາງ​ຄົນ​ໄດ້​ຫຼຸດ​ລົງ,ປະ​ສິດ​ທິ​ຜົນ​ດ້ານ​ການ​ປ້ອງ​ກັນ​ພະ​ຍາດ​ກໍ່​ໄດ້​​ຫຼຸດ​ລົງ. ແຕ່​ວ່າ, ​ຫາກວ່າ​ສັກ​ວັກ​ຊີນ​ສອງ​ເຂັມ​ແລ້ວ​​ແລະ​ໄປສັກ​ເຂັມ​ທີ​ສາມ​​ອີກ​ກໍ່ຈະ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​​ທີ່​ດີ. ຫຼັງ​ຈາກ​ສັກ​ເຂັມ​ທີ​ສາມ​ແລ້ວ, ການ​ປ້ອງ​ກັນຈາກ​ສານ​ຕ້ານ​ທານໃຫ້​ວັກ​ຊີນແລະ​ລະ​ດັບ​ສານ​ຕ້ານ​ທານ​ສັງ​ລວມ​ໃນ​ຮ່າງ​ກາຍ​​ຈະ​ຍົກ​ສູງຂຶ້ນ​ຫຼາຍ​ເທົ່າ​​ຫຼື​ຫຼາຍ​ສິບ​ເທົ່າ,​ໃນ​ຂະ​ນະ​ດຽວ​ກັນປະ​ສິດ​ທິ​ຜົນ​ຂອງວັກ​ຊີນ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ເດວ​ຕາ,ເບ​ຕາ​ແລະ​ອື່ນໆ, ການ​ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ 3 ຈະ​ມີ​ປະ​ສິດ​ທິ​ຜົນ​ດ້ານ​ການ​ປ້ອງ​ກັນ​ພະ​ຍາດ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.
ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຂອງ​ຕົນ​ທີ່​ມີ​ຕໍ່ສາ​ກົນໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ​ທັງ​ຮັກ​ສາ​ສຸ​ຂະ​ພາບແລະ​ຄວາມ​ປອດ​ໄພ​ຂອງມວນ​ມະ​ນຸດ​ຢ່າງ​ຕັ້ງ​ໜ້າ_fororder_c75c10385343fbf27292b3ea8504848967388fc4

      ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສ້າງ​​ຮົ້ວ​ເຫຼັກ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໂດ​ຍ​ຜ່ານ​ການ​ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ 3.

​ໃນຂະ​ນະ​ດຽວ​ກັນ, ຈີນ​ກໍ່​ຍັງ​ສືບ​ຕໍ່​ສະ​ໜອງວັກ​ຊີ​ນ​ໂຄວິດ-19 ໃຫ້​ແກ່​ປະ​ເທດ​ອື່ນໆ. ເດືອນ​ກັນ​ຍາ​ປີ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວໃນ​ກອງ​ປະ​ຊຸມ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊຸດ​ທີ 76 ໂດຍໄດ້​​ເນັ້ນ​ໜັກ​ໃຫ້​ວັກ​ຊີນ​ໂຄວິດ-19 ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ,ເພື່ອ​ຮັບ​ປະ​ກັນ​ການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ​ຢ່າງ​ຍຸດ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ; ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ໄດ້​ກ່າວ​ເນັ້ນວ່າ​ຈີນ​ຈະ​ພະ​ຍາ​ຍາມ​ສະ​ໜອງວັກ​ຊີນ​ໂຄວິດ-19 ທັງ​ໝົດ 2 ຕື້​ຫຼອດ​ໃຫ້​ກັບ​ຕ່າງ​ປະ​ເທດ​​ພາຍ​ໃນ​ໝົດ​ປີ​ນີ້,ພ້ອມ​ທັງ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ລ້າວັກ​ຊີນ​ໂຄວິດ-19 ​ອີກ 100 ລ້ານ​ຫຼອດ​​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ປີ​ນີ້​ບົນ​ພື້ນ​ຖານ​ການ​ບໍ​ລິ​ຈາກ​ເງິນ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ກັບ​ແຜນ​​ດຳ​ເນີນ​ງານ​ ວັກ​ຊີນ​ໂຄວິດ-19.
ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຂອງ​ຕົນ​ທີ່​ມີ​ຕໍ່ສາ​ກົນໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ​ທັງ​ຮັກ​ສາ​ສຸ​ຂະ​ພາບແລະ​ຄວາມ​ປອດ​ໄພ​ຂອງມວນ​ມະ​ນຸດ​ຢ່າງ​ຕັ້ງ​ໜ້າ_fororder_8b82b9014a90f6031827b7931768fd12b251edd6

      ນັບ​ມາ​ຮອດ​ວັນ​ທີ 17 ຕຸ​ລາ​ນີ້, ຈີນ​ໄດ້​ສະ​ໜອງວັກ​ຊີນ​ໂຄວິດ-19 ຫຼາຍກວ່າ 1,5 ຕື້​ຫຼອດ​ໃຫ້​ແກ່ 100 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ວັນ​ທີ 13 ຕຸ​ລາ​ນີ້, ຢູ່​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ​ທີ່​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ປະ​ເທດລາວ, ທ່ານ ຈ່ຽງ​ໄຈ້​ຕົ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ​ຈີນມອບ​ວັກ​ຊີນ​ໂຄວິດ-19 ທັງ​ໝົດ 1 ລ້ານ​ຫຼອດ​ເຊິ່ງ​ເປັນ​ງວດ​ທີ 6 ແລ້ວ​ທີ່​ຈີນ​ຊ່ວຍ​ເຫຼືອ​ລັດ​ຖະ​ບານ​ລາວ​ພ້ອມ​ທັງ​ກ່າວ​ວ່າ: ຈີນ​ແລະ​ລາວ​ແມ່ນ​ຄູ່​ຮ່ວມ​ຊາ​ຕາ​ກຳ,ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​ສືບ​ຕໍ່​ຖື​ເອົາການ​ຊ່ວຍ​ເຫຼືອ​ ​ຕ້ານ​​ພະ​ຍາດ​ໂຄວິດ-19 ໃນ​ປະ​ເທດລາວ​ເປັນ​ບຸ​ລິ​ມະ​ສິດ, ​ຈະສຸມ​ທຸກ​ກຳ​ລັງ​ເພື່ອ​​ໃຫ້​ການຊ່ວຍ​ເຫຼືອ​​ລ້າວັກ​ຊີນ​ໂຄວິດ-19 ​ແກ່​ປະ​ເທດ​ລາວ​ທັງ​ໝົດ 6,8 ລ້ານ​ຫຼອດ​ພາຍ​ໃນ​ປີ​ນີ້, ​ຈະ​ສະ​ໜັບ​ສະ​ໜູນ​ລາວ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການສັກ​ວັກ​ຊີນ​ໂຄວິດ-19 ໃນ​ປີ​ນີ້​ໃຫ້​ເກີນ​ຄາດ​ໝາຍ,​ເພື່ອ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ.
ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຂອງ​ຕົນ​ທີ່​ມີ​ຕໍ່ສາ​ກົນໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ​ທັງ​ຮັກ​ສາ​ສຸ​ຂະ​ພາບແລະ​ຄວາມ​ປອດ​ໄພ​ຂອງມວນ​ມະ​ນຸດ​ຢ່າງ​ຕັ້ງ​ໜ້າ_fororder_38dbb6fd5266d0165e3eac41a6519a0e35fa3532

     ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ຢູ່​ໃນ​ໂລກ,ການ​ເອົາ​ຊະ​ນະ​ໃນ​ບັ້ນ​ຮົບຕ້ານການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແມ່ນ​ຄວາມ​ມຸ່ງ​ຫວັງ​​ອັນ​ຮີບ​ດ່ວນ​ຂອງ​ປະ​ຊາ​ຊົນບັນ​ດາ​ປະ​ເທດ. ​ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ຕໍ່​ສູ້​ທີ່​ຂ້ຽວ​ຂາດ​ແລະ​ສຳ​ຄັນ​ທີ່​ພົວ​ພັນ​ເຖິງ​ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ໃນ​ປັດ​ຈຸ​ບັນ​ນີ້, ຈີນ​ໄດ້​ດຳ​ເນີນ​ການ​ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ 3 ຢູ່​ພາຍ​ໃນ​ປະ​ເທດ,ພ້ອມ​ທັງ​​ໄດ້​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ຢ່າງ​ຕັ້ງ​ໜ້າ​ໃນ​ການຊ່ວຍ​ເຫຼືອວັກ​ຊີນ​ໂຄວິດ-19 ໃຫ້​ກັບ​ຕ່າງ​ປະ​ເທດ. ຈີນ​ພວມ​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຂອງ​ຕົນທີ່​ມີ​ຕໍ່​ສາ​ກົນ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ​ທັງ​ຊ່ວຍຮັກ​ສາ​ສຸ​ຂະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງມວນ​ມະ​ນຸດ​ຢ່າງ​ຕັ້ງ​ໜ້າ.

ຄຳ​ເຫັນ

0