黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກຽມ​ພ້ອມ​ແລ້ວ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວແບບ​ປະ​ຢັດ, ມີ​ຄວາມ​ປອດ​ໄພ​ແລະ​ໜ້າ​ຊົມ

2021-11-03 16:46:24 cri

ຈີນ​ກຽມ​ພ້ອມ​ແລ້ວ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວແບບ​ປະ​ຢັດ, ມີ​ຄວາມ​ປອດ​ໄພ​ແລະ​ໜ້າ​ຊົມ_fororder_1000

ຫວ່າງ​ມໍ່ໆ​ມາ​ນີ້, ປະ​ຊາ​ຊົນ​ຈີນ​ແລະ​ປະ​ຊາ​ຊົນ​ທົ່ວ​ໂລກ​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ຂອງເຫດ​ການສຳ​ຄັນ​ຕ່າງໆ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຄື: ໄຟ​ສັກ​ສິດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ສົ່ງ​ມາ​ຮອດ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ນັບ​ຖອຍ​ຫຼັງ 100 ມື້, ຊຸດ​ກິ​ລາ​ແລະ​ຫຼຽນ​​ລາງວັນຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງແລະ​ງານ​ກິ​ລາ​ໂອ​ລິມ​ປິກ​​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ເປີດ​ເຜີຍ​ຢ່າງ​ເປັນ​ທາງ​ການ​ແລະ​ອື່ນ​ໆ. ປັດ​ຈຸ​ບັນ, ການ​ແຂ່ງ​ຂັນ​ແບບ​ທົດ​ລອງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ພວມ​ດຳ​ເນີນ​ຢູ່​ປັກ​ກິ່ງ, ຢຽນ​ຊິ້ງ​ແລະ​ຈ່າງ​ເຈ່ຍ​ໂຂວ​ເຊິ່ງ​ເປັນ​ເຂດ​ການ​ແຂ່ງ​ຂັນ​ສ​າມ​ແຫ່ງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ຄັ້ງ​ນີ້, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໄດ້​ກ້າວ​ເຂົ້າ​ສູ່​ເວ​ລາ​ປັກ​ກິ່ງ​ແລ້ວ.

ຄຽງ​ຄູ່​ກັບ​​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022 ໄດ້​ຫຍັບ​ໃກ້ເຂົ້າ​ມາ, ຈີນ​ຈະ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ແນວ​ໃດ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ຂອງ​ປະ​ຊາ​ຄົມ​ໂລກ. ວັນ​ທີ 25 ຕຸ​ລາ​ນີ້, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ​ແລະ​ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ຮ່ວມ​ກັນ​ເປີດ​ເຜີຍ “ຄູ່​ມື​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາ​ວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022” ສະ​ບັບ​ທຳ​ອິດ. ຄູ່​ມື​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ດັ່ງ​ກ່າວ​​ລະ​ບຸ​ວ່າ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້​ຈະ​ດຳ​ເນີນ​ການ​ແຂ່ງ​ຂັນ​ແບບ​ວົງ​ປິດ. ພາຍ​ຫຼັງ​ເດີນ​ທາງ​ເຂົ້າ​ເມືອງ​ຈີນ​ແລ້ວ, ນັກ​ກິ​ລາ​ແລະ​​ເຈົ້າ​ໜ້າ​ທີ່​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ​ຄົບສອງ​ເຂັມ​ຈະ​ເຂົ້າ​ສູ່​​ສະ​ຖານ​ທີ່​ວົງ​ປິດ​ໂດຍ​ກົງ, ບໍ່​ຕ້ອງ​ກັກ​ບໍ​ລິ​ເວນ, ສ່ວນ​ຜູ້​ທີ່​ບໍ່​ໄດ້​ສັກ​ວັກ​ຊີນ​ຫຼື​ວ່າ​ສັກ​ວັກ​ຊີງ​ພຽງ​ໜຶ່ງ​ເຂັມ​ນັ້ນ​ຕ້ອງ​ກັກ​ບໍ​ລິ​ເວນ​ທີ່​ເປັນ​ໄລ​ຍະ 21 ວັນ.

ສ່ວນ​ການ​ຄວບ​ຄຸມ​ແບບ​ວົງ​ປິດ, ໝາຍ​ຄວາມ​ວ່າ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ, ສະ​ຖານ​ທີ່​ຕ່າງ​ໆ​ທີ່​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ເຊື່ອມ​ຕໍ່​ກັນ​ດ້ວຍ​ພາ​ຫະ​ນະ, ແລ້ວ​ກາຍ​ເປັນ​ເຂດ​ປິດ​ລ້ອມ​ແລະ​ແຍກ​ອອກ​ກັນ​ກັບ​ສະ​ຖານ​ທີ່​ອື່ນໆ.

ຈີນ​ກຽມ​ພ້ອມ​ແລ້ວ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວແບບ​ປະ​ຢັດ, ມີ​ຄວາມ​ປອດ​ໄພ​ແລະ​ໜ້າ​ຊົມ_fororder_1000 (2)

ເພື່ອ​ຮັບ​ປະ​ກັນ​​ໃຫ້ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ສະ​ດວກ, ​ເຈົ້​າ​ໜ້າ​ທີ່​ທີ່​ເຮັດ​ວຽກ​ງານ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜ​າວ​ປັກ​ກິ່ງ​ແລະ​ນັກ​ກິ​ລາ​ຈີນ​ລ້ວນ​ແຕ່​ຕ້ອງ​ສັກ​ວັກ​ຊີນ​ເຂັມ​ທີ 3, ສ່ວນ​ນັກ​ກິ​ລາ​ແລະເຈົ້າ​ໜ້າ​ທີ່​ຕ່າງ​ປະ​ເທດ, ​ໃຫ້“ສົ່ງ​ເສີມ​ສັກ​ວັກ​ຊີນ​ເຂັມ​ທີ 3 ແຕ່​ບໍ່​ເປັນ​ເລື່ອງ​ບັງ​ຄັບ”. ນອກ​ນີ້, ຈີນ​ຈະ​​ໃຫ້​ການບໍ​ລິ​ການກວດນິວ​ຄະ​ເລ​ອິກ​ຕະ​ຫຼອດ 24 ຊົ່ວ​ໂມງ​ໃຫ້​ແກ່​ນັກ​ກິ​ລາ​ແລະ​ເຈົ້າ​ໜ້າ​ທີ່​ຕ່າງ​ປະ​ເທດ, ນັກ​ກິ​ລາ​ບໍ່​ຕ້ອງ​ເປັນ​ຫ່ວງວ່າ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ຝຶກ​ອົບ​ຮົມ​ກ່ອນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແລະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢ່າງ​ເປັນ​ທາງ​ການ.

ຖ້າ​ວ່າ​​ໃນ​ໄລ​ຍະ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໄດ້​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແລ້ວ​ຈະ​ເຮັດ​ແນວ​ໃດ? ທ່າ​ນ​ຫວງ​ຊົນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ກ່າວ​ວ່າ: ເຖິງວ່າ​ບໍ່​ຢາກ​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແຕ່​ວ່າ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ກຽມ​ພ້ອມ​ແລ້ວ, ເພື່ອຮັບ​ປະ​ກັນ​ບໍ່​​ໃຫ້ການ​ແຂ່ງ​ຂັນ​ຂາດ​ສະ​ບັ້ນ​ໄປ, ບໍ່​ໃຫ້​ເກີດ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂະ​ໜາດ​ໃຫຍ່, ບໍ່​ໃຫ້​ເຂດ​ວົງ​ປິດ​ຖືກ​ທຳ​ລາຍ​ແລະ​ບໍ່​ໃຫ້​ເກີດ​ເຫດ​ການສາ​ທາ​ລະ​ນະ​ອື່ນໆ​ນອກ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແມ່ນ​ເປົ້າ​ໝາຍ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ວຽກ​ງານ​ກະ​ກຽມ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ແລະ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ. ຖະ​ແຫຼງ​ການ​ຮ່ວມ​ຂອງ​ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 20 ປະ​ເທດ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ວຽນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຄ່ອງ​ຄອຍ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ: “ຈີນ​ກຽມ​ພ້ອມ​ແລ້ວ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແບບ​ປະ​ຢັດ, ມີ​ຄວາມ​ປອດ​ໄພແລະ​ໜ້າ​ຊົມ, ພວກ​ເຮົາ​ຈົ່ງ​ຮ່ວມ​ກັນໃຫ້​ກຳ​ລັງ​ໃຈ​ກັບ​ນັກ​ກິ​ລາ​ທັງ​ຫຼາຍ​ຂອງ​ປະ​ເທດ​ຕ່າງໆ, ແລະ​ຮ່ວມ​ກັນ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ.”

ຄຳ​ເຫັນ

0