尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຫຼຸດ​ກາ​ນປ່ອຍກາກບອນ​ດີ​ອອກ​ຊິດ​​ໃຫ້​ຕ່ຳ​ລົງຂອງ​ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມ​ຈິງ​ໃຈ​ຫຍັງ​ເລີຍ

2021-11-04 17:09:27 cri

ການ​ຫຼຸດ​ກາ​ນປ່ອຍກາກບອນ​ດີ​ອອກ​ຊິດ​​ໃຫ້​ຕ່ຳ​ລົງຂອງ​ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມ​ຈິງ​ໃຈ​ຫຍັງ​ເລີຍ_fororder_下载

      ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ໂລກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 26 ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນກ​ລັ​ສ​ໂກ​ປະ​ເທດ​ອັງ​ກິດ​ໃນ​ວັນ​ທີ 31 ຕຸ​ລາ​ຜ່ານ​ມາ, ມີ​ຜູ້​ນຳ​ຈາກ 100 ກວ່າ​ປະ​ເທດ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ໂລກ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ດັ່ງ​ກ່າວ​ແລະ​ໄດ້​ກ່າວ​ເຖິງ​ຈຸດ​ຢືນ​ຂອງ​ຕົນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,ການ​ຫຼຸດ​ການ​ປ່ອຍກາກບອນ​ດີ​ອອກ​ຊິດ​ໃຫ້​ຕ່ຳ​ລົງ​ແລະ​ຫົວ​ຂໍ້​ອື່ນໆ.

      ແຕ່​ວ່າ, ຜູ້​ນຳ,​ນັກການ​ເມືອງ,​ພະ​ບໍ​ລົມ​ວົງ​ສາ​ນຸ​ວົງແລະ​ບັນ​ດາ​ເສດ​ຖີ​ຈາກ​ບັນ​ດາ​ປະ​ເທດ​ເຊິ່ງ​ລວມ​ທັງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ພັດ​ໄດ້​ຖືກ​ເປີດ​ເຜີຍ​​ວ່າ: ພວກ​ທ່ານ​ເຫຼົ່າ​ນັ້ນໄດ້​ເລືອກ​ຂີ່​ເຮືອ​ບິນ​ສ່ວນ​ຕົວ​ອອກ​ເດີນ​ທາງ​ຕາມ​ເສັ້ນ​ທາງ​ທີ່​ມີ​ເຮືອ​ບິນ​ໂດຍ​ສານ​ບິນ​ໄປ​ຮອດ​ຄື​ເກົ່າ. ໃນ​ນັ້ນ, ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສື່ມວນ​ຊົນ​ເປັນ​ພິ​ເສດ. ຕາມ​ການ​ປະ​ເມີນ, ພຽງ​ແຕ່​ການ​ເດີນ​​ທາງ​ໄປ​ເອີຣົບ​ຂອງ​ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໃນ​ຄັ້ງ​ນີ້​ກໍ​ໄດ້​ປ່ອຍ​ກາກບອນ​ດີ​ອອກ​ຊິດ​ປະ​ມານ 998 ໂຕນ.

      ເຖິງວ່າ ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຄົນ​ປັດ​ຈຸ​ບັນ​​​ເຄີຍໄດ້​ປະ​ກາດ​ວ່າ​ຈະ​ກັບ​ຄືນ​ເຂົ້າ​ສູ່​ສັນ​ຍາ​ປາ​ຣີ​ໂດຍ​ໄວ​ໃນ​ເວ​ລາ​ຂຶ້ນ​ຮັບ​ຕຳ​ແໜ່ງ​​ໄດ້​ບໍ່​ຮອດ​ຊົ່ວ​ໂມງ​​ກໍ່​ຕາມ,ແຕ່​ການ​ກະ​ທຳ​ຕ່າງໆ​​ຂອງ​ທ່ານ​ໄດ້​ເປັນ​ເລື່ອງ​ຍາກ​ທີ່​ຈະ​ໃຫ້​ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ໃນ​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ພະ​ຈິ​ກ​ນີ້, ກ່ອ​ນ​ອື່ນ,ທ່ານ ​ໂຈ ໄບ​ເດັນ ກໍ​ໄດ້​ຂໍ​ອະ​ໄພ​​ແທນ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຊຸດ​ຜ່ານ​ມາ​ທີ່​ໄດ້​ຕັດ​ສິນ​ໃຈຖອນ​ອອກ​ຈາກ​ສັນ​ຍາ​ປາ​ຣີ, ໃນ​ຖາ​ນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ທ່ານ​ໜຶ່ງ​ທີ່​ໄດ້​ສະ​ໜັບ​ສະ​ໜູນ​​ການ​ແກ້​ໄຂບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ຕັ້ງ​ໜ້າ, ​ແຕ່​ວ່າ​ວາ​ລະການ​ເດີນ​ທາງ​ໄລ​ຍະ​ໄກ​ຂອງ​ທ່ານ ໂຈ​ ໄບ​ເດັນ ​ຈາກ​ອາ​ເມ​ຣິ​ກາ​ບິນ​ໄປ​ນະ​ຄອນ​ຫຼວງ​ໂຣມ​ປະ​ເທດ​ອີ​ຕາ​ລີ​ແລ້ວ​ສືບ​ຕໍ່​ບິນ​ໄປ​ນະ​ຄອນກ​ລ​າ​ສ​ໂກ​ຂອງ​ອັງ​ກິດ​ໃນ​ຄັ້ງ​ນີ້​ກໍ​ຖື​ວ່າ​ເປັນ​ການ​ຈັດ​ລາ​ລະ​ການ​ເດີນ​ທາງ​ແບບ​ມະ​ໂຫລານ​ເຊິ່ງ​ໄດ້ເຮັດ​ໃຫ້​ເກີດ​ມີ​ຜົນ​ກະ​ທົບ​ຕໍ່​ດິນ​ຟ້າ​ອາ​ກາດ​ແລະ​ໄດ້​ຮັບ​ການ​ຕຳ​ໜິ​ບໍ່​ໜ້ອຍຈາກ​ຊາວ​ເນັດ. ຂ່າວ​ແຈ້ງວ່າ​: ຕາມ​ວາ​ລະ​ການ​ເດີນ​ທາງ​ຂອງ​ທ່ານ ໂຈ ໄບ​ເດັນ ຢູ່​ນະ​ຄອນ​ລັດ​ວາ​ຕິ​ກັນ​ໃນ​ນະ​ຄອນ​ຫຼວງ​ໂຣມ​ປະ​ເທດ​ອີ​ຕາ​ລີ​ໃນ​ວັນ​ທີ 29 ຕຸ​ລ​າ​ຜ່ານ​ມາ​ກໍ​ໄດ້​ໃຊ້​ລົດ​ແຫ່​ຂະ​ບວນທີ່​ປະ​ກອບ​ດ້ວຍ​ລົດ 85 ຄັນ. ແຕ່​ສິ່ງ​ທີ່​ເປັນ​ຕາ​ເວົ້າ​ສຽດ​ສີ​ກໍ່​ແມ່ນ, ການ​ຢ້ຽມ​ຢາມ​ພ​ຣະ​ສັນ​ຕະ​ປາ​ປາ​ຟ​ຣານ​ຊີ​ສ​ຂອງ​ສາ​ສະ​ໜາ​ຄາ​ໂຕ​ລິກຂອງ​ທ່ານ ໂຈ ໄບ​ເດັນ​ໃນ​ຄັ້ງ​ນີ້​ຍັງ​ໄດ້​ປຶກ​ສາ​ຫາ​ລື​ເຖິງ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ການ​ເດີນ​ທາງ​ທີ່​ປ່ອຍ​ກາກບອນ​ດີ​ອອກ​ຊິດ​ສູງ​ຢ່າງ​ໜ້າ​ຕົກ​ໃຈ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ຊາວ​ເນັດ​ຈຳ​ນວນ​ບໍ່​ໜ້ອຍ​ຄຽດ​ຊັງ​ທີ່​ສຸດ,ສື່ມວນ​ຊົນ​ຕ່າງ​ປະ​ເທດ​ຈຳ​ນວນ​ບໍ່​ໜ້ອຍ​ຈຶ່ງ​ເອີ້ນ​ວ່າ “​ການ​ຈອມ​ປອມ​​ແບບ​ຄຳ​ພີ”. ຊາວ​ເນັດ​​ຈຶ່ງເວົ້າສຽດ​ສີ​ວ່າ: “ຂີ່​ເຮືອ​ບິນເຮ​ຣີ​ກົບ​ເຕ​ຂອງ​ເຈົ້າ,ຂີ່​ເຮືອ​ບິນ​ລຳ​ໃຫຍ່​ຂອງ​ເຈົ້າ,​ແຕ່ພັດ​ມາ​ສັ່ງ​ສອນ​ພວກ​ເຮົາ​ກ່ຽວ​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຈັ່ງ​ແມ່ນ​​ໜ້າ​ໄຫວ້​ຫຼັງ​ຫຼອກ.”
ການ​ຫຼຸດ​ກາ​ນປ່ອຍກາກບອນ​ດີ​ອອກ​ຊິດ​​ໃຫ້​ຕ່ຳ​ລົງຂອງ​ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມ​ຈິງ​ໃຈ​ຫຍັງ​ເລີຍ_fororder_1000

      ໃນ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ພະ​ຈິກ​ນີ້, ທ່ານ ໂຈ ໄບ​ເດັນ ໄດ້​ປະ​ກາດ​ແຜນ​​ການ​ກ່ຽວ​ກັບ​ການ​ປົວ​ແປງມົນ​ລະ​ພິດ​ທີ່​ເກີດ​ຈາກ​ອາຍ​ເມ​ຕານ​ຂະ​ແໜ​ງ​ການ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຂອງ​ອາ​ເມ​ຣິ​ກາ​ຢ່າງ​ຮອບ​ດ້ານ​ສະ​ບັບ​ໜຶ່ງ. ແຕ່​ວ່າ, ໃນ​ເວ​ລາ​ທີ່​ທ່ານ ໂຈ ໄບ​ເດັນ ພົ​ບ​ປະ​ກັບ​ຜູ້​ນຳ​ບັນ​ດາ​ປະ​ເທດ, ທ່ານ ໂຈ ມານ​ຊິນ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ພັກ​ດີ​ໂມ​ແຄຼັດ​ຂອງ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ວ່າ: ທ່ານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ບໍ່ສະ​ໜັບ​ສະ​ໜູນ​ຮ່າງ​ຍັດ​ຕິ​ວ່າ​ດ້ວຍ​ການ​ໃຊ້​ຈ່າຍ​ທີ່​ເປັນ​ເງິນ 1.750 ຕື້​ໂດ​ລາ​ສະ​ຫະ​ລັດ​. ຮ່າງ​ຍັດ​ຕິ​ດັ່ງ​ກ່າວ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​ກັບ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຫຼຸດ​ການ​​ປ່ອຍ​ກາກບອນ​ດີ​ອອກ​ຊິດ​ໃຫ້​ຕ່ຳ​ລົງ​ຂອງ​ທ່ານ ໂຈ ໄບ​ເດັນ. ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ໄດ້​ລາຍ​ງານ​ວ່າ: ການ​ສະ​ແດງ​ທ່າ​ທີ​ຫຼ້າ​ສຸດ​ຂອງ​ທ່ານ ໂຈ ມານ​ຊິນ​ໝາຍ​ເຖິງ​ຮ່າງ​ຍັດ​ຕິ​ດັ່ງ​ກ່າວ​ຍາກ​ຈະ​ຜ່າ​ນ​​ການຮັບ​ຮອງ​ໃນ​ເວ​ລາ​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ຢູ່​ລັດ​ຖະ​ສະ​ພາ​ຂອງ​ອາ​ເມ​ຣິ​ກາ.
ການ​ຫຼຸດ​ກາ​ນປ່ອຍກາກບອນ​ດີ​ອອກ​ຊິດ​​ໃຫ້​ຕ່ຳ​ລົງຂອງ​ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມ​ຈິງ​ໃຈ​ຫຍັງ​ເລີຍ_fororder_下载 (1)

      ນອກ​ຈາກກອງ​ປະ​ຊຸມ COP26 ແລ້ວ, ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ​ເອີ​ຣົບ​ຂອງ​ທ່ານ ໂຈ ໄບ​ເດັນ​ ໃນ​ຄັ້ງ​ນີ້​ຍັງ​ລວມ​ທັງ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກຸ່ມ 20 ປະ​ເທດ​ຫຼື G20 ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ຜ່ານ​ມາ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ກອງ​ປະ​ຊຸມ​ສຸດຍອດ G20, ທ່ານ ໂຈ ໄບ​ເດັນ​ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ຂຸດ​ຄົ້ນເຊື້ອ​ໄຟ​ຈາກ​ຊາກ​ຟອດ​ຊີວ​ຫຼາຍກວ່າ​ເກົ່າ. ດ້ານ​ໜຶ່ງ​ໄດ້​ຮຽ​ກ​ຮ້ອງ​ໃຫ້​ເພີ່ມ​ການ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ,ອີ​ກ​ດ້ານ​ໜຶ່ງ​ຮຽກ​ຮ້ອງ​ໃຫ້​ຫຼຸດ​ການ​​ປ່ອຍກາກບອນ​ດີ​ອອກ​ຊິດ​​ໃຫ້​ຕ່ຳ​ລົງ, ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ທີ່​ເປັນ​ການ​ຂັດ​ແຍ້ງ​ກັນ​ໄດ້​ເຮັດ​ໃຫ້​ວົງ​ການ​ພາຍນອກ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ຕໍ່​ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ.

      ບໍ່​ວ່າ​​ຈະເບິ່ງ​ໃນ​ແງ່​ໃດ​ກໍ່​ຕາມ, ຄຳ​ໝັ້ນ​ສັນ​ຍາ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຫຼຸດ​ການ​ປ່ອຍ​ກາກບອນ​ດີ​ອອກ​ຊິດ​ໃຫ້​ຕ່ຳ​ລົງ​ລ້ວນ​ແຕ່​ບໍ່​ມີ​ຄວາມ​ຈິງ​ໃຈ​ຫຍັງ​ເລີຍ,ແຜນ​ການ​ຂອງ​ທ່ານ ໂຈ ໄບ​ເດັນ ອາດ​ຈະ​​ເປັນ​ພຽງ​ຄວາມ​ເວົ້າ​ລ້າໆ​ອີກ​ຕໍ່​ໄປ. ນີ້​ອາດ​ຈະ​​ກົງ​ກັບ​ຄຳ​ເວົ້າ​ຂອງ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ທີ່​ເຄີຍ​ເວົ້າ​ວ່າ: ພວກ​ເຮົາ​ຫຼອກ​ລວງ,ພວກ​ເຮົາ​ມັກ​ເວົ້າ​ຄຳ​ຂີ້​ຕົວະ,ພວກ​ເຮົາ​ມັກ​ໂຈ​ລະ​ກຳ. ນີ້​ຈຶ່ງ​ແມ່ນ​ຂໍ້​ບັນ​ຍັດ​ທາງ​ສາ​ສະ​ໜາ​ພຽງ​ໜຶ່ງ​ດຽວ​​ແບບອາ​ເມ​ຣິ​ກາ.

ຄຳ​ເຫັນ

0