ການກຳເນີດເກີດຂຶ້ນ ແລະ ການປະດິດສ້າງໃໝ່ຂອງທິດສະດີວິທະຍາສາດ, ມັກມີເຄົ້າມາຈາກພື້ນຖານດ້ານແນວຄິດໃນລະດັບໃດໜຶ່ງ, ໄດ້ແຕກໜໍ່ຈໍ່ຕົວຂຶ້ນຈາກພຶດຕິກຳຕົວຈິງ, ຜ່ານການທົດສອບຂອງຄວາມຈິງ, ແລະໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ແລ້ວຈຶ່ງກາຍເປັນລະບົບທິດສະດີທີ່ຄົບຊຸດ. ແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ກໍເປັນແບບນີ້ເຊັ່ນກັນ.
ວາລະສານ “ວິໄສທັດ” ເປັນວາລະສານລາຍສັບປະດາຂອງຈີນ, ເລີ່ມສ້າງຂຶ້ນໃນເດືອນເມສາປີ 1981, ແຕ່ປີ 1993 ຫາປີ 2004, ເຄີຍສຳພາດທ່ານສີຈິ້ນຜິງ ຫຼື ລົງພິມບົດຄວາມທີ່ຂຽນໂດຍທ່ານສີຈິ້ນຜິງລວມທັງໝົດ 10 ເທື່ອ, ເຊິ່ງໄດ້ເວົ້າເຖິງໄລຍະທີ່ທ່ານສີຈິ້ນຜິງເຮັດວຽກຢູ່ແຂວງຟູຈ້ຽນ ແລະ ແຂວງເຈີ້ຈ່ຽງ, ໄດ້ເປັນສັກຂີພິຍານໃຫ້ແກ່ຂະບວນການແຕກໜໍ່ຈໍ່ແໜງ ການຂະຫຍາຍຕົວ ແລະ ສຸກງອມຂອງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.
ວັນທີ 14 ກັນຍາປີ2006, ທ່ານສີຈິ້ນຜິງ ສຳຫຼວດຄົ້ນຄວ້າວຽກງານການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງນິງໄຫນະຄອນນິງໂປແຂວງເຈີ້ຈ່ຽງ
ການສຳຫຼວດຄົ້ນຄວ້າໄດ້ສະແດງໃຫ້ເຫັນໂດຍກົງເຖິງແບບແຜນການເຮັດວຽກຂອງພະນັກງານການນຳ, ໄດ້ເຊື່ອມສານສາຍສຳພັນອັນເລິກເຊິ່ງລະຫວ່າງພັກ ແລະ ປະຊາຊົນ, ແລະໄດ້ພົວພັນເຖິງຜົນສຳເລັດໃນພາລະກິດຂອງພັກ ແລະ ປະຊາຊົນ. ການຍຶດໝັ້ນໃນການເຊື່ອມສານການອອກແບບໃນລະດັບສູງສຸດ ແລະ ການຂໍຟັງຄວາມເຫັນຈາກປະຊາຊົນ, ອັນນີ້ເປັນຈຸດພິເສດອັນພົ້ນເດັ່ນໃນແບບແຜນ ແລະ ວິທີການເຮັດວຽກຂອງທ່ານປະທານສີຈິ້ນຜິງ.
ໃນໄລຍະທີ່ເຮັດວຽກຢູ່ແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດຄົ້ນຄວ້າຢູ່ຮາກຖານ ແລະ ມັກເວົ້າຄວາມເວົ້າຄວາມໜຶ່ງເລື້ອຍໆ, ຄື“ຖ້າບໍ່ກິນໝາກຈອງ, ຈະຮູ້ລົດຊາດຂອງໝາກຈອງໄດ້ແນວໃດ.”
ທ່ານເຟີ້ຍຊຽງທີ່ເປັນຜູ້ອຳນວຍການສຳນັກງານຂ່າວສານຊິນຮວາປະຈຳແຂວງເຈີ້ຈ່ຽງໃນເວລານັ້ນ, ເຄີຍໄດ້ຕິດຕາມການສຳຫຼວດຄົ້ນຄວ້າຂອງທ່ານສີຈິ້ນຜິງຢູ່ຮາກຖານຫຼາຍເທື່ອ, ແລະໄດ້ລາຍງານຂ່າວ ໂດຍບັນທຶກການເຄື່ອນໄຫວທີ່ມີຊີວິດຊີວາຂອງທ່ານສີຈິ້ນຜິງໃນເວລາໄປສຳຫຼວດຄົ້ນຄວ້າຢູ່ຂັ້ນຮາກຖານຢ່າງມີສີສັນພົ້ນເດັ່ນ ແລະໄດ້ຮັບຄວາມຄືບໜ້າໃນການດຳເນີນວຽກງານຢ່າງວ່ອງໄວ ໃນໄລຍະທີ່ທ່ານດຳລົງຕຳແໜ່ງເປັນເລຂາຄະນະພັກແຂວງເຈີ້ຈ່ຽງ.
ໃນນັ້ນ, ໃນບົດຄວາມທີ່ພາດຫົວຂໍ້ວ່າ “ຈາກ ການສ້າງສະພາບການໃໝ່ດ້ວຍການສຳຫຼວດຄົ້ນຄວ້າ ຈົນຮອດ ການສ້າງເສັ້ນທາງໃໝ່ດ້ວຍການສຳຫຼວດຄົ້ນຄວ້າ - ຄະນະກຳມະການປະຈຳຄະນະພັກກອມມູນິດຈີນແຂວງເຈີ້ຈ່ຽງໄດ້ຕິດແທດກັບຄວາມເປັນຈິງ ແລະ ເຮັດແທ້ທຳຈິງ” ໄດ້ຍົກໃຫ້ເຫັນຕາຕະລາງສະຖິຕິສະບັບໜຶ່ງ, ໂດຍບັນທຶກການສຳຫຼວດຄົ້ນຄວ້າ, ການສຳຫຼວດກວດກາວຽກງານ, ການຢ້ຽມຢາມ, ກອງປະຊຸມ, ການພົບປະ ແລະ ການເຄື່ອນໄຫວອື່ນໆຂອງທ່ານສີຈິ້ນຜິງໃນໄລຍະເວລາໜຶ່ງປີ, ເຊິ່ງຈຳນວນການເຄື່ອນໄຫວຂອງເພິ່ນມີເຖິງ 476 ເທື່ອ. ໂດຍອີງຕາມວາລະການເຮັດວຽກຂອງທ່ານສີຈິ້ນຜິງພາຍຫຼັງການດຳລົງຕຳແໜ່ງເປັນເລຂາຄະນະພັກແຂວງເຈີ້ຈ່ຽງໄດ້ 2 ເດືອນປາຍ ທີ່ສະໜອງໂດຍຫ້ອງວ່າການຄະນະພັກແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ເຮັດວຽກຫຼາຍກວ່າ 12 ຊົ່ວໂມງຕໍ່ມື້, ເວລາການສຳຫຼວດຄົ້ນຄວ້າຢູ່ຮາກຖານໄດ້ກວມເອົາຫຼາຍກວ່າ 40% ຂອງມື້ເຮັດວຽກຂອງທ່ານ, ເຊິ່ງທ່ານໄດ້ຍາດເວລາສຸດຂີດເພື່ອດຳເນີນການສຳຫຼວດຄົ້ນຄວ້າຢູ່ຂັ້ນຮາກຖານໃຫ້ໄດ້ຫຼາຍ.
ໃນບົດຄວາມບົດນີ້, ທ່ານສີຈິ້ນຜິງໄດ້ແນະນຳວິທີສຳຫຼວດຄົ້ນຄວ້າຂອງຕົນ: “ໃນໄລຍະໃໝ່, ຖ້າພະນັກງານການນຳບໍ່ດຳເນີນການສຳຫຼວດຄົ້ນຄວ້າແມ່ນເປັນໄປບໍ່ໄດ້, ການສຳຫຼວດຄົ້ນຄວ້າທີ່ຊັກຊ້າກໍເປັນໄປບໍ່ໄດ້ເຊັ່ນກັນ. ຂ້າພະເຈົ້າເຫັນວ່າຄວນລົງໄປເບິ່ງຮາກຖານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ໃນເທື່ອໜຶ່ງອາດຈະດຳເນີນເປັນເວລາສັ້ນ, ສະສົມເທື່ອລະໜ້ອຍກໍຈະກາຍເປັນຈຳນວນຫຼາຍ, ກໍຈະເກີດມີການປ່ຽນແປງຈາກດ້ານປະລິມານເປັນດ້ານທາດແທ້, ກໍຈະສາມາດກຳແໜ້ນຄວາມຂັດແຍ່ງຕົ້ນຕໍ ແລະບັນຫາຕົ້ນຕໍທີ່ມີຢູ່ໃນການດຳເນີນວຽກງານ. ການກວດເບິ່ງຈະດີກວ່າບໍ່ໄປກວດເບິ່ງ; ການກວດເບິ່ງໃຫ້ຫຼາຍ, ຈະດີກວ່າການກວດເບິ່ງໜ້ອຍ.”
ທ່ານເຟີ້ຍຊຽງກ່າວວ່າ, “ປະລິມານວຽກງານຫຼາຍປານນີ້ ແມ່ນເໜືອການຄາດຄິດ. ບາງເທື່ອພວກເຮົາສົງໄສວ່າ, ການສຳຫຼວດຄົ້ນຄວ້າ ຫຼາຍເກີນໄປບໍ່?” ຕໍ່ມາທ່ານເຟີ້ຍຊຽງໄດ້ຄ່ອຍໆເຂົ້າໃຈວ່າ, ກໍເປັນຍ້ອນທ່ານສີຈິ້ນຜິງໄດ້ດຳເນີນການສຳຫຼວດຄົ້ນຄວ້າຢູ່ຂັ້ນຮາກຖານຢ່າງໜັກ ແລະ ຫຼາຍກວ່າປົກກະຕິ, ຈຶ່ງສາມາດກຳໄດ້ສະພາບການຢ່າງຮອບດ້ານໃນເວລາສັ້ນທີ່ສຸດ, ແລະສາມາດກາຍເປັນແນວຄວາມຄິດ ແລະ ແຜນລວມໃນການພັດທະນາແຂວງເຈີ້ຈ່ຽງ.
ຫັນປ່ຽນການຮ້ອງທຸກຕໍ່ຂັ້ນເທິງໃຫ້ເປັນການລົງໄປສຳຫຼວດຄົ້ນຄວ້າຢູ່ຂັ້ນຮາກຖານ, ຫັນປ່ຽນການຟັງການລາຍງານ ກາຍເປັນການສຳຫຼວດຄົ້ນຄວ້າໂດຍກົງ, ນີ້ແມ່ນຮູບການສຳຫຼວດຄົ້ນຄວ້າທີ່ທ່ານສີຈິ້ນຜິງມັກນຳໃຊ້ໃນເວລາເຮັດວຽກຢູ່ທ້ອງຖິ່ນ.
ໃນໄລຍະເດືອນກໍລະກົດຫາເດືອນສິງຫາປີ 2003, ເຫດການທີ່ປະຊາຊົນແຂວງເຈີ້ຈ່ຽງຮ້ອງທຸກຕໍ່ຂັ້ນເທິງໄດ້ເພີ່ມຂຶ້ນ. ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ສະເໜີວ່າ, ໃຫ້ພະນັກງານການນຳໄປຮັບການຮ້ອງທຸກຂອງປະຊາຊົນຢູ່ຂັ້ນຮາກຖານ, ທັງນຳໜ້າໄປສຳຫຼວດຄົ້ນຄວ້າຢູ່ເມືອງພູຈ່ຽງເຊິ່ງແມ່ນ ເມືອງໜຶ່ງທີ່ມີເຫດການທີ່ປະຊາຊົນຮ້ອງທຸກຕໍ່ຂັ້ນເທິງຫຼາຍທີ່ສຸດຢູ່ແຂວງເຈີ້ຈ່ຽງ.
ທ່ານສີຈິ້ນຜິງໄດ້ຮຽກຮ້ອງໃຫ້ສື່ມວນຊົນຫຼາຍແຫ່ງຂອງທ້ອງຖິ່ນອອກແຈ້ງການລ່ວງໜ້າ 7 ມື້ວ່າ ເລຂາຄະນະພັກແຂວງຈະລົງໄປສຳຫຼວດກວດກາຂັ້ນຮາກຖານ, ໃຫ້ປະຊາຊົນສະເໜີບັນຫາທຸກຢ່າງອອກມາ. ໃນມື້ທີ່ທ່ານລົງຮາກຖານ, ພະນັກງານການນຳຂອງພາກສ່ວນທີ່ກ່ຽວຂ້ອງໄດ້ແບ່ງອອກເປັນ 14 ຈຸ, ຕ້ອນຮັບປະຊາຊົນ 436 ຊຸດ ລວມທັງໝົດ 667 ເທື່ອຄົນ. ທ່ານສີຈິ້ນຜິງໄດ້ຕ້ອນຮັບປະຊາຊົນໂດຍກົງ 9 ຊຸດ.
ໃນເວລາທີ່ເດີນທາງກັບຄືນສູ່ເທດສະບານແຂວງ, ທ່ານສີຈິ້ນຜິງໄດ້ເວົ້າວ່າ: “ບັນຫາຊີວິດການເປັນຢູ່ທີ່ປະຊາຊົນສ່ອງແສງໃນປະຈຸບັນນັ້ນ, ບໍ່ພຽງແຕ່ເປັນບັນຫາດ້ານເສດຖະກິດ, ຍິ່ງເປັນບັນຫາດ້ານຄວາມຄິດ ແລະ ສາຍສຳພັນດ້ານຈິດໃຈ; ຖ້າບໍ່ມີສາຍສຳພັນດ້ານຈິດໃຈທີ່ເລິກເຊິ່ງກັບປະຊາຊົນອັນໄພສານ, ກໍບໍ່ສາມາດເຂົ້າໃຈຄວາມທຸກຂອງເຂົາເຈົ້າໄດ້, ແຮ່ງບໍ່ສາມາດຊອກຄົ້ນຫາວິທີແກ້ໄຂບັນຫາເຫຼົ່ານີ້ໄດ້ໃນການສຳຫຼວດຄົ້ນຄວ້າ.”
ໃນຂະນະທີ່ສົ່ງເສີມການສຳຫຼວດຄົ້ນຄວ້າຢ່າງຂະໜາດໃຫຍ່, ຜົນການສຳຫຼວດຄົ້ນຄວ້າຈະສາມາດກາຍເປັນການຕັດສິນນະໂຍບາຍຢ່າງຖືກຕ້ອງຕາມຫຼັກວິທະຍາສາດໄດ້ຫຼືບໍ່, ກໍເປັນສິ່ງທົດສອບຕໍ່ກັບຄວາມສາມາດດ້ານການກຳອຳນາດຂອງພະນັກງານການນຳ. ພາຍໃຕ້ການສະເໜີຂອງທ່ານສີຈິ້ນຜິງ, ປີ 2003, ຄະນະພັກແຂວງເຈີ້ຈ່ຽງໄດ້ຈັດກອງປະຊຸມຮ່ຳຮຽນທິດສະດີທີ່ຖືເອົາການເພີ່ມທະວີການສຳຫຼວດຄົ້ນຄວ້າເປັນເນື້ອໃນຕົ້ນຕໍ. ພະນັກງານການນຳທີ່ເຂົ້າຮ່ວມການຮ່ຳຮຽນໄດ້ສ້າງແຜນການສຳຫຼວດຄົ້ນຄວ້າ 21 ຫົວຂໍ້ສະເພາະ, ທັງໄດ້ກຳນົດຕາຕະລາງເວລາທີ່ຈັດຕັ້ງປະຕິບັດຕົວຈິງ. ການສຳຫຼວດຄົ້ນຄວ້າເຫຼົ່ານີ້, ກໍໄດ້ເປັນແຜນການດຳເນີນວຽກງານຈຸດສຸມໃນປີຕໍ່ໄປທີ່ກຳນົດໂດຍຄະນະພັກ ແລະອົງການປົກຄອງແຂວງເຈີ້ຈ່ຽງ.
ຄະນະພັກແຂວງເຈີ້ຈ່ຽງຍັງໄດ້ກຳນົດ “ຄວາມເຫັນວ່າດ້ວຍການຫັນວຽກງານສຳຫຼວດຄົ້ນຄວ້າເປັນລະບຽບແບບແຜນ”, ໂດຍກຳນົດຢ່າງຈະແຈ້ງວ່າ, ໃຫ້ຖືເອົາການສຳຫຼວດຄົ້ນຄວ້າເປັນຂັ້ນຕອນນຳໜ້າໃນການຕັດສິນນະໂຍບາຍສຳຄັນຂອງຄະນະພັກ ແລະອົງການປົກຄອງຂັ້ນເມືອງຂຶ້ນໄປ. ຫຼັງຈາກນັ້ນບໍ່ດົນ, ແຜນແມ່ບົດໃນການຊີ້ນຳການພັດທະນາແຂວງເຈີ້ຈ່ຽງຕາມຫຼັກວິທະຍາສາດກໍໄດ້ກຳເນີດເກີດຂຶ້ນ.
“ບໍ່ມີການສຳຫຼວດ ກໍບໍ່ມີສິດປະກອບຄຳເຫັນ, ຍິ່ງບໍ່ມີສິດຕັດສິນນະໂຍບາຍ.” ນີ້ຄືແບບແຜນ ແລະ ວິທີການເຮັດວຽກທີ່ທ່ານສີຈິ້ນຜິງສາມາດກຳສະພາບຄວາມເປັນຈິງ, ສ້າງແນວຄວາມຄິດໂດຍລວມ ແລະ ວາງແຜນລວມໄດ້ຢ່າງວ່ອງໄວ.
ຄຳເຫັນ
0