ແຕ່ວັນທີ 13-14 ຕຸລາປີ2021, ກອງປະຊຸມວຽກງານສະພາປະຊາຊົນຂັ້ນສູນກາງໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມໂດຍເນັ້ນໜັກວ່າ ຕ້ອງຍຶດໝັ້ນແລະປັບປຸງລະບອບສະພາປະຊາຊົນໃຫ້ສົມບູນຂຶ້ນ, ພັດທະນາປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ.
ປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ ຄືແນວຄວາມຄິດສຳຄັນທີ່ຈີນສະເໜີອອກມາ. ປີ2019, ທ່ານສີຈິ້ນຜິງໄດ້ກ່າວໃນເວລາສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ້ວ່າ: “ພວກເຮົາໄດ້ເດີນຕາມເສັ້ນທາງການພັດທະນາການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ປະຊາທິປະໄຕປະຊາຊົນແມ່ນປະຊາທິປະໄຕໃນທົ່ວຂະບວນການ.”
ເປັນຫຍັງທ່ານສີຈິ້ນຜິງຈຶ່ງຕ້ອງກ່າວເນັ້ນໜັກເຖິງແນວຄວາມຄິດສຳຄັນນີ້? ເປັນຫຍັງປະຊາທິປະໄຕແບບຈີນຈຶ່ງສາມາດເປັນປະຊາທິປະໄຕໃນທົ່ວຂະບວນການ? ຕໍ່ໄປຈະອະທິບາຍໃຫ້ຮູ້.
ປີ1954, ກອງປະຊຸມຄັ້ງປະຖົມມະເລີກຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີໜຶ່ງໄດ້ໄຂຂຶ້ນ, ລະບອບສະພາປະຊາຊົນເຊິ່ງເປັນລະບອບການເມືອງພື້ນຖານຂອງປະເທດຈີນໃໝ່ໄດ້ຮັບການສ້າງຕັ້ງຂຶ້ນຕັ້ງແຕ່ນັ້ນເປັນຕົ້ນມາ.
ປີ2014, ທ່ານສີຈິ້ນຜິງໄດ້ກ່າວຢູ່ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາປະຊາຊົນແຫ່ງຊາດຈີນຄົບຮອບ60ປີວ່າ: “ການສ້າງຕັ້ງລະບອບການເມືອງແບບໃໝ່ທີ່ປະຊາຊົນເປັນເຈົ້າຂອງປະເທດຊາດຢູ່ຈີນທີ່ເປັນປະເທດທີ່ມີປະຫວັດອະລິຍະທຳ5.000ກວ່າປີແລະມີປະຊາກອນຫຼາຍຮ້ອຍລ້ານຄົນ,ເຊິ່ງມີຄວາມໝາຍໃນລັກສະນະໄຂສັງກາດໃໝ່ໃນປະຫວັດການພັດທະນາການເມືອງຈີນກໍຄືປະຫວັດການພັດທະນາການເມືອງໂລກ.”
ໃນກອງປະຊຸມວຽກງານສະພາປະຊາຊົນຂັ້ນສູນກາງປີ2021ຄັ້ງນີ້, ທ່ານສີຈິ້ນຜິງໄດ້ຕີລາຄາສູງຕໍ່ລະບອບສະພາປະຊາຊົນອີກຄັ້ງໜຶ່ງວ່າ ລະບອບນີ້ເປັນລະບອບການເມືອງໃໝ່ອ່ຽມທີ່ມີຄວາມໝາຍສຳຄັນຍິ່ງໃນປະຫວັດການພັດທະນາການເມືອງຈີນກໍຄືປະຫວັດການພັດທະນາການເມືອງໂລກ.
ສາມາດເວົ້າໄດ້ວ່າ: ຈາກ “ແບບໃໝ່”ຈົນຮອດ “ໃໝ່ອ່ຽມ”, ເປັນການປ່ຽນແປງພຽງຄຳສັບດຽວເທົ່ານັ້ນ, ແຕ່ໄດ້ສ່ອງແສງໃຫ້ເຫັນເຖິງວິໄສທັດທີ່ລະດັບສູງກວ່າເກົ່າ, ສາຍຕາທີ່ກວ້າງຂວາງກວ່າເກົ່າແລະຄວາມຮັບຮູ້ທີ່ເລິກເຊິ່ງກວ່າເກົ່າ.
ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາປະຊາຊົນແຫ່ງຊາດຈີນຄົບຮອບ60ປີເມື່ອປີ2014ຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ກ່າວວ່າ: “ຈີນມີດິນແດນທີ່ມີເນື້ອທີ່9.600.000ກວ່າກິໂລຕາແມັດ, ມີ56 ຊົນເຜົ່າ, ຄັນຊັ້ນ, ພວກເຮົາຈະສາມາດປະຕິບັດງານຕາມຮູບແບບຂອງໃຜໄດ້? ໃຜແດ່ທີ່ສາມາດຊີ້ນັ້ນຊີ້ນີ້ບົງການພວກເຮົາວ່າຄວນເຮັດແນວໃດ? ”, “ມີແຕ່ລະບອບທີ່ໄດ້ຝັງຮາກເລິກຢູ່ດິນແດນຂອງປະເທດຕົນເພື່ອດູດຊຶມເອົາທາດບຳລຸງທີ່ອຸດົມສົມບູນເທົ່ານັ້ນ,ຈິ່ງຈະເປັນທີ່ໜ້າເຊື່ອຖືທີ່ສຸດແລະໄດ້ຜົນດີທີ່ສຸດ.”
ປີ2021, ທ່ານສີຈິ້ນຜິງໄດ້ກ່າວເນັ້ນເຖິງປະໂຫຍກດຽວຄື: “ລະບອບສະພາປະຊາຊົນເປັນລະບອບທີ່ດີທີ່ສອດຄ່ອງກັບສະພາບແຫ່ງຊາດແລະສະພາບຄວາມເປັນຈິງຂອງຈີນ, ໄດ້ສະແດງເຖິງລັກສະນະປະເທດສັງຄົມນິຍົມ,ຮັບປະກັນໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດ, ຮັບປະກັນການບັນລຸເປົ້າໝາຍໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊາດຈີນ, ເປັນການປະດິດສ້າງທີ່ຍິ່ງໃຫຍ່ທີ່ພັກເຮົານຳພາປະຊາຊົນສ້າງຂຶ້ນໃນປະຫວັດສາດຂອງລະບອບການເມືອງຂອງມວນມະນຸດ.”
ໂລກໃນປັດຈຸບັນພວມເກີດມີການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາ. ທ່ານສີຈິ້ນຜິງໄດ້ໃຫ້ທັດສະນະດັ່ງນີ້: ການແຂ່ງຂັນດ້ານລະບອບເປັນດ້ານໜຶ່ງທີ່ສຳຄັນໃນການແຂ່ງຂັນກຳລັງແຮງສັງລວມຂອງຊາດ, ທ່າແຮງດ້ານລະບອບເປັນທ່າແຮງສຳຄັນສຳລັບປະເທດໜຶ່ງໃນການຍາດເອົາທ່າບຸກໃນດ້ານຍຸດທະສາດ. ປະຫວັດສາດແລະສະພາບຄວາມເປັນຈິງລ້ວນແຕ່ໄດ້ສະແດງໃຫ້ເຫັນວ່າ ເມື່ອລະບອບມີຄວາມໝັ້ນຄົງ ປະເທດກໍຈະມີຄວາມໝັ້ນຄົງ, ເມື່ອລະບອບມີຄວາມເຂັ້ມແຂງ ປະເທດກໍຈະເຂັ້ມແຂງ.
ປະຊາທິປະໄຕປະຊາຊົນໃນທົ່ວຂະບວນການເປັນເອກະລັກທີ່ພົ້ນເດັ່ນຂອງການເມືອງປະຊາທິປະໄຕສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ແຕກຕ່າງກັບປະຊາທິປະໄຕຊົນຊັ້ນນາຍທຶນທີ່ມີຫຼາຍຮູບຫຼາຍແບບຂອງປະເທດຕາເວັນຕົກ. ເດືອນມີນາປີ2021, ກອງປະຊຸມຄັ້ງທີ4ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ13ໄດ້ກຳນົດເອົາເນື້ອໃນກ່ຽວກັບ “ສະພາປະຊາຊົນແຫ່ງຊາດ ພ້ອມຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດທີ່ຍຶດໝັ້ນໃນຫຼັກການປະຊາທິປະໄຕໃນທົ່ວຂະບວນການ” ບັນທຶກໄວ້ເປັນກົດໝາຍ.
ໃນກອງປະຊຸມວຽກງານສະພາປະຊາຊົນຂັ້ນສູນກາງຄັ້ງນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນວ່າ: ຖ້າວ່າປະຊາຊົນມີແຕ່ຖືກປຸກໃຫ້ຕື່ນໃນເວລາປ່ອນບັດເທົ່ານັ້ນ, ຫຼັງການປ່ອນບັດແລ້ວກໍເຂົ້າສູ່ໄລຍະພັກຜ່ອນນອນຫຼັບ, ມີແຕ່ຟັງຄຳຂວັນທີ່ດີງາມຕ່າງໆນານາໃນເວລາການແຂ່ງຂັນເລືອກຕັ້ງເທົ່ານັ້ນ, ຫຼັງການເລືອກຕັ້ງແລ້ວກໍບໍ່ມີສິດປະກອບຄຳເຫັນແຕ່ປະການໃດເລີຍ, ມີແຕ່ຕອນຫາສຽງເທົ່ານັ້ນຈິ່ງໄດ້ຮັບຄວາມຮັກແພງ, ຫຼັງການເລືອກຕັ້ງແລ້ວກໍຖືກປະຖິ້ມ, ປະຊາທິປະໄຕແບບນີ້ບໍ່ແມ່ນປະຊາທິປະໄຕທີ່ແທ້ຈິງ.
ສ່ວນປະຊາທິປະໄຕປະຊາຊົນໃນທົ່ວຂະບວນການຂອງຈີນ ໄດ້ບັນລຸຄວາມເປັນເອກະພາບກັນລະຫວ່າງປະຊາທິປະໄຕໃນດ້ານຂະບວນການກັບປະຊາທິປະໄຕໃນດ້ານໝາກຜົນ, ປະຊາທິປະໄຕໃນດ້ານຂັ້ນຕອນກັບປະຊາທິປະໄຕໃນດ້ານທາດແທ້, ປະຊາທິປະໄຕໂດຍກົງກັບປະຊາທິປະໄຕທາງອ້ອມ, ປະຊາທິປະໄຕປະຊາຊົນກັບຄວາມມຸ້ງມາດປາຖະໜາຂອງຊາດ. ເປັນປະຊາທິປະໄຕແບບທົ່ວຕ່ອງໂສ້, ຮອບທິດ, ປົກຄຸມທົ່ວເຖິງ, ເປັນປະຊາທິປະໄຕສັງຄົມນິຍົມທີ່ກວ້າງຂວາງທີ່ສຸດ, ແທ້ຈິງທີ່ສຸດແລະໄດ້ຜົນດີທີ່ສຸດ.
ກໍຍ້ອນວ່າ ພັກກອມມູນິດຈີນແມ່ນມາຈາກປະຊາຊົນ, ຝັງຮາກເລິກທ່າມກາງປະຊາຊົນແລະຮັບໃຊ້ປະຊາຊົນ, ຈິ່ງໄດ້ປະດິດສ້າງ “ປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ” ທີ່ເປັນຮູບແບບອະລິຍະທຳທາງການເມືອງແບບໃໝ່ ໃນຊີວິດການເມືອງຂອງຈີນ.
ປະຊາທິປະໄຕແມ່ນສິດຂອງປະຊາຊົນບັນດາປະເທດ, ແຕ່ບໍ່ແມ່ນສິດພິເສດຂອງປະເທດຈຳນວນໜ້ອຍ. ປະເທດໜຶ່ງຈະມີປະຊາທິປະໄຕຫຼືບໍ, ແມ່ນຄວນໃຫ້ປະຊາຊົນຂອງປະເທດນັ້ນເປັນຜູ້ຕີລາຄາ, ແຕ່ບໍ່ຄວນໃຫ້ຄົນຈຳນວນໜຶ່ງຈາກພາຍນອກມາຕີລາຄາແບບຊີ້ນັ້ນຊີ້ນີ້. ການບັນລຸປະຊາທິປະໄຕແມ່ນມີຫຼາຍຮູບການ, ມັນບໍ່ອາດເປັນແບບດຽວກັນໄດ້ໝົດ. ຫາກໃຊ້ມາດຕະຖານພຽງຢ່າງດຽວມາຊັ່ງຊາລະບອບການເມືອງທີ່ມີຫຼາກຫຼາຍສີສັນໃນໂລກ, ໃຊ້ສາຍຕາໃນແງ່ມູມດຽວມາເບິ່ງອະລິຍະທຳທາງການເມືອງທີ່ມີຫາຍຮູບຫຼາຍສີຂອງມວນມະນຸດ, ນັ້ນກໍບໍ່ແມ່ນປະຊາທິປະໄຕແລ້ວ.
ໃນກອງປະຊຸມວຽກງານສະພາປະຊາຊົນຂັ້ນສູນກາງຄັ້ງນີ້, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຄຸນລັກສະນະຂອງປະຊາທິປະໄຕແບບຈີນຄື: “ປະຊາທິປະໄຕບໍ່ແມ່ນເຄື່ອງປະດັບ, ບໍ່ແມ່ນນຳໃຊ້ເພື່ອປະດັບເອ້ຍ້ອງ”, ແຕ່ແມ່ນນຳໃຊ້ເພື່ອແກ້ໄຂບັນຫາທີ່ປະຊາຊົນຕ້ອງການຢາກໃຫ້ແກ້ໄຂ.
ຄຳເຫັນ
0