尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ສາ​ມັກ​ຄີ​ກັນ​ຈຶ່ງ​ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​​ໜຶ່ງດຽວຂອງມວນ​ມະ​ນຸດ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-11-02 15:50:29 cri

ຄວາມ​ສາ​ມັກ​ຄີ​ກັນ​ຈຶ່ງ​ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​​ໜຶ່ງດຽວຂອງມວນ​ມະ​ນຸດ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_微信图片_20211102154923

      ມະ​ຫາ​ວິ​ທະ​ຍາ​ໄລຈອນ​ສ໌ ຮອບ​ກິນ​ສ໌ ຂອງ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ວັນ​ທີ 1 ພະ​ຈິກ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ແລ້ວ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ໃນໂລກ​​ມີ​ຫຼາຍກວ່າ 5 ລ້ານ​ຄົນ. ນີ້​ແມ່ນ​ເລື່ອງ​ທີ່​ໜ້າ​ເຈັບ​ແສບ​ທີ່​ສຸດ​ເລື່ອງ​ໜຶ່ງ. ມັນ​ໄດ້​ເຕືອນ​ໃຫ້​ຊາວ​ໂລກຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຕໍ່​ສູ້​ກັບ​ພະ​ຍາດ​ໂຄວິດ-19 ທີ່​ເປັນ​ສັດ​ຕູ​ຮ່ວມ​ທີ່​ອັນ​ຕະ​ລາຍ​ແລະ​ມີ​ຄວາມ​ສະ​ຫຼາດ​ອີກ​ເທື່ອ​ໜຶ່ງ,ປະ​ຊາ​ຄົມ​ໂລກ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ຄວາມ​ສາ​ມັກ​ຄີ​ກັນ,ໃຊ້​ການ​ກະ​ທຳ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ,ຈຶ່ງ​ຈະ​ເຮັດ​ໃຫ້ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໄດ້​ຮັບ​ໄຊ​ຊະ​ນະ​ໃນ​​ທີ່​ສຸດ.

ຄວາມ​ສາ​ມັກ​ຄີ​ກັນ​ຈຶ່ງ​ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​​ໜຶ່ງດຽວຂອງມວນ​ມະ​ນຸດ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_微信图片_202111021549232

      ໃນ 1 ປີກວ່າ​ທີ່ຜ່ານ​ມາ, ຈີນ​ໄດ້​ຍຶດ​ໝັ້ນ​ການ​ຖື​ເອົາ​ປະ​ຊາ​ຊົນ​ແລະ​ຊີ​ວິດ​​ຢູ່​ເໜືອ​ທຸກ​ສິ່ງ​ທຸ​ກ​ຢ່າງ, ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຖືກ​ຕ້ອງ​ແມ່​ນ​ຢຳແລະ​ປະ​ສານ​ງານ​ກັນ​ໂດຍ​ເຄື່ອນ​ໄຫວເປັນ​ແບບ​ປົກ​ກະ​ຕິ​ແລະ​ຮັບ​ມື​ສຸກ​ເສີນ, ໄດ້ປະ​ສານ​​ສົມ​ທົບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ,ນຳ​ໜ້າ​ໂລກ​ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,ນຳ​ໜ້າ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ການ​ເຮັດ​ວຽກ,ນຳ​ໜ້າ​ການ​ບັນ​ລຸ​ເປົ້າ​ໝາຍການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​​ຈາກ​ຕົວ​ເລກ​ລົບ​ເປັນ​ຕົວ​ເລກບວກ​ແລະ​ອື່ນໆ. ​ພ້ອມ​ດຽວ​ກັນ​ນີ້, ຈີນ​ໄດ້​ຕັ້ງ​ໜ້າ​​ສະ​ໜອງ​ແຜນ​ການ​ຮັບ​ມື​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ໂລກ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ລິ​ເລີ່ມ, ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອວັດ​ຖຸ​ແລະ​ອຸ​ປະ​ກອນໃຫ້​ແກ່ 150 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ,​ໄດ້ສົ່ງ​ອອກວັດ​ຖຸ​ແລະ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່ 200 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ,ໄດ້​ສະ​ໜອງ​ຜ້າ​ປິດ​ປາກ 320 ກວ່າ​ຕື້​ອັນແລະ​ຊຸດ​ປ້ອງ​ກັນ​ພະ​ຍາດ 3,9 ຕື້​ຊຸດ​ແລະ​ນ້ຳ​ຢາກວດ​ຫາ​ເຊື້ອ​ໄວ​ຣັດ​ໂຄວິດ-19 ທັງ​ໝົດ 5,6 ຕື້​ຊຸດ. ການ​ຂົນ​ສົ່ງ​ວັດ​ຖຸ​ອຸ​ປະ​ກອນ​ສຸກ​ເສີນ​ອີກ​ແລ້ວ​ອີກ​ຕື່ມ,ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ອີກ​ແລ້ວ​ອີກ​ຕື່ມ​ຂອງ​ໂລກບໍ່​ພຽງ​ແຕ່​ໄດ້ມອບ​ຄວາມ​ອົບ​ອຸ່ນ​ຈາກ​ການຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ເທົ່າ​ນັ້ນ​,ຫາກ​ຍັງ​​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​​ໃຫ້​ກັບ​ໂລກໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ອີກ​ດ້ວຍ.

      ວັກ​ຊີນ​ໂຄວິດ-19 ແມ່ນ​ອາ​ວຸດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ແຕ່​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຈຳ​ນວນ​ໜຶ່ງ​ໄດ້​ປະ​ຕິ​ບັດ​ຕາມ “ລັດ​ທິ​ຊາດນິ​ຍົມ​ດ້ານ​ວັກ​ຊີນ​ໂຄວິດ-19”, ໄດ້​​ກັກ​ຕູນ​ວັກ​ຊີນ​ຫຼາຍ​ເກີນກວ່າ​ຄວາມ​ຕ້ອງ​ການ​ຂອງ​ຕົນ,ສົ່ງ​ຜົນ​ເຮັດ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ​ຂາດ​ແຄນ​ວັກ​ຊີນ​ໂຄວິດ-19,​ເຮັດ​ໃຫ້ອັດ​ຕາ​ການ​ສັກ​ວັກ​ຊີນ​ໂຄວິດ-19 ​ຢູ່​ໃນ​ລະ​ດັບຕ່ຳ.
ຄວາມ​ສາ​ມັກ​ຄີ​ກັນ​ຈຶ່ງ​ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​​ໜຶ່ງດຽວຂອງມວນ​ມະ​ນຸດ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_微信图片_202111021549231

      ປັດ​ຈຸ​ບັນ, ຈີນ​ໄດ້​ສະ​ໜອງວັກ​ຊີນ​ໂຄວິດ-19 ຫຼາຍກວ່າ 1,6 ຕື້​ຫຼອດ​ໃຫ້​ກັບ 100 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ໃນ​ໝົດ​ປີ​ນີ້​ຈະ​ສະ​ໜອງ​ວັກ​ຊີນ​ໃຫ້​ກັບ​ໂລກ​ໃຫ້​ໄດ້​ຫຼາຍກວ່າ 2 ຕື້​ຫຼອດ. ຈີນ​ພວມ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຜະ​ລິດ​ວັກ​ຊີນ​ໂຄວິດ-19 ກັບ 16 ປະ​ເທດ,ຍັງ​ໄດ້​ຮ່ວມ​ກັບ 30 ປະ​ເທດ​ສ້າງ​ຂໍ້​ລິ​ເລີ່ມ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ວັກ​ຊີນ​ໂຄວິດ-19 “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ວັນ​ທີ 30 ຕຸ​ລາ​ຜ່ານ​ມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຍັງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄລ​ຍະ​ທີ​ໜຶ່ງ​ຂອງກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກຸ່ມ 20 ປະ​ເທດ​ຫຼື G20 ຄັ້ງ​ທີ 16 ໂດຍ​ຜ່ານ​ທາງວິ​ດີ​ໂອ​ພ້ອມ​ທັງ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ໂດຍ​ທ່ານ​ກ່າວ​ເນັ້ນ​ໜັກ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍ​ພະ​ຍາ​ຍາມ​ຍົກ​ສູງ​​ອັດ​ຕາການ​ໃຊ້​ວັກ​ຊີນ​ໂຄວິດ-19 ແລະ​ຄວາມ​ສາ​ມາດ​ເຂົ້າ​ເຖິງວັກ​ຊີນ​ແລະ​ຄວາມ​ສາ​ມາດ​ຊື້​ວັກ​ຊີນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ,ເພື່ອ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​ກຳ​ແພງປ້ອງ​ກັນ​ດ້ານ​ວັກ​ຊີນ​ໂຄວິດ-19 ​ໃຫ້​ກັບ​ໂລກ.

      ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ວັກ​ຊີນ​ຂອງ​ຈີນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມືຜະ​ລິດ​ວັກ​ຊີນ​ຢູ່​ຫຼາຍ​ປະ​ເທດ​ເຊັ່ນ: ​ສະ​ຫະ​ລັດອາ​ຣັບ​ເອ​ມີ​ເຣດ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ເອ​ຢິບ,ບ​ຣາ​ຊີນ​ແລະ​ປະ​ເທດ​ອື່ນໆ.
ຄວາມ​ສາ​ມັກ​ຄີ​ກັນ​ຈຶ່ງ​ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​​ໜຶ່ງດຽວຂອງມວນ​ມະ​ນຸດ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_微信图片_202111021549233

      ທ່ານ ​ເຕ​ໂດ​ຣ​ສ໌ ອັດ​ຮາ​ໂນມ ເກ​ເບ​ຣ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: “ປະ​ສົບ​ການ​ຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ແຮງ​ດ້ານ​ລະ​ບອບ​ຂອງ​ຈີນ.” ມາດ​ຕະ​ການ​ທີ່​ເຂັ້ມ​ແຂງ​ຂອງ​ຈີນ​ບໍ່​ພຽງ​ແຕ່​​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈີນ​ເທົ່າ​ນັ້ນ,ຍັງ​ຊ່ວຍ​ສະ​ກັດ​ກັ້ນ​ພະ​ຍາດ​​ບໍ່​ໃຫ້ແຜ່​ລາມ​ໄປ​​ສູ່ປະ​ເທດ​ອື່ນ​ອີກ​ດ້ວຍ,ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ປ້ອງ​ກັນ​ປະ​ຊາ​ຊົນ​​ພາຍ​ໃນ​ປະ​ເທດ​ຕົນເທົ່າ​ນັ້ນ,ຫາກ​ຍັງ​ໄດ້​ຊ່ວຍ​ປ້ອງ​ກັນ​ຊາວ​ໂລກ​ນຳ​ອີກ.

      ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ຢູ່​ໃນ​ໂລກ, ສັງ​ຄົມ​ມະ​ນຸດ​ໄດ້​ເກີດ​ມີ​ການ​ປ່ຽນ​ແປ​ງ​ຢ່າງ​ເລິກ​ເຊິ່ງ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ທ່ວງ​ທ່າ​ດ້ານ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ​ທີ່​ຂ້ຽວ​ຂາດ, ປະ​ເທດ​ໃຫຍ່​ຕ້ອງ​ເປັນ​ແບບ​ຢ່າງ​ເພື່ອ​ສະ​ໜອງວັກ​ຊີນ​ໂຄວິດ-19 ແລະ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ອື່ນໆ​ໃຫ້​ຫຼາຍກວ່າ​ເກົ່າ; ບັນ​ດາ​ປະ​ເທດ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຕ້ານ​ພະ​ຍາດ​ໂຄວິດ-19,​ຕໍ່​ສູ້​ກັບ​ພະ​ຍາດ​ແບບ​ຄຽງ​ບ່າ​ຄຽງ​ໄຫຼ່​ກັນເພື່​ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ສາ​ທາ​ລະ​ນະ​ສຸກ​ຂອງ​ມວນ​ມະ​ນຸດ. ນີ້​ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງໜຶ່ງ​ດຽວ​ຂອງມວນ​ມະ​ນຸດ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0