何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ມວນ​ມະ​ນຸດ​ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ, ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວ​ນ​ມະ​ນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ

2021-10-25 14:33:54 CRI

ວັນ​ທີ 25 ຕຸ​ລ​າ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນໄດ້​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກ​ການຟື້ນ​ຟູ​ທີ່​ນັ່ງ​​ຂອງ​ສ​ປ​ຈີນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ມວນ​ມະ​ນຸດ​ເປັນ​ເອ​ກະ​ພົບ​ດຽວ​ກັນ, ໜ່ວຍ​ໂລກ​ເປັນ​ບ້ານ​ເມືອງ​ຮ່ວມ. ບໍ່​ວ່າ ຜູ້​ໃດ ຫຼື ປະ​ເທດ​ໃດ​ກໍ​ບໍ່​ສາ​ມາດ​ຢູ່​ລອດ​ດ້ວຍ​ຕົນ​ເອງ​ໄດ້ພຽງ​ຜູ້​ດຽວ. ມວນ​ມະ​ນຸດ​ຄວນ​ຮ່ວມ​ແຮ່ງ​ຮ່ວມ​ໃຈ​ກັນ ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ, ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວ​ນ​ມະ​ນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0