何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ໃນໄລ​ຍະ 50 ປີ​ທີ່​ນັ​ບ​ແຕ່​ການ​ຟື້ນ​ຟູ​ທີ່​ນັ່ງ​​ຂອງ​ສ​ປ​ຈີນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດແມ່ນ 50 ປີ​ທີ່​ຈີນ​ພັດ​ທະ​ນາ​ໂດຍ​ສັນ​ຕິ ແລະສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ມວ​ນ​ມະ​ນຸດ

2021-10-25 14:46:49 CRI

ວັນທີ 25 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີລະນຶກການຟື້ນຟູທີ່ນັ່ງຂອງສປຈີນທີ່ຖືກຕ້ອງຕາມກົດໝາຍຢູ່ອົງການສະຫະປະຊາຊາດຄົບຮອບ 50 ປີ ທັງໄດ້ກ່າວຄຳປາໄສທີ່ສຳຄັນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕະຫຼອດ​ໄລ​ຍະ 50 ປີ​ນັ​ບ​ແຕ່ຟື້ນ​ຟູ​ທີ່​ນັ່ງ​ຂອງ​ສ​ປ​ຈີນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​​ຢູ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຕົ້ນ​ມາ ແມ່ນ 50 ປີ​ທີ່​ຈີນ​​ໄດ້ພັດ​ທະ​ນາ​ໂດຍ​ສັນ​ຕິ ແລະສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ມວ​ນ​ມະ​ນຸດ.

 

ໃນໄລ​ຍະ 50 ປີ​ທີ່​ຜ່ານ​ມາ, ປະ​ຊາ​ຊົນ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ກຳ​ແໜ້ນ​ທິດ​ທາງຄວາມ​ກ້າວ​ໜ້າ​ຂອງ​ຈີນ​ທ່າມ​ກາງ​ການ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ການ​ສາ​ກົນ, ໄດ້​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່ທີ່​ສະ​ຫງ່າ​ລາ​ສີ​ແຫ່ງ​ການ​ພັດ​ທະ​ນາ​​ປະ​ເທດ​ຈີນ​ກໍ​ຄື​ມວນ​ມະ​ນຸດ.

 

ໃນໄລ​ຍ​ະ 50 ປີ​ທີ່​ຜ່ານ​ມາ, ປະ​ຊາ​ຊົນ​ຈີນ​ໄດ້​​ມີ​ຄວາມ​ສາ​ມັກ​ຄີ ແລະ ​ມີການ​ຮ່ວມ​ມື​ກັບປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ປົກ​ປ້ອງຄວາມ​ຍຸ​ຕິ​ທຳ ແລະ​ຄວາມ​ເປັນ​ທຳ​​ສາ​ກົນ, ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ.

 

ຕະຫຼອດ​ໄລ​ຍະ​ 50  ປີ​ທີ່​ຜ່ານ​ມາ, ປະ​ຊາ​ຊົນ​ຈີນ​ໄດ້​ປົກ​ປ້ອງອິດ​ທິ​ພົນ ແລະ ຖາ​ນະ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ໄດ້ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ກໍນັບ​ມື້​ນັບ​ກ້າວ​ສູ່​ລວງ​ເລິກ.

ຄຳ​ເຫັນ

0