ປີ 2018, ລັດຖະບານໂດໂນ ທຣຳໄດ້ກໍ່ສົງຄາມການຄ້າກັບຈີນແຕ່ຝ່າຍດຽວເພື່ອສະກັດກັ້ນການພັດທະນາຂອງຈີນ. 3 ປີຜ່ານໄປແລ້ວ, ການຮ່ວມມືດ້ານການຄ້າລະຫວ່າງຈີນ-ອາເມຣິກາໄດ້ຮັບຜົນກະທົບຢ່າງຮ້າຍແຮງ,ຈົນໄດ້ເຮັດໃຫ້ເສດຖະກິດໂລກໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ເຖິງວ່າການພັດທະນາເສດຖະກິດຂອງຈີນໄດ້ຮັບຜົນກະທົບຕ່າງໆນາໆຍ້ອນສາເຫດດັ່ງກ່າວ, ແຕ່ວ່າ, ບໍ່ພຽງແຕ່ວິສາຫະກິດຈີນໄດ້ຮັບຜົບກະທົບຈາກສົງຄາມການຄ້າຄັ້ງນີ້ເທົ່ານັ້ນ, ເສດຖະກິດອາເມຣິກາກໍ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງເຊັ່ນດຽວກັນ. ອີງຕາມການປະເມີນຜົນຂອງບໍລິສັດມູດິຂອງອາເມຣິກາສະແດງໃຫ້ເຫັນວ່າ: ສົງຄາມການຄ້າກັບຈີນໄດ້ເຮັດໃຫ້ປະຊາຊົນອາເມຣິກາບໍ່ມີວຽກເຮັດງານທຳປະມານ 3 ແສນຕຳແໜ່ງ, ສະເລ່ຍແລ້ວແຕ່ລະຄອບຄົວມີລາຍຮັບຫຼຸດລົງປະມານ 600 ໂດລາ.ສະນັ້ນ, ໜັງສືພິມເດີກາດຽນຂອງອັງກິດຈຶ່ງໄດ້ວິເຄາະເລື່ອງນີ້ວ່າ: ສົງຄາມການຄ້າກັບຈີນທີ່ອາເມຣິກາກໍ່ຂຶ້ນເກືອບວ່າໄດ້ທຳລາຍທຸກຂົງເຂດດ້ານເສດຖະກິດຂອງອາເມຣິກາເອງ.
ເດືອນຕຸລາປີນີ້, ທ່ານນາງ ຄາເທຣິນ ໄຕ ຜູ້ຕາງໜ້າການຄ້າຂອງອາເມຣິກາໄດ້ບັນລະຍາຍຄວາມມຸ່ງຫວັງແລະນະໂຍບາຍດ້ານການຄ້າຂອງລັດຖະບານໂຈ ໄບເດັນທີ່ມີຕໍ່ຈີນໃນອະນາຄົດໂດຍກ່າວວ່າ: ອາເມຣິກາບໍ່ມີເຈດຕະນາຈະເຮັດໃຫ້ສະຖານະການດ້ານການຄ້າກັບຈີນທີ່ມີຄວາມເຄັ່ງຕຶງແລ້ວນັ້ນຮ້າຍແຮງຂຶ້ນຕື່ມ,ແຕ່ລັດຖະບານອາເມຣິກາຊຸດປັດຈຸບັນຍັງໄດ້ປະຕິບັດຕາມນະໂຍບາຍຂອງລັດຖະບານໂດໂນ ທຣຳ ທີ່ຂຶ້ນພາສີສິນຄ້າຈີນຄືເກົ່າ. ແຕ່ວ່າ, ຜູ້ທີ່ໄດ້ຮັບຜົນກະທົບໂດຍກົງທີ່ສຸດຈາກນະໂຍບາຍການຄ້າທີ່ມີຕໍ່ຈີນຂອງລັດຖະບານໂຈ ໄບເດັນບໍ່ແມ່ນຈີນ,ຫາກແມ່ນວິສາຫະກິດຕ່າງໆຂອງອາເມຣິກາເອງ. ປັດຈຸບັນ, ວິສາຫະກິດຫຼາຍແຫ່ງຂອງອາເມຣິກາຍັງໄດ້ຮັບຜົນກະທົບຄືເກົ່າຍ້ອນຄວາມຈຳເປັນຕ້ອງເພີ່ມຕົ້ນທຶນການຜະລິດຄື: ໃນການຂຶ້ນພາສີສິນຄ້ານຳເຂົ້າຈາກຈີນ,ມີຫຼາຍກວ່າ 90% ແມ່ນວິສາຫະກິດແລະຜູ້ບໍລິໂພກຂອງອາເມຣິກາເປັນຜູ້ແບກຫາບ.
ລັດຖະບານອາເມຣິກາຂຶ້ນພາສີສິນຄ້ານຳເຂົ້າຈາກຈີນໄດ້ເຮັດໃຫ້ລາຄາສິນຄ້າສູງຂຶ້ນແລະຂາດແຄນການສະໜອງຜະລິດຕະພັນ,ສົ່ງຜົນເຮັດໃຫ້ໄພເງິນເຟີ້ຢູ່ອາເມຣິກາເພີ່ມຂຶ້ນຢູ່ໃນລະດັບທີ່ມີຄວາມສ່ຽງ, ກະຊວງແຮງງານອາເມຣິກາໄດ້ເປີດເຜີຍຕົວເລກຂໍ້ມູນໃນເດືອນຕຸລານີ້ໂດຍສະແດງໃຫ້ເຫັນວ່າ: ເດືອນກັນຍາປີນີ້, ລາຄາສິນຄ້າຢູ່ອາເມຣິກາໄດ້ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເລື່ອງຈິງໄດ້ພິສູດໃຫ້ເຫັນວ່າ: ສົງຄາມການຄ້າຂອງອາເມຣິກາທີ່ກໍ່ຂຶ້ນກັບຈີນບໍ່ພຽງແຕ່ໄດ້ທຳລາຍເສດຖະກິດຈີນເທົ່ານັ້ນ,ຫາກຍັງສ້າງຜົນຮ້າຍໃຫ້ກັບອາເມຣິກາເອງຫຼາຍກວ່າ.
ໃນຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບໜຶ່ງແລະສອງຂອງໂລກ,ສົງຄາມການຄ້າລະຫວ່າງຈີນ-ອາເມຣິກາມີແຕ່ຈະນຳເອົາຄວາມປະຊາໄລມາໃຫ້ແກ່ສອງຝ່າຍເທົ່ານັ້ນ. ຫວັງວ່າລັດຖະບານໂຈ ໄບເດັນ ຈະເອົາໃຈໃສ່ຮັບຟັງສຽງຮຽກຮ້ອງຈາກວົງການຕ່າງໆຂອງອາເມຣິກາກ່ຽວກັບການໃຫ້ປ່ຽນແປງມາດຕະການຂຶ້ນພາສີສິນຄ້ານຳເຂົ້າຈາກຈີນຫຼັງຈາກໄດ້ຮູ້ເລື່ອງຈິງກ່ຽວກັບການປະລາໄຊສອງຝ່າຍໃນສົງຄາມການຄ້າ, ແລ້ວເລືອກນຳໃຊ້ນະໂຍບາຍດ້ານເສດຖະກິດທີ່ມີຕໍ່ຈີນຢ່າງຖືກຕ້ອງໂດຍໄວ,ເຄົາລົບຫຼັກການເສດຖະກິດຕະຫຼາດແລະກະຕິກາເສດຖະກິດການຄ້າໃນສາກົນ,ຮ່ວມກັບປະເທດຈີນພະຍາຍາມຊຸກຍູ້ການພົວພັນດ້ານເສດຖະກິດການຄ້າລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຢ່າງໝັ້ນທ່ຽງແລະປອດໃສ.
ຄຳເຫັນ
0