覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ​ຄວນກ້າວໄປ​ຕາມ​ທ່າ​ອ່ຽງ​ລວມ​ຂອງ​ປະ​ຫວັດ​ສາດ, ຍຶດ​ໝັ້ນ​ການ​ຮ່ວມ​ມື, ເປີດ​ປະ​ຕູ​ສູ່​ພາຍນອກແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ

2021-10-25 11:56:07 cri

ວັນ​ທີ 25 ຕຸ​ລາ​ນີ້,ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ລະ​ນຶກການຟື້ນ​ຟູ​ທີ່​ນັ່ງຂອງສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ປັດ​ຈຸ​ບັນ, ສະ​ພາບ​ການ​ຂອງ​ໂລກ​​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ100ປີ​ຜ່ານ​ມາ​ທັງ​ມີ​ການ​ປ່ຽນ​ແປງໄວ​ຂຶ້ນ, ​ກຳ​ລັງ​ແຮງ​ແຫ່ງ​ສັນ​ຕິ​ພາບ,​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ​​ໄດ້​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ. ພວກ​ເຮົາ​ຄວນກ້າວໄປ​ຕາມ​ທ່າ​ອ່ຽງ​ລວມ​ຂອງ​ປະ​ຫວັດ​ສາດ, ຍຶດ​ໝັ້ນ​ການ​ຮ່ວມ​ມື,​ບໍ່ເປັນ​ປໍ​ລະ​ປັກ​ກັນ,ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ,ບໍ່​ປິດ​ປະ​ຕູ, ຍຶດ​ໝັ້ນ​ໃນຫຼັກ​ການຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​ບໍ່​ເຮັດ​​ໃນແບບ​ເກມ​ຜົນ​ລວມ​ເປັນ​ສູນ, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ເຈົ້າ​ອຳ​ນາດ​ແລະ​ການ​ເມືອງ​ມະ​ຫາ​ອຳ​ນາດ​ໃນ​ທຸກ​ຮູບ​ແບບ, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ໃນ​ທຸກ​ຮູບ​ແບບ.

ຄຳ​ເຫັນ

0