何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ປະ​ກອບ​ຄຳ​ເຫັນ​ທາງ​ລາຍ​ລັກ​ອັກ​ສອນ​ ແລະ​ມີ​ຂໍ້​ສະ​ເໜີ 3 ຂໍ້ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

2021-11-02 11:06:15 CRI

ວັນ​ທີ 1 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ປະ​ກອບ​ຄຳ​ເຫັນ​ທາງ​ລາຍ​ລັກ​ອັກ​ສອນ​ຕໍ່​ກອງ​ປະ​ຊຸມສຸດຍອດ​ໂລກ ຂອງກອງ​ປະ​ຊຸມ​ຜູ້​ນຳ​ປະ​ເທດ​ພາ​ຄີ​ໃນ​ສົນ​ທິ​ສັນ​ຍາ​ຂອບ​ສ​ປ​ຊ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຄັ້ງ​ທີ 26.

 

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ປະ​ຈຸ​ບັນ, ​ຜົນ​ກະ​ທົບ​ທາງ​ລົບ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ພົ້ນ​ເດັ່ນ​ຂຶ້ນຊູ່​ມື້, ການ​ເຄື່ອນ​ໄຫວ​ອັນ​ຮີບ​ດ່ວນ​ຂອງ​ທົ່ວ​ໂລກ​​ໄດ້ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ການ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ, ແມ່ນ​ຫົວ​ຂໍ້​​ຂອງຍຸກ​ສະ​ໄໝ​ທີ່​ພວກ​ເຮົາພວມ​ປະ​ເຊີນ​ຢູ່.

 

ທ່ານ​ສີ​ຈິ້ນ​ຜິງ​ໄດ້ມີ​ຂໍ້​ສະ​ເໜີ 3 ຂໍ້, ຄື: ໜຶ່ງ, ຮັກ​ສາ​ຄວາມ​ເຫັນ​ທີ່​ເປັນ​ເອກ​ກະ​ພາບ​ກັນ​ຂອງຫຼາຍ​ຝ່າຍ.  “ສົນ​ທິ​ສັນ​ຍາ​ໃນ​ຂອບ​ສ​ປ​ຊ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ແລະ “ສັນ​ຍາ​ປາ​ຣີ” ແມ່ນຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍທີ່​ປະ​ຊາ​ຄົ​ມ​ໂລກ​ຮ່ວມ​ມື​ກັນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.  ສອງ, ສຸມ​ໃສ່​ການ​ປະ​ຕິ​ບັດ​ງານ​ຕົວ​ຈິງ. ຝ່າຍ​ຕ່າງໆ​ຄວນ​ເຄົາ​ລົບ ແລະ ປະ​ຕິ​ບັດ​​ຕາມຄຳ​ໝັ້ນ​ສັນ​ຍາ, ກຳ​ນົດ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ທີ່​ຕິດ​ແທດ​ຕົວ​ຈິງ ແລະ ມີ​ຄວາມ​ເປັນ​ໄປ​ໄດ້, ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຄວາມ​ສາ​ມາດ​ຕາມ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ, ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ບໍ່​ພຽງ​ແຕ່​ຕ້ອງ​ປະ​ຕິ​ບັດ​ໜ້​າ​ທີ່​ວຽກ​ງານ​ຂອງ​ຕົນ​ໃຫ້ຫຼາຍ​ເທົ່າ​ນັ້ນ, ຍັງ​ຄວນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ດີກວ່າ​ເກົ່າ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ. ສາມ, ເລັ່ງ​ລັດ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ. ຕ້ອງ​ຖື​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເປັນ​ແຮງ​ຂັບ​ເຄື່ອນ, ຊຸກ​ຍູ້​ການ​ຫັນ​ປ່ຽນ ແລະ ຍົກ​ລະ​ດັບ ​ຊັບ​ພະ​ຍາ​ກອນ​ດ້ານ​ພະ​ລັງ​ງານ, ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ ແລະ ໂຄງ​ປະ​ກອບ​ການ​ບໍ​ລິ​ໂພກ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ພັດ​ທະ​ນາ​ຕາ​ມ​ທິດ​ສີ​ຂຽວ, ຄົ້ນ​ຄວ້າ​ຊ່ອງ​ທາງ​ໃໝ່​ທີ່​ປະ​ສານ​ສົມ​ທົບ​ການ​ພັດ​ທະ​ນາ ແລະ ການ​ອະ​ນຸ​ລັກ.

 

​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ໂລກ​​ໄດ້​ຈັດ​ຂຶ້ນ​ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ​ປະ​ເທດ​ພາ​ຄີ​ໃນ​ “ສົນ​ທິ​ສັນ​ຍາ​ຂອບ​ສ​ປ​ຊ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ຄັ້ງ​ທີ 26 ຢູ່​ນະ​ຄອນກຼາ​ສ​ໂກ​ປະ​ເທດ​ອັງ​ກິດ​ແຕ່​ວັນ​ທີ 1 ຫາ ວັນ​ທີ 2 ພະ​ຈິກ​ນີ້.

ຄຳ​ເຫັນ

0