覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ​ຄວນເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ແລະ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ທີ່ມວນ​ມະ​ນຸດ​ພວມ​ປະ​ເຊີນ​ຢູ່

2021-10-25 12:15:43 cri

ວັນ​ທີ 25 ຕຸ​ລາ​ນີ້,ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ລະ​ນຶກການຟື້ນ​ຟູ​ທີ່​ນັ່ງຂອງສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ.

 

 ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ພວກ​ເຮົາ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ແລະ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ທີ່ມວນ​ມະ​ນຸດ​ພວມ​ປະ​ເຊີນ​ຢູ່.ປະ​ຊາ​ຄົມ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ ຄວາມ​ຂັດ​ແຍ້ງ​ໃນ​ພາກ​ພື້ນແລະບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ເຊັ່ນ ລັດ​ທິ​ກໍ່​ການ​ຮ້າຍ, ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ, ຄວາມ​ປອດ​ໄພ​ທາງ​ຊີ​ວະ​ພາບແລະ​ອື່ນໆ​, ມີ​ພຽງ​ແຕ່​ການ​ຄຸ້ມ​ຄອງໂລກ​ທີ່​ມີ​ສ່ວນ​ຮ່ວມກວ່າ​ເກົ່າ​,​ມີກົນ​ໄກຫຼາຍ​ຝ່າຍ​ທີ່​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ​ ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ທີ່​ມີ​​ລັກ​ສະ​ນະຕັ້ງ​ໜ້າກວ່າ​ເກົ່າ​ເທົ່າ​ນັ້ນ ຈິ່ງ​ຈະ​ສາ​ມາດ​ຮັບ​ມື​ກັບ​ບັນ​ຫາ​ເຫຼົ່າ​ນີ້​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຄຳ​ເຫັນ

0