ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ກັນຍາປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 76 ໂດຍຜ່ານທາງວີດີໂອ, ແລະໄດ້ກ່າວຄຳປາໄສທີ່ສຳຄັນ. ທ່ານ ກ່າວເນັ້ນອີກຄັ້ງໜຶ່ງວ່າ “ພວກເຮົາຕ້ອງປັບປຸງການບໍລິຫານໂລກ, ປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ”, ເຊິ່ງໄດ້ຮັບຄວາມສົນໃຈຢ່າງສູງຈາກປະຊາຄົມໂລກ.
ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, “ລັດທິຫຼາຍຝ່າຍທີ່ແທ້ຈິງ” ໄດ້ກາຍເປັນຄຳສັບທີ່ທ່ານສີຈິ້ນຜິງກ່າວເຖິງເລື້ອຍໆໃນເວທີການຕ່າງປະເທດ. ໃນເດືອນກັນຍາປີ 2021, ທ່ານສີຈິ້ນຜິງກໍໄດ້ກ່າວເຖິງທັດສະນະທີ່ສຳຄັນນີ້ໃນໂອກາດເຂົ້າຮ່ວມກອງປະຊຸມສອງຝ່າຍ ແລະ ຫຼາຍຝ່າຍ, ເຊັ່ນ: ກອງປະຊຸມສະພາມົນຕີປະມຸກລັດຂອງອົງການຮ່ວມມືຊຽງໄຮຄັ້ງທີ 21, ກອງປະຊຸມພົບປະຂອງຜູ້ນຳປະເທດບຣິກສຄັ້ງທີ 13, ພິທີເປີດກອງປະຊຸມຄົບຄະນະຂອງເວທີປຶກສາຫາລືເສດຖະກິດຕາເວັນອອກຄັ້ງທີ 6, ແລະ ການສົນທະນາທາງໂທລະສັບກັບທ່ານມາຣີໂອ ດຣາກີ ນາຍົກລັດຖະມົນຕີອີຕາລີ.
ໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 76, ທ່ານສີຈິ້ນຜິງໄດ້ກ່າວວ່າ, ໃນໜຶ່ງປີທີ່ຜ່ານມາ, ສະພາບການຂອງໂລກໄດ້ເກີດມີການປ່ຽນແປງອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກໄດ້ສົ່ງຜົນສະທ້ອນທີ່ປົນເປກັນ. ປະຊາຊົນບັນດາປະເທດມີຄວາມປາຖະໜາຢາກພັດທະນາໂດຍສັນຕິຫຼາຍຂຶ້ນ, ແລະມີສຽງຮຽກຮ້ອງທີ່ແຂງແຮງກວ່າເກົ່າຕໍ່ກັບຄວາມຍຸຕິທຳ ແລະ ຄວາມເປັນທຳ, ແລະມີຄວາມມຸ່ງຢາກຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍກວ່າເກົ່າ.
ລັດທິຫຼາຍຝ່າຍ ກໍແມ່ນວຽກງານຂອງຄົນທັງຫຼາຍ, ໃຫ້ຄົນທັງຫຼາຍປຶກສາຮ່ວມກັນ ແລະ ຊຸກຍູ້ຮ່ວມກັນ, ໃຫ້ຄົນທັງຫຼາຍກຳນົດ ແລະ ປະຕິບັດລະບຽບການຮ່ວມກັນ, ບໍ່ຄວນຈັດເອົາລະບຽບການທີ່ກຳນົດຂຶ້ນໂດຍປະເທດດຽວ ຫຼື ບາງປະເທດເປັນການບັງຄັບຜູ້ອື່ນ, ຍິ່ງບໍ່ຄວນໃຫ້ປະເທດໃດໜຶ່ງເລີ່ມຈາກອັນທີ່ເອີ້ນວ່າ “ຖານະ ແລະ ກຳລັງເຂັ້ມແຂງ”, “ນຳພາໂລກໄປສູ່ທິດທາງທີ່ບໍ່ຖືກຕ້ອງ” .
ແຕ່ວ່າ ມີອິດທິກຳລັງໃນສາກົນຈຳນວນໜຶ່ງໃນສາກົນ, ມັກໃຫ້ຄຳໝັ້ນສັນຍາຢ່າງຈິງຈັງວ່າເຄົາລົບລັດທິຫຼາຍຝ່າຍ, ແຕ່ໃນຄວາມເປັນຈິງແລ້ວພັດສ້າງກ້ອນຄັບແຄບ, ສ້າງການເປັນປໍລະປັກກັນດ້ານຮູບຖານຈິດສຳນຶກ, ໃຊ້ຂໍ້ອ້າງຂອງລັດທິຫຼາຍຝ່າຍ ແຕ່ປະຕິບັດງານຕາມລັດທິຝ່າຍດຽວ.
ຫວ່າງກ່ອນນີ້ບໍ່ດົນ, ໃນ ກອງປະຊຸມສະພາມົນຕີປະມຸກລັດອົງການຮ່ວມມືຊຽງໄຮຄັ້ງທີ 21, ທ່ານສີຈິ້ນຜິງໄດ້ກ່າວວ່າ, “ຄວາມເຂັ້ມແຂງອ່ອນແອຊົ່ວຄາວຂຶ້ນຢູ່ກັບກຳລັງ, ໄຊຊະນະພັນປີຂຶ້ນຢູ່ກັບຄວາມຍຸຕິທຳ ແລະຄວາມເປັນທຳ”. ການແກ້ໄຂບັນຫາໃນສາກົນ, ບໍ່ຄວນພິຈາລະນາໂດຍເລີ່ມຈາກອັນທີ່ເອີ້ນວ່າ “ຖານະ ແລະກຳລັງເຂັ້ມແຂງ”, ຫຼື ປະຕິບັດລັດທິເຈົ້າໂລກ, ບັງຄັບແລະ ຂົ່ມເຫັງປະເທດອື່ນ, ແຕ່ຄວນເຄົາລົບ ແລະ ປະຕິບັດຕາມຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ຍຶດໝັ້ນໃນຫຼັກການທີ່ ປຶກສາຫາລືຮ່ວມກັນ ສ້າງສາ ຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, ຄັດຄ້ານການກະທຳທີ່ໃຊ້ຂໍ້ອ້າງ “ລະບຽບການ” ເພື່ອທຳລາຍລະບຽບການສາກົນ, ສ້າງການເປັນປໍລະປັກກັນ ແລະ ແບ່ງແຍກກັນ.
ໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງນີ້, ທ່ານສີຈິ້ນຜິງກ່າວຕື່ມອີກວ່າ, ໃນໂລກມີແຕ່ລະບົບດຽວ ຄື ລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ. ມີແຕ່ລະບຽບການພຽງໜຶ່ງດຽວ, ຄື ລະບຽບການສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ; ມີແຕ່ກົດລະບຽບສະບັບດຽວ, ຄື ຫຼັກການພື້ນຖານແຫ່ງການພົວພັນສາກົນທີ່ຖືຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດເປັນພື້ນຖານ.
ທ່ານສີຈິ້ນຜິງໄດ້ກ່າວເນັ້ນເຖິງ “ລັດທິຫຼາຍຝ່າຍທີ່ແທ້ຈິງ”, ຈຸດປະສົງຕົ້ນຕໍກໍເພື່ອເດີນຕາມເສັ້ນທາງແຫ່ງຄວາມສາມັກຄີ ແລະ ການຮ່ວມມື.
ທ່ານກ່າວດ້ວຍຄວາມເຄັ່ງຂຶມວ່າ, ມັນເປັນເລື່ອງຍາກທີ່ຈະຫຼີກລ່ຽງບໍ່ໃຫ້ເກີດມີຄວາມຂັດແຂ່ງກັນລະຫວ່າງປະເທດກັບປະເທດ, ແຕ່ຄວນດຳເນີນການສົນທະນາ ແລະ ການຮ່ວມມືກັນບົນພື້ນຖານແຫ່ງຄວາມສະເໝີພາບ ແລະ ເຄົາລົບເຊິ່ງກັນແລະກັນ. ຜົນສຳເລັດຂອງປະເທດໜຶ່ງບໍ່ໝາຍຄວາມວ່າ ປະເທດອື່ນຈະປະລາໄຊຢ່າງແນ່ນອນ, ໂລກນີ້ໃຫຍ່ພໍທີ່ຈະຍອມຮັບການພັດທະນາ ແລະ ການກ້າວໜ້າຮ່ວມກັນຂອງບັນດາປະເທດ.
ຄວາມຫຼາກຫຼາຍແມ່ນຈຸດພິເສດພື້ນຖານຂອງໂລກ, ທັງແມ່ນມົນສະເໜ່ຂອງອະລິຍະທຳຂອງມວນມະນຸດ. ຕັບບີຂອງລັດທິຫຼາຍຝ່າຍກໍແມ່ນການເຄົາລົບຄວາມຫຼາກຫຼາຍ. ບັນດາປະເທດລ້ວນແຕ່ມີປະຫວັດສາດ ແລະ ວັດທະນະທຳທີ່ເປັນເອກະລັກຂອງຕົນ, ຕ້ອງການເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ, ພ້ອມກັນນັ້ນ, ກໍຕ້ອງການມີສິດສະເໝີພາບ ໂອກາດທີ່ສະເໝີພາບ ແລະ ລະບຽບການທີ່ສະເໝີພາບກັນ. ການແບ່ງແຍກໂລກດ້ວຍຮູບຖານຈິດສຳນຶກ, ການກໍ່ “ສົງຄາມເຢັນ” ດ້ວຍຮູບແບບຕ່າງໆ, ແລະ ສ້າງການເປັນປໍລະປັກກັນດ້ານຮູບຖານຈິດສຳນຶກ, ເຊິ່ງລ້ວນແຕ່ລະເມີດຈິດໃຈຂອງລັດທິຫຼາຍຝ່າຍ, ຈະບໍ່ສາມາດແກ້ໄຂບັນຫາຂອງປະເທດຕົນໄດ້, ຍິ່ງໄປກວ່ານັ້ນແມ່ນບໍ່ສາມາດຮັບມືກັບສິ່ງທ້າທາຍຮ່ວມຂອງມວນມະນຸດໄດ້ອີກດ້ວຍ.
ທ່ານສີຈິ້ນຜິງໄດ້ກ່າວຕອນໜຶ່ງທີ່ມີຄວາມໝາຍເລິກເຊິ່ງຄື: ໂລກທີ່ພັດທະນາໂດຍສັນຕິ ຄວນມີອະລິຍະທຳທີ່ມີຮູບແບບແຕກຕ່າງກັນ, ຕ້ອງຍອມຮັບເສັ້ນທາງທີ່ຫຼາກຫຼາຍເພື່ອກ້າວສູ່ທັນສະໄໝ. ປະຊາທິປະໄຕບໍ່ແມ່ນສິດພິເສດຂອງປະເທດໃດໜຶ່ງ, ແຕ່ແມ່ນສິດຂອງປະຊາຊົນບັນດາປະເທດ. ສະຖານະການສາກົນໃນໄລຍະມໍ່ໆມານີ້ໄດ້ພິສູດໃຫ້ເຫັນອີກເທື່ອໜຶ່ງວ່າ, ການແຊກແຊງທາງການທະຫານຈາກພາຍນອກ ແລະ ອັນທີ່ເອີ້ນວ່າ “ການປັບປຸງປະຊາທິປະໄຕ” ໄດ້ສ້າງຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງ. ພວກເຮົາຕ້ອງອອກແຮງເຊີດຊູຄ່ານິຍົມຮ່ວມຂອງມວນມະນຸດ ຄື: ສັນຕິພາບ ການພັດທະນາ, ຄວາມຍຸຕິທຳ, ຄວາມເປັນທຳ, ປະຊາທິປະໄຕ, ແລະເສລີພາບ, ປະຖິ້ມແນວຄິດກຸ່ມກ້ອນຄັບແຄບ ແລະ ການແຂ່ງຂັນແບບເກມຜົນລວມເປັນສູນ.
ໃນການກ່າວຄຳປາໄສຂອງທ່ານສີຈິ້ນຜິງໃນຄັ້ງນີ້ຍັງໄດ້ກ່າວເຖິງເຫດການສຳຄັນປະການໜຶ່ງ ຄື: ປີນີ້ແມ່ນປີທີ່ສປຈີນຟື້ນຟູທີ່ນັ່ງທີ່ຖືກຕ້ອງຕາມກົດໝາຍໃນອົງການສະຫະປະຊາຊາດຄົບຮອບ 50 ປີ, ຈີນຈະລະນຶກເຫດການຄັ້ງປະຫວັດສາດດັ່ງກ່າວຢ່າງຄຶກຄື້ນ. ພຶດຕິກຳໃນໄລຍະ 50 ປີທີ່ຜ່ານມາໄດ້ພິສູດວ່າ, ຈີນເປັນຜູ້ສ້າງສັນຕິພາບຂອງໂລກ ຜູ້ປະກອບສ່ວນເຂົ້າໃນການພັດທະນາໂລກ, ຜູ້ປົກປັກຮັກສາລະບຽບການສາກົນ, ແລະ ຜູ້ສະໜອງຜະລິດຕະພັນສາທາລະນະຂອງໂລກຢ່າງສະເໝີຕົ້ນສະເໝີປາຍ.
ເຖິງວ່າການປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງຈະເປັນເສັ້ນທາງທີ່ລະອິດລະອ້ຽວກໍຕາມ, ແຕ່ກໍເຕັມໄປດ້ວຍຄວາມຫວັງເຊັ່ນກັນ, ຈີນຈະສືບຕໍ່ຢືນຢູ່ຄຽງຂ້າງຝ່າຍທີ່ຖືກຕ້ອງໃນປະຫວັດສາດຢ່າງເດັດດ່ຽວໜຽວແໜ້ນ, ຢືນຢູ່ຄຽງຂ້າງຝ່າຍທີ່ກ້າວໜ້າຂອງມວນມະນຸດ, ສືບຕໍ່ສະໜອງໂອກາດໃໝ່ໃຫ້ກັບໂລກດ້ວຍການພັດທະນາໃໝ່ຂອງຕົນ, ປະກອບສ່ວນໃຫຍ່ຫຼວງກວ່າເກົ່າເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ແລະ ສ້າງໂລກທີ່ສວຍງາມກວ່າເກົ່າ.
ຄຳເຫັນ
0