覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຄຳ​ປ​າ​ໄສ​ສຳ​ຄັນ​ໃນ​ກອງ​ປ​ະ​ຊຸມ​ໄລ​ຍະ​ທີ​ໜຶ່ງ​ຂອງກອງ​ປະ​ຊຸມ​ສຸດຍອດ​ກຸ່ມG20ຄັ້ງ​ທີ16

2021-10-30 22:22:21 cri

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຄຳ​ປ​າ​ໄສ​ສຳ​ຄັນ​ໃນ​ກອງ​ປ​ະ​ຊຸມ​ໄລ​ຍະ​ທີ​ໜຶ່ງ​ຂອງກອງ​ປະ​ຊຸມ​ສຸດຍອດ​ກຸ່ມG20ຄັ້ງ​ທີ16_fororder_fenghui
 

 ວັນ​ທີ 30 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​​ໃນ​ກອງ​ປ​ະ​ຊຸມ​ໄລ​ຍະ​ທີ​ໜຶ່ງ​ຂອງກອງ​ປະ​ຊຸມ​ສຸດຍອດ​ກຸ່ມG20ຄັ້ງ​ທີ16ຜ່ານ​ທາງວີ​ດີ​ໂອ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປັດ​ຈຸ​ບັນ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ການ​ຟື້ນ​ຟູ​ເສດ​ຖະ​ກິດຂອງ​ໂລກ​ຕົກ​ຢູ່​ໃນ​ສະ​ພາບ​ອ່ອນ​ແອ, ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ພົ້ນ​ເດັ່ນ​ຂຶ້ນ, ບັນ​ຫາ​ຈຸດ​ສຸມ​ໃນ​ພາກ​ພື້ນ​ໄດ້​ເກີດ​ຂຶ້ນ​ເລື້ອຍໆ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ໃນ​ໂລກ​ແລະ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ​ສະ​ຕະ​ວັດ​ໃໝ່, ກຸ່ມ20ປະ​ເທດຫຼື G20ໃນຖາ​ນະ​ເປັນ​ເວ​ທີ​ປາ​​ໄສ​ສຳ​ຄັນ​ສຳ​ລັບ​ການ​ຮ່ວມ​ມື​ສາ​ກົນ​ໃນ​ດ້ານ​ເສດ​ຖະ​ກິດ ຄວນ​ແບກ​ຫາບຄວາມ​ຮັບ​ຜິດ​ຊອບ​ເທົ່າທີ່ຄວນ, ເພື່ອ​ອະ​ນາ​ຄົດ​ຂອງມວນ​ມະ​ນຸດ ແລະ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ, ຍຶດ​ໝັ້ນ​​ການ​ເປີດກວ້າງແລະມີສ່ວນຮ່ວມ,ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

 

  ທ່ານ​ສີ​ຈິ້ນ​ຜິງ​ໄດ້​​ສະເໜີ​ຂໍ້​ສະ​ເໜີ 5 ຂໍ້​,ຄື:

 

ໜຶ່ງ, ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ. ປະ​ຊາ​ຄົມ​ໂລກ​ຄວນ​ຮ່ວມ​ແຮງ​ ຮ່ວ​ມ​ໃຈ​ກັນ, ຮັບ​ມືກັນດ້ວຍທ່າທີວິ​ທະ​ຍາ​ສາດ​ແລະ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​, ​ຄວບ​ຄຸມແລະ​ວິ​ທີ​ປິ່ນ​ປົວ​, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ເຫດ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ເກີດ​ຂຶ້ນ​ກະ​ທັນ​ຫັນ. ກຸ່ມ G20ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ທ້ອນ​ໂຮມ​ຄວາມ​ເຫັນທີ່​ເປັນ​ເອ​ກະ​ພາບ​ກັນ,ລະ​ດົມ​ຊັບ​ພະ​ຍາ​ກອນ,ຊຸກ​ຍູ້​ການ​ຮ່ວມ​ມື.

  

ສອງ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ, ຊຸກ​ຍູ້​ກາ​ນ​ຟື້ນ​ຟູ​. ຄວນ​ເພີ່​ມ​ທະ​ວີ​ການ​ປະ​ສານ​ງານໃນ​ດ້ານນະ​ໂຍ​ບາຍ​ເສ​ດ​ຖະ​ກິດ​ມະ​ຫາ​ພາກ, ຮັກ​ສາ​ລັກ​ສະ​ນະ​ຕໍ່​ເນື່ອງ ລັກ​ສະ​ນະ​ໝັ້ນ​ທ່ຽງ ແລະ ລັກ​ສະ​ນະ​ຍືນ​ຍົງ​ຂອງ​ນະ​ໂຍ​ບາຍ. ອົງກອນ​ເສດ​ຖະ​ກິດ​ສຳ​ຄັນ​ຄວນ​ໃຊ້​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ຮັບ​ຜິດ​ຊອບ, ຫຼີກ​ລ່ຽງ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ປະ​ເທດ​ພວມ​ພັດ​ທະ​ນາ, ຮັກ​ສາ​ການ​ໝູນ​ວຽນ​ທີ່​ປອດ​ໃສ ແລະ ໜັກ​ແໜ້ນ​ຂອງ​ລະ​ບົບ​​ເສດ​ຖະ​ກິດການເງິນ​ສາ​ກົນ.

 

ສາມ, ສ້າງຜົນ​ປະ​ໂຫຍດໃຫ້​ທົ່ວເຖິງ ແລະ ການມີສ່ວນຮ່ວມ, ພັດ​ທະ​ນາ​ຮ່ວມ​ກັນ. ຄວນ​ຍຶດ​ໝັ້ນ​ໃນ​ການ​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຍົກ​ສູງ​ຄວາມ​ຍຸ​ຕິ​ທຳ ປະ​ສິດ​ທິ​ຜົນ ແລະ ການມີສ່ວນຮ່ວມ​ໃນ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ໂລກ, ພະ​ຍາ​ຍາມ​ບໍ່​ໃຫ້​ປະ​ເທດ​ໃດ​ໜຶ່ງ​ຕົກ​ແຖວ.

 

ສີ່, ຂັບ​ເຄື່ອນ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່, ຂຸດ​ຄົ້ນ​ແຮງ​ຂັບ​ເຄື່ອນ. ກຸ່ມ G20ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຂຸດ​ຄົ້ນ​ກຳ​ລັງ​ບົ່ມ​ຊ້ອນ​ແຫ່ງ​ການ​ເຕີບ​ໂຕ​ດ້ວຍການ​ປະ​ດິດ​ສ້າງ​ໃໝ່, ກຳ​ນົດ​ລະ​ບຽບ​ການ​ບົນ​ພື້ນ​ຖານ​ທີ່​ເຂົ້າ​ຮ່ວມ​ຢ່າງ​ເຕັມ​ສ່ວນ ແລະ ​ມີຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ການ​ພັດ​ທະ​ນາ​ທີ່​ຂັບ​ເຄື່ອນ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່.

 

ຫ້າ, ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ, ພັດ​ທະ​ນາ​ດ້ວຍ​ຮູບ​ຕາມທິດສີ​ຂຽວ​ແບບ​ຍືນ​ຍົງ. ກຸ່ມ G20ຄວນ​ຍຶດ​ໝັ້ນ​ໃນຫຼັກ​ການ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ, ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ “ສັນ​ຍາ​ປາ​ຣີ” ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ຮອບ​ດ້ານ, ສະ​ໜັບ​ສະ​ໜູນກອງ​ປະ​ຊຸມ​ປະ​ເທດ​ພາ​ຄີ​ໃນ​ສົນ​ທິ​ສັນ​ຍາຂອບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ຄັ້ງ​ທີ 26 ແລະ ກອງ​ປະ​ຊຸມ​ປະ​ເທດ​ພາ​ຄີໃນ“ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ” ຄັ້ງ​ທີ 15 ໃຫ້ໄດ້​ຮັບ​ຜົນ​ສຳ​ເລັດ.

 

ໃນ​ຕອນມ້ວນທ້າຍ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້​ນ​ວ່າ, ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ຕ້ອງ​ການ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ໂລກສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ. ເສັ້ນ​ທາງ​ຍາ​ວ​ໄກ ທັງ​ມີ​ອຸ​ປະ​ສັກ​ກັ້ນ​ໄວ້, ເມື່ອ​ອອກ​ເດີນ​ທາງ​ໄປ​ແລ້ວ​ກໍ​ຈະ​ມີ​ມື້​ທີ່ຈະ​ໄປ​ຮອດ, ເດີນ​ທາງ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ, ກໍ​ມີ​ຫວັງ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ອະ​ນາ​ຄົດ. ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ສາ​ມັກ​ຄີກັນ​ເຂົ້າ​, ລຶບ​ລ້າງ​ເງົາ​ມືດ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ, ຮ່ວມ​ມື​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່​າ​ເກົ່າ.

 

ຄຳ​ເຫັນ

0