尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້​ງ​ທີ 6 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ຈະ​ສົ່ງ​ສັນ​ຍານ​​ໃຫ້​ກັບ​ຍຸກ​ໃໝ່

2021-11-09 16:01:24 cri

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້​ງ​ທີ 6 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ຈະ​ສົ່ງ​ສັນ​ຍານ​​ໃຫ້​ກັບ​ຍຸກ​ໃໝ່_fororder_W020211108441128124252

      ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້​ງ​ທີ 6 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນສະ​ໄໝ​ທີ 19 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 8 ພະ​ຈິກ​ນີ້.

      ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຊາວ​ໂລກ​ທີ່​ສຸດ. ບໍ​ລິ​ສັດ​ກະ​ຈາຍ​ສຽງ​ຂອງ​ອັງ​ກິດ​ຫຼື BBC, ໜັງ​ສື​ພິມ​ນິວຢອກ​ທາມ​ສ໌, ໜັງ​ສື​ພິມ​ເອ​ກະ​ລາດ​ຂອງ​ຣັດ​ເຊຍ,ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ແລະ​ສື່ມວນ​ຊົນ​ອື່ນໆ​ຕ່າງ​ກໍ່​ໄດ້​ພິມ​ບົດ​ຄວາມ​​ວິ​ເຄາະ​ແລະ​ຄາດ​ຄະ​ເນ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້.

      ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ “​ຮ່າງມະ​ຕິ​​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ຜົນ​ສຳ​ເລັດອັນ​ໃຫຍ່​ຫຼວງແລະ​ສຳ​ຄັນ​​ລວມ​ທັງ​ບົດ​ຮຽນ​ ​ປະ​ຫວັດ​ສາດ​ແຫ່ງ​ຜົນ​ສຳ​ເລັດ​ຂອງ​ພັກ​ໃນ​​ການ​ສູ້​ຊົນ​ໃນຮອບ​​ຮ້ອຍ​ປີ​ຜ່ານ​ມາ” ເຊິ່ງ​ເປັນຮ່າງ​ມະ​ຕິ​ປະ​ຫວັດ​ສາດ​​ສະ​ບັບ​ທີ​ສາມ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຂຶ້ນ​ຫຼັງ​ປີ 1945 ແລະ ປີ 1981. ສ່ວນ​ປີ​ນີ້ກໍ່​ພໍ​ດີ​ຖືກ​ກັບ​ໂອ​ກາດ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ, ການ​ຈັດ​ກອງ​ປະ​ຊຸມ​ໃນ​ຈຸ​ດ​ເວ​ລາ​ພິ​ເສດ​ແບບ​ນີ້​ຈຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ແລະ​ຕີ​ລາ​ຄາ​ຫຼາຍ​ເປັນ​ພິ​ເສດຈາກ​ຊາວ​ໂລກ.

      ທ່ານ ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ເຄີຍ​ໄດ້​ສະ​ເໜີ​ຢ່າງ​ຈະ​ແຈ້ງ​ໃນພິ​ທີສະ​ເຫຼີມ​ສະ​ຫຼອງ​​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ໂດຍ​ກ່າວ​ວ່າ: “ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ຕາມ​ສະ​ພາບ​​ຄວາມ​ເປັນ​ຈິງ​ແລະ​ຈ້ອງ​ເບິ່ງ​ອະ​ນາ​ຄົດ​ໂດຍ​ຜ່ານ​​ປະ​ຫວັດ​ສາດ, ຊອກ​ໃຫ້​ເຫັນ​ສາ​ເຫດ​ຢ່າງ​ແທ້​ຈິງຈາກ​ການ​ສູ້​ຊົນ​ຮ້ອຍ​ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ວ່າເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດແລະເຮັດ​ແນວ​ໃດ​ພວກ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ສືບ​ຕໍ່​ປະ​ສົບ​ຜົນ​ສຳ​ເລັດ​ໄດ້.”
ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້​ງ​ທີ 6 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ຈະ​ສົ່ງ​ສັນ​ຍານ​​ໃຫ້​ກັບ​ຍຸກ​ໃໝ່_fororder_00e93901213fb80e3764d0687cf84b27b838948e

     ​ຮ່າງມະ​ຕິ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ກໍ່​ເປັນຄື​ດັ່ງ​ນີ້,​ເປັນ​ການສະ​ຫຼຸບ​ຜົນ​ສຳ​ເລັດ​ແລະ​ຖອດ​ຖອນ​ບົດ​ຮຽນ​​ສຳ​ເລັດ​ຜົນຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ,ພ້ອມ​ທັງ​​ຍົກ​ໃຫ້​ເຫັນບົດ​ຮຽນ​ສຳ​ເລັດ​ຜົນ​ໂດຍ​ຜ່ານ​ມະ​ຕິຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ. ບົນ​ພື້ນ​ຖານ​ດັ່ງ​ກ່າວ, ພັກ​ກອມ​ມູ​ນິດ​ຈີນ​ຈະ​ວາງ​ແຜນ​ການ​ກ່ຽວ​ກັບໜ້າ​ທີ່​ແລະ​ທິດ​ທາງ​ໃນ​ຫຼາຍ​ສິບ​ປີ​ຕໍ່​ໜ້າ,ນຳ​ພາ​ພັກ​ກອມ​ມູ​ນິດ​ຈີນ​ກ້າວ​ສູ່​ເປົ້​າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະ​ການ​ທີ 2.

      ມະ​ຕິ​​ທີ່​ເປັນປະ​ຫວັດ​ສາດ​ໃນ​ປີ 1945 ແລະ​ປີ 1981 ໄດ້​ມີ​ຜົນ​ສະ​ທ້ອນ​ອັນ​ໃຫຍ່​ຫຼວງ,ສຳ​ຄັນ​ແລະ​ເລິກ​ເຊິ່ງ​ຍາວ​ໄກ​ສຳ​ລັບ​ປະ​ເທດ​ຈີນ,​ເປັນທິດ​ຊີ້​ນຳ​​ສຳ​ລັບ​ປະ​ເທດ​ຈີນ​ທີ່​ຈະ​ຊູ​ຄັນ​ທຸງ​ແບບ​ໃດ​ແລະ​ເດີນ​ຕາມ​ເສັ້ນ​ທາງ​ແບບ​ໃດ​​ເພື່ອໃຫ້​ພັກ​ກອມ​ມູ​ນິດ​ຈີນ​ກ້າວ​ໄປ​ສູ່​ຜົນ​ສຳ​ເລັດ​ໃໝ່ເປັນ​ກ້າວ​ໆ. ສ່ວນ​ການ​ຈັດກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້​ງ​ທີ 6 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​​ສະ​ໄໝ​ທີ 19 ​ແມ່ນ​ຢູ່​ຈຸດ​ເຊື່ອມ​ຕໍ່​ຂອງ​ເຫດ​ການ​ປະ​ຫວັດ​ສາດ​ສຳ​ຄັນ​ຈະ​ສົ່ງ​ສັນ​ຍານ​ໃຫ້​ກັບ​ປະ​ຊາ​ຊົນ​ຈີນ​ໃນ​ການ​ສູ້​ຊົນ​ໃນ​ຍຸກ​ໃໝ່.

      ພາຍ​ໃຕ້​ສະ​ພາບ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ບໍ່​ທັນ​ສາ​ມາດ​ຄວບ​ຄຸມ​ໄວ້​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເທື່ອ,ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ອັນ​ໃຫຍ່​ຫຼວງແລະ​ລະ​ບົບ​ສາ​ກົນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ທີ່​ເລິກ​ເຊິ່ງ​ແລະ​ສັບ​ສົນ, ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ມີ​ຜົນ​ສະ​ທ້ອນ​​ອັນ​ໃຫຍ່​ຫຼວງ​ແລະ​ສຳ​ຄັນ​ຕໍ່​ໂລກ​ໂດຍ​ບໍ່​ຕ້ອງ​ສົງ​ໄສ,ແລະ​ຈະ​​ເປັນ​ການສ້າງ​ຄວາມ​ຫວັງ​ໃຫ້​ແກ່​ສະ​ພາບການ​ໂລກ​ທີ່​ພັດ​ທະ​ນາ​ຢ່າງລຳ​ບາກ​ຍ້ອນ​ປະ​ສົບ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ.

ຄຳ​ເຫັນ

0