黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມືມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາແລະ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ຂອງ​ອາ​ຊີ

2021-11-01 16:26:06 cri

ປີ​ນີ້​ແມ່ນ​​ປີ​ທີ່ຈີນ-​ອາ​ຊຽນ​​​ໄດ້ສ້າງ​​ຕັ້ງສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາຄົບ​ຮອບ 30 ປີ. ໃນ​ໄລ​ຍະ 30 ປີ​ຜ່ານ​ມາ, ສອງ​ຝ່າຍ​​ໄດ້ຕັ້ງ​ໜ້າ​ຕິດ​ຕາມ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ແລະ​​ໄດ້​ຮ່ວມ​ກັນຊຸກ​ຍູ້ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ, ຮ່ວມ​ກັນສ້າງ “ຄວາມອັດ​ສະ​ຈັນ​ໃຫ້​ກັບ​ອາ​ຊີຕາ​ເວັນ​ອອກ”, ​ ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໂດຍລວມ​​ໃຫ້​ກັບ​ພາກ​ພື້ນ​ແລະ​​ເຮັດ​ໃຫ້ເສດ​ຖະ​ກິດ​ເຕີ​ບ​ໂຕ​ຢ່າງ​ຕໍ່​ເນື່ອງ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ແລະ​ອາ​ຊຽນ​​ໄດ້ຊ່ວຍ​ເຫຼືອ​ແລະ​​ໃຫ້​ການສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ມີ​ຄວາມ​ໝັ້ນ​ຄົງ​ກວ່າ​ເກົ່າ​.

ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ມີ​ຕົ້ນ​ກຳ​ເນີດ​ຢ່າງ​ເລິກ​ເຊິ່ງ​ມາ​ຈາກປະ​ຫວັດ​ສາດ​ແລະ​ວັດ​ທະ​ນະ​ທຳ​, ສິ່ງ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ກໍ​ຄື: ການ​ພົວ​ພັນ​ດັ່ງ​ກ່າວ​ໄດ້​ນຳ​ໃຊ້​ທ່າ​ແຮງ​ດ້ານ​ການ​ປະ​ສານ​ງານ​ແລະ​ມິດ​ຕະ​ພາບແບບ​ຄອບ​ຄົວ​ໃຫຍ່​​ຂອງ​ພາກ​ພື້ນພາກ​ຕາ​ເວັນ​ອອກ​ໃຫ້​ສົມ​ບູນ​ທີ່​ສຸດ, ທັງ​ມີ​ກຳ​ລັງ​ບົ່ມ​ຊ້ອນ​​ໃນ​ການພັດ​ທະ​ນາ​ຢ່າງ​ໃຫຍ່​ຫຼວງ.

ໃນ​ໄລ​ຍະ 30 ປີ​ຜ່ານ​ມາ, ຈີນ​ແລະ​ອາ​ຊຽນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ແບບ​ຫຼາຍ​ຝ່າຍ​​ໄດ້ຢ່າງ​ຈົບ​ງາມ, ໄດ້ສ້າງ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ໃຫ້​​ກັບ​ປະ​ເທດ​ຈີນ​ແລະ​ປະ​ເທດ​ອາ​ຊຽນ. ໃນ 30 ປີ​ຜ່ານ​ມາ, ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ 85 ເທົ່າ, ມູນ​ຄ່າ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນ​ລຸ​ຫຼາຍກວ່າ 310 ຕື້​ໂດ​ລາ​ສະ​ຫະ​ລັດ; ໃນ 3 ໄຕ​ມາດ​​ຂອງ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນ​ລຸ​ເຖິງ 630,54 ຕື້​ໂດ​ລາ​ສະ​ຫະ​ລັດ, ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 31,1%. ປີ​ກາຍ​ນີ້, ຈີນ​ແລະ​ອາ​ຊຽນໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງຂອງ​ກັນ​ແລະ​ກັນ​ເປັນ​ຄັ້​ງ​ທຳ​ອິດ, ສອງ​ຝ່າຍ​ໄດ້​ເຊັນ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼື RCEP; ທັງ​ໄດ້​ສ້າງ​ຄວາມ​ອັດ​ສະ​ຈັນ​ໃນ​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ເພີ່ມ​ຂຶ້ນ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ອີງ​ຕາມ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ພາກ​ພື້ນ​​ອາ​ຊຽນ, ອາ​ຊຽນ​ຈະ​ຊຸກ​ຍູ້​ໃຫ້ອົງ​ກອນ, ອົງ​ການ​ຈັດ​ຕັ້ງແລະ​ບຸກ​ຄະ​ລາ​ກອນ​ຂອງ​ພາກ​ພື້ນຕົນ​ເຊື່ອມ​ໂຍງ​ເຂົ້​າ​ກັນ​ໂດຍ​ຜ່ານ​ການ​ປະ​ຕິ​ບັດ “ແຜນ​ແມ່​ບົດ​ກ່ຽວ​ກັບ​​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງ​ອາ​ຊຽນ​ປີ 2025”, ເພື່ອ​ບັນ​ລຸ​​ເປົ້າ​ໝາຍ​ການ​ສ້າງປະ​ຊາ​ຄົມ​ອາ​ຊຽນ​ທີ່​ມີ​ລະ​ດັບ​ການ​ເຊື່ອງ​ໂຍງ​ເຊື່ອມ​ຈອດ​ກັນ​ສູງກວ່າ​ເກົ່າ. ອີກ​ດ້ານ​ໜຶ່ງ, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ຈີນ​ໄດ້​ສະ​ແຫວງ​ການ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ກັບ​ພາກ​ພື້ນ​ທີ່​ມີອາ​ລິ​ຍະ​ທຳ​ຕ່າງ​ກັນ. ​ຈາກ​ນີ້​ເຫັນ​ໄດ້​ວ່າ: ອາ​ຊຽນ​ແລະ​ຈີນ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ທາງ​ດ້ານ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ແບບ​ສັງ​ລວມ, ນີ້​ຈະ​ມີ​ຜົນ​ດີ​​ໃຫ້​ກັບ​ການ​ຊຸກ​ຍູ້​ໃຫ້​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ເຊື່ອມ​ຈອດ​ກັນ​ແລະ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ຕາມ​ຍຸດ​ທະ​ສາດ​ດ້ານ​ການ​ພັດ​ທະ​ນາ.

ຫວ່າງ​ມໍ່ໆ​ມາ​ນີ້​, ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຊຸດຍອດ​ຈີນ-ອາ​ຊຽນ​ຄັ້ງ​ທີ 24 ຜ່ານ​ວີ​ດີ​ໂອ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ວ່າ: “ປັດ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຂະ​ຫຍາ​ຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ, ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່​າງໆ​ໄດ້​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ. ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ຜູ້​ນຳ​ປະ​ເທດ​ອາ​ຊຽນ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ດ້ານ​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ​ໂດຍ​ຜ່ານ​ຮູບ​ການ​ຕ່າງໆ.” ທ່ານ​ຫຼີ​ເຄີ້​ສຽງ ຊີ້​ໃຫ້​ເຫັນ​ວ່າ: ຈີນ​ຖື​ອາ​ຊຽນ​ເປັນ​ທິດ​​ບູ​ລິ​ມະ​ສິດໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ກັບ​ປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ​ຢ່າງ​ສະ​ເໜີ​ຕົ້ນ​ສະ​ເໝີ​ປາຍ, ຈີນ​ຈະ​ເຮັດ​ຄື​ດັ່ງ​ທີ່​ເຄີຍ​ໄດ້​ປະ​ຕິ​ບັດ​ຜ່ານ​ມາ​, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຖາ​ນະ​ໃຈ​ກາງ​ຂອ​ງ​ອາ​ຊຽນ​ໃນ​ຂອບ​ພາກ​ພື້ນ​ແຫ່ງ​ນີ້, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາ​ກົນ.

ປັດ​ຈຸ​ບັນ, ລະ​ດັບເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ຄ້າ, ການ​ເງິນ​ແລະ​ຂົງ​ເຂດ​ອື່ນໆ​ໄດ້​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ໄດ້​ສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ກອນ 2 ຕື້​ຄົນ​ຂອງ 11 ປະ​ເທດ. ໃນ​ເດືອນ​ໜ້າ​ນີ້, ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ລະ​ນຶກ​ການສ້າງ​​ຕັ້ງສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​​ຈີນ-ອາ​ຊຽນຄົບ​ຮອບ 30 ປີ, ນີ້​​ຈະ​ເປັນຂີດ​ໝາຍສຳ​ຄັນ​ເພື່ອສືບ​ທອດ​ມູນ​ເຊື້ອ​ອັນ​ດີ​ງາມ​ຜ່ານ​ມາ​ແລະ​ເສີມ​ຂະ​ຫຍາຍສາຍ​ພົວ​ພັນ​​ອັນ​ໃໝ່ລະ​ຫວ່າງ​ສອງ​ຝ່າຍ. ເຊື່ອ​ວ່າ: ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ, ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຈະ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຍາວ​​ນານ, ​ຮ່ວມ​ກັນ​ປະ​ກອ​ບ​ສ່ວນ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ​ໃຫ້​ກັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາແລະ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ຂອງ​ອາ​ຊີ.

ຄຳ​ເຫັນ

0