秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະນະກຳມະການໂອລິມປິກອາຟຣິກາໃຕ້ອອກຖະແຫຼງການ ເພື່ອສະໜັບສະໜູນງານກິລາໂອລິມປິກລະດູໜາວປັກກິ່ງ 2022

2021-10-30 13:45:51 cri

ປັດ​ຈຸ​ບັນ, ງານ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022 ໄດ້​ເຂົ້າ​ສູ່​ໄລ​ຍະ​ນັບ​ຖອຍຫຼັງ​ແລ້ວ. ໃນ​ຫວ່າງ​ມໍ່​ໆ​ນີ້, ສະຫະ​ພັນກິ​ລາ ທັງ​ເປັນ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ອາ​ຟ​ຣິ​ກາ​ໃຕ້ ຫຼື SASCOC ໄດ້​ອອກ​ຖະ​ແຫຼງ​ການຢ່າງ​ເປັນ​ທາງ​ການ ເພື່ອ​ສົ່ງ​​ຄຳອວຍ​ພອນ​ອັນ​ປະ​ເສີດ​ໄປ​ຍັງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ຖະ​ແຫຼງ​ການ​ໄດ້​ລະ​ບຸ​ວ່າ: ນະ​ຄ​ອນຫຼວງ​ປັກ​ກິ່ງ ຈະ​ກາຍ​ເປັນ​ນະ​ຄອນ​ທຳ​ອິດ​ໃນ​ໂລກ​ທີ່​ເຄີຍ​ຈັດ​​ທັງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູຮ້ອນ ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ. ເນື່ອງ​ໃນ​ໂອ​ກາດ​ທີ່​ປັກ​ກິ່ງ​ຈະ​ສ້າງ​ປະ​ຫ​ວັດ​ສາດ​ໃໝ່, ອາ​ຟ​ຣິ​ກາ​ໃຕ້​ຍິນ​ດີ​ຮ່ວມ​ກັບ​ຈີນ ເພື່ອ​ຊົມ​ເຊີຍ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ໃນ​ຄັ້ງ​ນີ້. ເຖິງ​ແມ່ນ​ວ່າ​ອາ​ຟ​ຣິ​ກາໃຕ້​ບໍ່​ສາ​ມາດ​ສົ່ງ​ນັກ​ກິ​ລາ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້​ຍ້ອນ​ມີ​ເງື່ອນ​ໄຂ​ຈຳ​ກັດ​ກໍ​ຕາມ, ແຕ່ອາ​ຟ​ຣິ​ກາ​ໃຕ້ຍິນ​ດີ​ຮ່ວມ​ຈິດ​ຮ່ວ​ມ​ໃຈ​ກັບ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ປັກ​ກິ່ງ ກໍ​ຄື​ປະ​ຊາ​ຊົນ​ຈີນ ເພື່ອ​ຈັດ​ງານ​ກິ​ລາ​ຄັ້ງ​ນີ້​ໃຫ້​ມີ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ຄຳ​ເຫັນ

0