刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກ່າວວ່າ: ຈີນເດັດດ່ຽວປົກປ້ອງຄວາມສັກສິດແລະຖານະຂອງອົງການ ສປຊ, ຮ່ວມກັນປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ

2021-10-25 16:28:34 cri

 

 

ວັນ​ທີ 25 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກການຟື້ນ​ຟູ​ທີ່​ນັ່ງ​​ຂອງ ​ສ​ປ​ຈີນ ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ພວກ​ເຮົາ​ຄວນ​ເດັດ​ດ່ຽວ​ປົ​ກ​ປ້ອງຄວາມ​ສັກ​ສິດ​ແລະ​ຖາ​ນະ​ຂອງ​ອົງ​ການ ສ​ປ​ຊ, ຮ່ວມ​ກັນ​ປະ​ຕິ​ບັດ​​ຕາມລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ. ການຊຸກ​ຍູ້​ການ​ສ້າງ​ປະ​ຊ​າ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ຕ້ອງ​ການ​ອົງ​ການ ສ​ປ​ຊ ທີ່​ມີ​ຄວາມ​ເຂັ້ມ​ແຂງ, ຕ້ອງ​ປະ​ຕິ​ຮູບ​ແລະ​ສ້າງ​ລະ​ບົບ​ການ​ຄຸ້ມ​ຄອງ​ໂລກ. ປະ​ເທດ​ຕ່າງໆ​ໃນ​ໂລກ​ຄວນຮັກ​ສາ​ລະ​ບົບ​ສາ​ກົນ​ທີ່​ຖື​ອົງ​ການ ສ​ປ​ຊ ເປັນ​ແກນ​ກາງ​ສ, ລະ​ບຽບສາ​ກົນ​ທີ່​ມີ​ກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ ແລະຫຼັກ​ການ​ພື້ນ​ຖານ​ກ່ຽວ​ກັບ​ການ​ພົວ​ພັນ​ສາ​ກົນ​ທີ່​ຖື​ຈຸດ​ປະ​ສົງ​ແລະຫຼັກ​ການ​ຂອງ​ກົດ​ບັດ ສ​ປ​ຊ ເປັນ​ພື້ນ​ຖານ. ຈີນ​ຍິນ​ດີ​ຍຶດ​ໝັ້ນ​ແນວ​ຄວາມ​ຄິດ​ທີ່​ປຶກ​ສາ​ຫາ​ລື​ກັນ, ສ້າງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຮ່ວມ​ກັນ​ກັບ​ປະ​ເທດ​ຕ່າງໆ, ຊອກ​ຄົ້ນ​​ແນວຄວາມ​ຄິດ​ໃນ​ການ​ຮ່ວມ​ມື, ປະ​ດິດ​ສ້າງ​ຮູບ​ແບບ​ການ​ຮ່ວມ​ມື ເພື່ອ​ເຮັດ​ໃຫ້​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ລັດ​ທິຫຼາຍ​ຝ່າຍ​ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່​ມີ​ຄວາມ​ອຸ​ດົມ​ສົມ​ບູນຫຼາຍ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0