何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ​ການສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ ຊົມ​ໃຊ້​ສິດ​​ຮ່ວມ​ກັນ ແລະ ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ, ສ້າງ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່ຫຼວງ​ຮ່ວມ​ກັນ​ເພື່ອ​ສ້າງ​ໂລກ​ທີ່​ສວຍ​ງາມ

2021-10-25 14:34:44 CRI

ວັນ​ທີ 25 ຕຸ​ລ​າ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນໄດ້​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກ​ການຟື້ນ​ຟູ​ທີ່​ນັ່ງ​​ຂອງ​ສ​ປ​ຈີນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

 ທ່ານ​ສີ​ຈິ້ນ​ຜິງ​ກ່າວເນັ້ນ​ວ່າ, ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ບໍ່​ແມ່ນ​ການ​ເອົາ​ລະ​ບອບ​ໜຶ່ງ​ເຂົ້າ​ແທນອີກ​ລະ​ບອບ​ໜຶ່ງ, ບໍ່​ແມ່ນເອົາ​ອະ​ລິ​ຍະ​ທຳ​​ອັນ​ໜຶ່ງ​ແທນ​ເຂົ້າ​ແທນ​ອີກ​ອັ​ນ​ໜຶ່ງ, ແຕ່​ຫາກ​ແມ່ນ​ປະ​ເທດ​ທີ່​ມີ​ລະ​ບອບ​ສັງ​ຄົມ, ຮູບ​ຖານ​ຈິດ​ສຳ​ນຶກ, ວັດ​ທະ​ນະ​​ທຳ​ປະ​ຫວັດ​ສາດ, ລະ​ດັບ​ການ​ພັດ​ທະ​ນາ​ທີ່​ແຕກ​ຕ່າງ​ກັນນັ້ນ ​ສາ​ມາດສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ ຊົມ​ໃຊ້​ສິດ​ຮ່ວມ​ກັນ ແລະ ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ, ສ້າງ​ຜົນ​ປະ​ໂຫຍດ​​ອັນ​ໃຫຍ່ຫຼວງ​ຮ່ວມ​ກັນ​ເພື່ອສ້າງ​ໂລກ​ທີ່​ສວຍ​ງາມ.

ຄຳ​ເຫັນ

0