何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ອອກ​ແຮງ​ເຊີດ​ຊູ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ ກຳ​ນົດທັດ​ສະ​ນະທີ່​ເປັນ​ຊີ້​ນຳ​ທີ່​ຖືກ​ຕ້ອງ​​ໃຫ້​ກັບການ​ສ້າງ​ໂລກ​ທີ່​ສວຍ​ງາມກວ່າ​ເກົ່າ

2021-10-25 11:32:09 CRI

 ວັນ​ທີ 25 ຕຸ​ລ​າ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນໄດ້​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກການຟື້ນ​ຟູ​ທີ່​ນັ່ງ​​ຂອງ​ສ​ປ​ຈີນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ພວກ​ເຮົາ​ຄວນ​ອອກ​ແຮງ​ເຊີດ​ຊູ ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ ຄື: ສັນ​ຕິ​ພາບ, ການ​ພັດ​ທະ​ນາ, ຄວາມ​ຍຸ​ຕິ​ທຳ, ຄວາມ​ເປັນ​ທຳ, ປະ​ຊາ​ທິ​ປະໄຕ ແລະ ເສ​ລີພາບ, ຮ່ວມ​ກັນ​​ກຳ​ນົດ​ທັດ​ສະ​ນະ​ທີ່​ເປັນ​ທິດ​ນຳທີ່​ຖືກ​ຕ້ອງ​ໃຫ້​ກັບ​ການ​ສ້າງ​ໂລກ​ທີ່​ສວຍ​ງາມກວ່າ​ເກົ່າ. ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ແມ່ນ​ພາ​ລະ​ກິດ​ຮ່ວມ​ຂອງ​ພວກ​ເຮົາ, ຄວາມ​ຍຸ​ຕິ​ທຳ​ ແລະ​ຄວາມ​ເປັນ​ທຳ​ແມ່ນ​ອຸ​ດົມ​ການ​ຮ່ວມ​ຂອງ​ພວກ​ເຮົາ, ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ​ແມ່ນ​ເປົ້າ​ໝາຍ​ຮ່ວມ​ຂອງ​ພວກ​ເຮົາ. ຄວາມຫຼາກຫຼາຍ​ແມ່ນ​ມົນ​ສະ​ເໜ່ອະ​ລິ​ຍະ​ທຳ​​ຂອງມວນມະ​ນຸດ,​ທັງ​ເປັນ​ແຫຼ່ງ​ພະ​ລັງ​ຊີ​ວິດ ແລະ ແຮງ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​​ໂລກ. ອະ​ລິ​ຍະ​ທຳ​ບໍ່​ໄດ້​ຈຳ​ແນກວ່າ​ສູງ​ຕ່ຳ ຫຼື ດີ​ຊົ່ວ, ມີ​ແຕ່​ຄວາມ​ແຕກ​ຕ່າງ​ດ້ານຈຸດ​ພິ​ເສດ ແລະ ພາກ​ພື້ນ, ມີ​ແຕ່​​ການແລກ​ປ່ຽນ​ຈຶ່ງ​​ຈະສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໄດ້, ມີ​ແຕ່​ເຊື່ອມ​ໂຍງ​ເຂົ້າ​ກັນ​ຈຶ່ງ​ຈະ​ສາ​ມາດ​ກ້າວ​ໄປ​ໜ້າ​ໄດ້.  

 

ຄຳ​ເຫັນ

0