覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ປະ​ຊາ​ຊົນ​ຈີນ​ກ້າວ​ຂຶ້ນ​ສູ່​ເວ​ທີ​ສ​ປ​ຊ​ຄືນ​ໃໝ່​ມີ​ຄວາມ​ໝາຍ​ສຳ​ຄັນ​ແລະ​ເລິກ​ເຊິ່ງ​ຍາວ​ນານ​ຕໍ່​ປະ​ເທດຈີນ​ກໍ​ຄື​ຕໍ່​ໂລກ

2021-10-25 11:13:36 cri

ວັນ​ທີ 25 ຕຸ​ລາ​ນີ້,ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ລະ​ນຶກການຟື້ນ​ຟູ​ທີ່​ນັ່ງຂອງສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ.
 

  ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ການຟື້ນ​ຟູ​ທີ່ນັ່ງ​ຂອງ​ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​​ຢູ່​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ເປັນ​ເຫດ​ການ​ສຳ​ຄັນ​ອັນ​ໜຶ່ງ​ໃນ​ໂລກ ທັງ​ເປັນ​ເຫດ​ການ​ສຳ​ຄັນ​ອັນ​ໜຶ່ງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.ນີ້​ຄື​ຜົນ​ແຫ່ງ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ທຸກ​ປະ​ເທດ​ທີ່​ຮັກ​​ຫອມສັນ​ຕິ​ພາບ​ແລະ​ຍຶດ​ໝັ້ນ​ໃນຄວາມ​ເປັນ​ທຳ​ໃນ​ໂລກ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຕັ້ງ​ແຕ່​ນັ້ນ​ມາ, ປະ​ຊາ​ຊົນ​ຈີນ​ທີ່ກວມ 1/4 ຂອງ​ປະ​ຊາ​ກອນ​ທັງ​ໝົດ​ຂອງ​ໂລກ​ໄດ້​ກ້າວ​ຂຶ້ນ​ສູ່​ເວ​ທີ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄືນ​ໃໝ່ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ແລະ​ເລິກ​ເຊິ່ງ​ຍາວ​ນານ​ຕໍ່​ປະ​ເທດ​ຈີນ​ກໍ​ຄື​ຕໍ່​ໂລກ.

 

 

ຄຳ​ເຫັນ

0