尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ່​ຄວນ​ໃຫ້​ເສດ​ຖະ​ກິດ​ໂລກ​ເປັນ​ຜູ້​ຮັບ​ກຳ​ແທນ​ວິ​ກິດ​ການ​ໜີ້​ສິນ​ຂອງ​ອາ​ເມ​ຣິ​ກາ

2021-10-27 17:05:58 cri

ບໍ່​ຄວນ​ໃຫ້​ເສດ​ຖະ​ກິດ​ໂລກ​ເປັນ​ຜູ້​ຮັບ​ກຳ​ແທນ​ວິ​ກິດ​ການ​ໜີ້​ສິນ​ຂອງ​ອາ​ເມ​ຣິ​ກາ_fororder_8644ebf81a4c510f9c6ed6da85ef0724d62aa583

      ຫວ່າງ​ມໍ່ໆ​ມາ​ນີ້, ເນື່ອງ​ຈາກ​​ສະ​ມາ​ຊິກພັກຣີ​ພັບ​ລີ​​ກັນ​ຄັດ​ຄ້ານ​​​ໃຫ້​ຢຸດ​ຕິ​ຂໍ້​ຈຳ​ກັດ​ຂອງ​ເພ​ດານ​ໜີ້​ສິນ​ສູງ​ສຸດ,ຍັດ​ຕິ​ຂອງ​ພັກ​ດີ​ໂມ​ເກຼດ​ກ່ຽວ​ກັບ​ການ​ຢຸດ​ຕິ​ຂໍ້​ຈຳ​ກັດ​ຂອງ​ເພ​ດານ​ໜີ້​ສິນ​ສູງ​ສຸດເປັນ​ການ​ຊົ່ວ​ຄາວ,​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ອົງ​ການ​ລັດ​ຖະ​ບານ​ຈຳ​ເປັນ​ຕ້ອງ​ປິດ​ປະ​ຕູ​ນັ້ນ​ໄດ້​ຖືກ​ຢັບ​ຢັ້ງ,ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ປະ​ສົບ​ກັບ​ວິ​ກິດ​ການ​ປິດການ​ເຮັດ​ວຽກຍ້ອນ​ບັນ​ຫາ​ໜີ້​ສິນ​ອີກ​ເທື່ອ​ໜຶ່ງ,ແລະ​ໄດ້​ປະ​ເຊີນ​ໜ້າ​ກັບ​​ຄວາມ​ສ່ຽງ​ທີ່​ຜິດ​ນັດ​​ຊຳ​ລະ​ໜີ້ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ.

      ເຖິງວ່າທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ເຊັນ​ຍັດ​ຕິວ່າ​ດ້ວຍ​ການ​ຍົກ​ສູງ​ເພ​ດານ​ໜີ້​ສິນ​ສູງ​ສຸດຂອງ​ລັດ​ຖະ​ບານ​​ໃນໄລ​ຍະ​ສັ້ນ​ໃນ​ວັນ​ທີ 14 ຕຸ​ລາ​ນີ້​ແລ້ວ​ແລະ​ໄດ້​ເລື່ອນ​ເສັ້ນ​ຕາຍ​ຂອງ​​ການ​ຜິດ​ນັດ​​ຊຳ​ລະ​ໜີ້​ໄປ​ຮອດ​ເດືອນ​ທັນ​ວາ​ປີ​ນີ້​ກໍ​ຕາມ, ແຕ່​ຄວາມ​ສ່ຽງ​ດັ່ງ​ກ່າວ​ກໍ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ແທ້ຈິງ​ເທື່ອ.

ບໍ່​ຄວນ​ໃຫ້​ເສດ​ຖະ​ກິດ​ໂລກ​ເປັນ​ຜູ້​ຮັບ​ກຳ​ແທນ​ວິ​ກິດ​ການ​ໜີ້​ສິນ​ຂອງ​ອາ​ເມ​ຣິ​ກາ_fororder_4a36acaf2edda3ccdd4dd0ce37897d08203f9218

      ເພື່ອ​ກະ​ຕຸ້ນ​ການ​ເຕີບ​ໂຕ​ດ້ານເສດ​ຖະ​ກິດ​​ຂອງອາ​ເມ​ຣິ​ກາ, ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​​ຢ່າງ​ບໍ່​ມີ​ຂອບ​ເຂດ,ເຮັດ​ໃຫ້​ເພ​ດານ​ໜີ້​ສິນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ປັດ​ຈຸ​ບັນ, ແຕ່​ລ​ະ​ປີ,ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ມີ​ໜີ້​ສິນ​ປະ​ມານ 6.600 ຕື້​ໂດ​ລາ​ສະ​ຫະ​ລັດ​ຕ້ອງ​ໄດ້​ໄຊ້​ແທນ​ທັງ​ຕົ້ນ​ທຶນ​ແລະດອກ​ເບັ້ຍຍ້ອນ​ໝົດ​ອາ​ຍຸ​ກຳ​ນົດ,ຖ້າ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ບໍ່​ສາ​ມາດ​ໄຊ້​ແທນ​ໜີ້​ສິນ​ໄດ້,ກໍ​ຈະ​ປະ​ເຊີນ​ກັບ​ ​ຄວາມ​ສ່ຽງ​ທີ່​​ຜິດ​ນັດ​​ຊຳ​ລະ​ໜີ້​. ຖ້າ​ຫາກ​ເກີດ​ມີສະ​ພາບ​​ດັ່ງ​ກ່າວ,ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ລະ​ບົບ​ສິນ​ເຊື່ອ​ຂອງ​ອາ​ເມ​ຣິ​ກາ​ພັງ​ທະ​ລາຍເທົ່າ​ນັ້ນ, ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ກໍ​ຈະ​ຕົກ​ຢູ່​ໃນ​ສະ​ພາບ​ຊຸດ​ໂຊມ​ລົງ,ແລະ​ເຮັດ​ໃຫ້​ອາ​ເມ​ຣິ​ກາຕົກ​ຢູ່​ໃນ​ສະ​ພາບ​ທີ່​ຕ້ອງ​​ຢືມ​ເງິນ​ບ້ວງ​ໃໝ່​ມາ​ໄຊ້​ແທນໜີ້​ສິນ​ເກົ່າ​ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ຂາດ​ດຸນ​ງົບ​ປະ​ມານ​ທີ່​ເປັນ​ເງິນ​ຈຳ​ນວນ​ມະ​ຫາ​ສານ​ຢ່າງ​ບໍ່​ຢຸດ​ຢັ້ງ.

     ​​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ປີ 1960 ເປັນ​ຕົ້ນ​ມາ, ລັດ​ຖະສະ​ພາ​​ອາ​ເມ​ຣິ​ກາ​ໄດ້​ຍົກ​ສູງ​ຫຼື​ຢຸດ​ຕິ​ຂໍ້​ຈຳ​ກັດ​ຂອງ​ເພ​ດານ​ໜີ້​ສິນ​ເຖິງ 78 ຄັ້ງ​ແລ້ວ ເຊິ່ງ​​ຄັ້ງ​ທີ 78 ໄດ້​ເກີດ​ຂຶ້ນໃນ​ປີ 2019.
ບໍ່​ຄວນ​ໃຫ້​ເສດ​ຖະ​ກິດ​ໂລກ​ເປັນ​ຜູ້​ຮັບ​ກຳ​ແທນ​ວິ​ກິດ​ການ​ໜີ້​ສິນ​ຂອງ​ອາ​ເມ​ຣິ​ກາ_fororder_caef76094b36acafbe22e496303dde1903e99c83

     ​ປັດ​ຈຸ​ບັນ, ຕະ​ຫຼາດພັນ​ທະ​ບັດຂອງ​ລັດ​​ຖະ​ບານອາ​ເມ​ຣິ​ກາ​ແມ່ນ​ຕະ​ຫຼາດ​ພັນ​ທະ​ບັດ​ທີ່​ໃຫ​ຍ່​ທີ່​ສຸດ​ໃນ​ໂລກ, ຫຼາຍ​ປະ​ເທດ​ໄດ້​ຈັດ​ຊື້​ແລະ​ຖື​ຄອງ​ພັນ​ທະ​ບັດຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ເປັນຈຳ​ນວນ​ຫຼວງ​ຫຼາຍ. ເນື່ອງ​ຈາກ​ໜີ້​ສິນ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ແມ່ນ​​ອີງ​ຕາມ​ຄ່າ​ເງິນໂດ​ລາ​ສະ​ຫະ​ລັດ,ອາ​ເມ​ຣິ​ກາ​ຈຶ່ງ​​ຈຳ​ເປັນ​ຕ້ອງ​ໄດ້​ພິມ​ທະ​ນະ​ບັດ​ຢ່າງ​ຫຼວງ​ຫຼາຍ​ແລະ​​ຈ່າຍໜີ້​ສິນ​ຂອງ​ຕົນໂດຍ​ບໍ່​ຈຳ​ກັດ​ຈຳ​ນວນ,ສົ່ງ​ຜົນ​ເຮັດ​ໃຫ້​ລາ​ຄາ​ສິ​ນ​ຄ້າ​ລາຍ​ໃຫຍ່​ໃນ​ໂລກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ແລະ​ເຮັດ​ໃຫ້​ເກີດ​ມີ​ໄພ​ເງິນ​ເຟີ້,ເສດ​ຖະ​ກິດ​ຢຸດ​ສະ​ງັກ​ແລະ​ເກີດ​ມີ​ປະ​ກົດ​ການ​ອື່ນໆ​ຕາມ​ຫຼັງ. ໂດຍ​ອາ​ໄສ​ຖາ​ນະ​ມະ​ຫາ​ອຳ​ນາດ​ຂອງ​ເງິນ​ໂດ​ລາ​ສະ​ຫະ​ລັດ​ໃນ​ລະ​ບົບ​ເງິນ​ຕາ​ສາ​ກົນ, ອາ​ເມ​ຣິ​ກາ​ໄດ້​ໂຍນ​ຄວາມ​ສ່ຽງ​ດ້ານ​ໜີ້​ສິນ​ຂອງ​ປະ​ເທດ​ຕົນ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກເປັນ​ຜູ້​ຮັບ​ກຳ​ແທນ,ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໜີ້​ສິນ​ດັ່ງ​ກ່າວ. ຈົນ​ສຸດ​ທ້າຍ​ອາດ​ຈະ​ເຮັດ​ໃຫ້​ພື້ນ​ຖານ​ເງິນ​ຕາ​ຂອງ​ໂລກ​ພັງ​ທະ​ລາຍ,ເກີດ​ມີ​ຜົນ​ຮ້າຍ​ຕາມ​ມາ​ທີ່​ຮ້າຍ​ແຮງ.

     ​​ແຕ່​ວ່າຄວາມ​ໜ້າ​ເຊື່ອ​ຖື​ຂອງ​ເງິນ​ໂດ​ລາ​ສະ​ຫະ​ລັດ​ບໍ່​ແມ່ນ​ຊັບ​ສິນ​​ໃນ​ທາງການ​ເມືອງ​ທີ່​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ນຳ​ໃຊ້​ໄດ້​ຕາມ​ໃຈ​ມັກ​ແລະ​ບໍ່​ມີ​ຂອບ​ເຂດ,ເສດ​ຖະ​ກິດ​ໂລກ​ກໍ່​ບໍ່​ຄວນ​ເປັນ​ຜູ້​​ຮັບ​ກຳແທນ​ອາ​ເມ​ຣິ​ກາ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ຂອງ​ອາ​ເມ​ຣິ​ກາ​ເອງ. ​ຖ້າ​ອາ​ເມ​ຣິ​ກາ​ຍັງ​ສືບ​ຕໍ່​ປ່ອຍ​ໃຫ້​ເກີດ​ມີ​ການ​ຂາດ​ດຸນ​ງົບ​ປະ​ມານ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ມີ​ຂອບ​ເຂດ, ໃຊ້​ມະ​ຫາ​ອຳ​ນາດ​ຂອງ​ເງິນ​ໂດ​ລາ​ສະ​ຫະ​ລັດ​ແບບ​ຊະ​ຊາຍ,ຄວາມ​ໜ້າ​ເຊື່ອ​ຖື​ໃນ​ສາ​ກົນ​ຂອງ​ເງິນ​ໂດ​ລາ​ສະ​ຫະ​ລັດ​ຈະ​ພັງ​ທະ​ລາຍ​ໃນ​ທີ່​ສຸດ,ມະ​ຫາ​ອຳ​ນາດ​ຂອງ​ເງິນ​ໂດ​ລາ​ສະ​ຫະ​ລັດ​ກໍ່​ຈະ​ມີ​ມື້​ສິ້ນ​ສຸດລົງເຊັ່ນ​ກັນ​ໃນ​ທີ່​ສຸດ.

ຄຳ​ເຫັນ

0