覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຄວນຍຶດ​ໝັ້ນການ​ຖື​​ເອົາປະ​ຊາ​ຊົນ​ເປັນ​ໃຈ​ກາງ ສ້າງ​ ສະ​ພາບ​ແວດ​ລ້ອມ​​ແຫ່ງການ​ພັດ​ທະ​ນາ​ທີ່​ທຸກ​ຄົນ​ມີ​ສ່ວນ​ຮ່ວມ​ແລະ​ທຸກ​ຄົນ​ຊົມ​ໃຊ້​ຮ່ວມ​ກັນ

2021-10-25 12:15:06 cri

ວັນ​ທີ 25 ຕຸ​ລາ​ນີ້,ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ລະ​ນຶກການຟື້ນ​ຟູ​ທີ່​ນັ່ງຂອງສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ.

 

 ​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ:  ການ​ພັດ​ທະ​ນາ​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ປະ​ຊາ​ຊົນ ການ​ພັດ​ທະ​ນາ​ຈິ່ງ​ມີ​ຄວາມ​ໝາຍ, ການ​ພັດ​ທະ​ນາ​ໂດຍ​ອາ​ໄສ​ປະ​ຊາ​ຊົນ ການ​ພັດ​ທະ​ນາ​ຈິ່ງ​ມີ​ແຮງ​ຂັບ​ເຄື່ອນ. ບັນ​ດາ​ປະ​ເທດ​ໃນ​ໂລກ​ຄວນ​ຍຶດ​ໝັ້ນ​​ການ​ຖືເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ,ມີ​ປະ​ສິດ​ທິ​ພາບ​ສູງກວ່າ​ເກົ່າ, ຍຸດ​ຕິ​ທຳ​ກວ່າ​ເກົ່າ​, ຍືນ​ຍົງ​ກວ່າ​ເກົ່າ​ແລະ​ປອດ​ໄພ​ກວ່າ​ເກົ່າ. ຄວນ​ເສີມ​ສ້າງ​ຄວາມ​ສາ​ມາດ​ຂອງ​ປະ​ຊາ​ຊົນ​ໃນ​ການ​ພັດ​ທະ​ນາ, ສ້າງ​ສະ​ພາບ​ແວດ​ລ້ອມແຫ່ງການ​ພັດ​ທະ​ນາ​ທີ່​ທຸກ​ຄົນ​ມີ​ສ່ວນ​ຮ່ວມ​ແລະ​ທຸກ​ຄົນ​ຊົມ​ໃຊ້​ຮ່ວມ​ກັນ, ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ທີ່​ເຮັດ​ໃຫ້​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ​ສົ່ງຜົນ​ປະ​ໂຫຍດ​ໃຫ້​ກັບແຕ່​ລະ​ປະ​ເທດ​ແລະ​ແຕ່​ລະ​ຄົນ​ໃຫ້ຫຼາຍກວ່າ​ເກົ່າ​ແລະ​ຍຸດ​ຕິ​ທຳ​ກວ່າ​ເກົ່າ.
 

ຄຳ​ເຫັນ

0