覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມໝາຍດ້ານຍຸດທະສາດຂອງພືດດິນເຄັມ

2021-10-22 18:03:39 cri

ຄວາມໝາຍດ້ານຍຸດທະສາດຂອງພືດດິນເຄັມ_fororder_naogaoqu1

 

ຕອນເຊົ້າວັນທີ 21 ຕຸລານີ້,ທ່ານສີຈິ້ນ​ຜິງ ປະທານປະເທດຈີນທີ່ກຳລັງສຳຫຼວດ ກວດກາວຽກງານຢູ່ເມືອງຕຸ່ງຢີງ​ແຂວງ​ຊ່ານ​ຕຸ່ງໄດ້ໄປສຳຫຼວດເຂດ​ສາ​ທິດ​ອຸດ​ສາ​ຫະ​ກຳໄຮເທັກດ້ານກະສິກຳຢູ່ເຂດສາມຫຼ່ຽມ​ປາກແມ່ນ້ຳເຫຼືອງ.

ຄວາມໝາຍດ້ານຍຸດທະສາດຂອງພືດດິນເຄັມ_fororder_微信图片_20211022233839
 

ເຂດສາ​ທິດ​ອຸດ​ສາ​ຫະ​ກຳໄຮເທັກດ້ານກະສິກຳຢູ່ເຂດສາມ​ຫຼ່ຽມປາກແມ່ນ້ຳເຫຼືອງມີເນື້ອທີ່ທັງໝົດ 350 ກິໂລຕາແມັດ.ຕັ້ງຢູ່ເຂດດິນເຄັມທີ່ແຕ່ກ່່ອນຫຍ້າ​ກໍ​ຍັງ​ບໍ່​ມີ,ໜ້າທີ່ພື້ນຖານຂອງເຂດ​ສາ​ທິດ​ອຸດ​ສາ​ຫະ​ກຳໄຮ ເທັກດ້ານກະສິກຳ​ຢູ່ແຫ່ງນີ້ກໍແມ່ນນຳໃຊ້ດິນເຄັມແບບສັງລວມ.ການປົວແປງທີ່ດິນ, ການບົ່ມເພາະແນວພັນພືດທີ່ທົນ​ທານ​ຕໍ່​ດິນ​ເຄັມ,ການຍົກລະດັບອຸປະກອນ​ກົນຈັກກະສິກຳ​ອັດ​ສະ​ລີ​ຍະແລະອື່ນໆ,ໂດຍໄດ້ຮັບຜົນປະໂຫຍດຈາກວິທະຍາສາດເຕັກນິກດ້ານກະສິກຳເຫຼົ່ານີ້,ປັດຈຸບັນ,ເຂດ​ສາ​ທິດ​ອຸດ​ສາ​ຫະ​ກຳໄຮເທັກດ້ານກະສິກຳ​ຢູ່ເຂດສາມຫຼ່ຽມ​ປາກ​ແມ່​ນ້ຳເຫຼືອງໄດ້ມີ​ທົ່ງນາທີ່ດີ ແນວພັນທີ່ດີ ວິທີທີ່ດີ,ດິນຮົກເຮື້ອໃນເມື່ອກ່ອນໄດ້ກາຍເປັນດິນອຸດົມສົມບູນທີ່​ເກີດ​ໃໝ່.ພືດ​ພັນ​ທັນ​ຍາຫານທີ່ທົນ​ທານ​ຕໍ່​ດິນ​ເຄັມ​ເຊັ່ນເຂົ້າບາເລດຳ ໝາກຖົ່ວເຫຼືອງແລະມັນຝະລັ່ງເປັນຕົ້ນໄດ້ສະແດງໃຫ້ເຫັນຜົນການເພາະປູກທີ່ອັດສະຈັນຢູ່ແຫ່ງນີ້.
 

ຄວາມໝາຍດ້ານຍຸດທະສາດຂອງພືດດິນເຄັມ_fororder_黄河农高区1

ດິນ​ເຄັມ

   ກໍເໝືອນດັ່ງທີ່ທ່ານປະທານສີຈິ້ນຜິງ​ໄດ້ກ່າວເນັ້ນໜັກໃນເວລາສຳຫຼວດ​ກວດ​ກາເຂດ​ສາ​ທິດ​ອຸດ​ສາ​ຫະ​ກຳໄຮເທັກດ້ານກະສິກຳ​ຢູ່ເຂດສາມຫຼ່ຽມ​ປາກແມ່ນ້ຳເຫຼືອງນັ້ນວ່າ: ຊັບພະຍາກອນທີ່ດິນແມ່ນຊັບ​ພະ​ຍາ​ກອນ​ອັນລ້ຳຄ່າຫລາຍ,ຖ້າ​ມີ​ພືດ​ທີ່​ສາ​ມາດ​ທົນ​ທານ​ຕໍ່ດິນເຄັມໄດ້ຮັບການພັດທະນາຂຶ້ນຈະມີຄວາມໝາຍຫລາຍຕໍ່ ການເພີ່ມປະລິມານທີ່ດິນ.ອີງຕາມສະຖິຕິທີ່​ຍັງບໍ່​ທັນຄົບຖ້ວນຂອງອົງການ​ອຸຍເນັສໂກແລະອົງການຟາວຂອງອົງການສະຫະປະຊາຊາດ,ເນື້ອທີ່ດິນເຄັມໃນທົ່ວໂລກ​ມີ​ເຖິງ954​ລ້ານ3​ແສນ8​ໝື່ນເຮັດຕາ,ໃນນີ້ປະເທດຈີນມີ​ເຖິງ 99,13ລ້ານເຮັກຕາ.ທ່ານຢວນຫລົງຜິງ ຜູ້ລິເລີ່ມຄົ້ນຄວ້າແລະພັດທະນາ ເຂົ້ານາພັນປະສົມຂອງຈີນເວົ້າວ່າ:ປະເທດຈີນມີດິນເຄັມເກືອບ100ລ້ານເຮັກຕາ, ດິນເຄັມທີ່ສາມາດປູກເຂົ້ານາ​ໄດ້ມີປະມານ 6 ລ້ານກວ່າເຮັກຕາ,ດິນເຄັມເຫຼົ່ານີ້ກໍແມ່ນຊັບພະຍາກອນດິນປູກຝັງສຳຮອງທີ່ສຳຄັນທີ່ສຸດຂອງຈີນໃນອະນາຄົດ.ຖ້າພວກເຮົາຂ້ຽວດຳເນີນການບົ່ມເພາະແນວພັນເຂົ້ານາດິນເຄັມແລະເຕັກນິກແກນກາງ,ຖ້າຄິດໄລ່​ຜົນ​ຜະ​ລິດ4,5ໂຕນຕໍ່ເຮັກຕາ,ກໍມີຫວັງຈະ​ສາ​ມາດເພີ່ມຜົນຜະລິດ​ພືດ​ພັນ​ທັນ​ຍາຫານທີ່ສາມາດລ້ຽງ​ປະ​ຊາ​ຊົນ​ເພີ່ມ​ຂຶ້ນ​ອີກ​ໄດ້ 80 ລ້ານກວ່າຄົນຕໍ່ປີ.
 

ຄວາມໝາຍດ້ານຍຸດທະສາດຂອງພືດດິນເຄັມ_fororder_微信图片_20211022233854

 

  ນັບແຕ່​ເກີດມີການແຜ່ລະບາດ​ຂອງພະຍາດໂຄວິດ-19ເປັນຕົ້ນມາ,ເພື່ອຮັບ​ປະ​ກັນບໍ່ໃຫ້​ເກີດມີບັນຫາ​ຂາດ​ແຄນການສະໜອງສະບຽງອາຫານ, ຫຼາຍປະເທດ ແລະພາກພື້ນໄດ້ ເລີ່ມປະຕິບັດນະໂຍບາຍຈຳກັດການສົ່ງອອກສະບຽງອາຫານຂອງປະເທດຕົນ. ເຊິ່ງມາດຕະການດັ່ງກ່າວກໍ​ຈະພາໃຫ້ບັນດາປະເທດເກີດມີຄວາມເປັນຫ່ວງຕໍ່ ຄວາມໝັ້ນຄົງດ້ານສະບຽງອາຫານ.ສະນັ້ນ,ການປົວແປງດິນເຄັມແລະພັດທະນາພືດດິນເຄັມບໍ່ພຽງແຕ່ແມ່ນວິທີທີ່ບັງເກີດຜົນເພື່ອເຮັດໃຫ້ຊາວກະສິ​ກອນແລະຊາວ ລ້ຽງສັດມີລາຍໄດ້ເພີ່ມຂຶ້ນເທົ່ານັ້ນ,​ຍັງສາມາດເສີມຂະຫຍາຍບົດບາດອັນແຂງ ແຮງ​ໃນ​ການ​ຮັບ​ປະ​ກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະເທດ, ການແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກກໍຈະສາມາດ ຊຸກຍູ້​ໄດ້ຢ່າງຕັ້ງໜ້າ.
 

ຄວາມໝາຍດ້ານຍຸດທະສາດຂອງພືດດິນເຄັມ_fororder_微信图片_20211022233904

 

ຄຳ​ເຫັນ

0