尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາໄດ້​ກາຍ​ເປັນ​ເຄື່ອງ​ມື​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ນຳ​ໃຊ້​ລັດ​ທິ​ເຈົ້າ​ອຳ​ນາດ

2021-11-11 17:08:48 cri

ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາໄດ້​ກາຍ​ເປັນ​ເຄື່ອງ​ມື​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ນຳ​ໃຊ້​ລັດ​ທິ​ເຈົ້າ​ອຳ​ນາດ_fororder_80cb39dbb6fd5266ffbacf3f1920a22dd50736c2

      ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ​ນີ້, ສູນ​ຄົ້ນ​ຄວ້າ​ພີວ​ຂອງ​ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນກ່ຽວ​ກັບ​ການ​ເມືອງ​ແລະ​ສັງ​ຄົມ​ອາ​ເມ​ຣິ​ກາ​​ກັບ 17 ກຸ່ມ​ເສດ​ຖະ​ກິດ​ເຊັ່ນ: ອາ​ເມ​ຣິ​ກາ, ອັງ​ກິດ, ຝ​ຣັ່ງ​ແລະ​ອົ​ສ​ຕ​ຣາ​ລີ​ເປັນ​ຕົ້ນ,ໄດ້​ມີ​ຜູ້​ຕອບ​ແບບ​ສອບ​ຖາມຫຼາຍກວ່າ 18 ພັນ​ຄົນ.

      ຫວ່າງ​ມໍ່ໆ​ມາ​ນີ້,ສູນ​ຄົ້ນ​ຄວ້າພີວ​ໄດ້​ເປີດ​ເຜີຍ​ຜົນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ມີ​​ຜູ້​ຕອບ​ແບບ​ສອບ​ຖາມຫຼາຍກວ່າ 80% ເຊິ່ງ​ລວມ​ທັງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ເອງ​ໄດ້​ເຫັນ​ວ່າ​ປະ​ຊາ​ທິ​ປະ​ໄຕ​​ແບບອາ​ເມ​ຣິ​ກາ​​ໃນ​ປັດ​ຈຸ​ບັນບໍ່​ສາ​ມາດ​ກາຍ​ເປັນ​ແບບ​ຢ່າງ​ໃຫ້​ກັບ​ໂລກ​ໄດ້, ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ​ໄດ້​ຊຸດ​ໂຊມ​ລົງ​ຕາມ​ຄວາມ​ຄິດ​ເຫັນ​ທີ່ເປັນ​ເອ​ກະ​ພາບ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ.

      ອາ​ເມ​ຣິ​ກາ​ເຄີຍ​ໄດ້​ຕັ້ງ​ຕົວເອງ​ເປັນ​ແບບ​ຢ່າງ​ຂອງ​ເສ​ລີ​ພາບ​ແລະ​ປະ​ຊາ​ທິ​ປະ​ໄຕ, ແຕ່​ໃນ​ຊຸມ​ປີ​ຜ່ານ​ມາ, ອາ​ເມ​ຣິ​ກາ​ທີ່​ຊາວ​ໂລກ​ໄດ້​ເຫັນ​ຄວາມ​ຈິງ​ພັດ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງ​ເລີຍກັບ​ປະ​ຊາ​ທິ​ປະ​ໄຕ.

      ຫວ່າງ​ມໍ່ໆ​ມາ​ນີ້, ໃນ​ເວ​ລາ​ຮັບ​ສຳ​ພາດ, ປະ​ຊາ​ຊົນ​ອີ​ຣັກ​ໄດ້​ສະ​ແດງ​ຄວາມ​ຄຽດ​ຊັງ​ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາທີ່​ຈອມ​ປອມ​ດ້ວຍ​ປະ​ສົບ​ການ​ຂອງ​ຕົນ​ເອງ.ທ້າວ ຄາ​​ຣານ ໄຮ​ດ​ຣີ ເຈົ້າ​ຂອງ​ຮ້ານ​ຄ້າ​​ແຫ່ງ​ໜຶ່ງ​ຢູ່​ອີ​ຣັກ​ເວົ້າ​ວ່າ: “ປ​ະ​ຊາ​ທິ​ປະ​ໄຕ​​ແບບອາ​ເມ​ຣິ​ກາ​ແມ່ນ​ປະ​ຊາ​ທິ​ປະ​ໄຕ​ແບບຈອມ​ປອມ ໂດຍພວກ​ເຮົາ​ໄດ້​ເຫັນ​ແລະ​ໄດ້​ສຳ​ຜັດ​ຈາກ​ການ​ຍຶດ​ຄອງ​ປະ​ເທດ​ເຮົາ​ຂອງ​ອາ​ເມ​ຣິ​ກາ,ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ​ໄດ້​ທຳ​ລາຍ​ພວກ​ເຮົາ​ຄື: ໄດ້​ກໍ່​ໄພ​ພິ​ບັດ, ໄດ້​ກໍ່​ວິ​ນາດ​ສະ​ກຳ,ເຮັດ​ໃຫ້​ຄົນ​ກືກ​ໜັງ​ສື,​ປະ​ເທດ​ມີຄວາມ​ຫຼ້າ​ຫຼັງ,​ມີການ​ລອບ​ສັງ​ຫານ​ແລະ​ມີ​ໄພ​ອັນ​ຕະ​ລາຍ​.”
ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາໄດ້​ກາຍ​ເປັນ​ເຄື່ອງ​ມື​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ນຳ​ໃຊ້​ລັດ​ທິ​ເຈົ້າ​ອຳ​ນາດ_fororder_dc54564e9258d1093c58ac6a6060f9b96d814d69

      20 ປີ​ກ່ອນ,ອາ​ເມ​ຣິ​ກາ​ໄດ້​ກໍ່​ສົງ​ຄາມຢູ່​ອັ​ຟ​ກາ​ນິ​ສະ​ຖານ​ເປັນ​ເວ​ລາ 20 ປີ​ດ້ວຍ​ຂໍ້​ອ້າງ​ປະ​ຊາ​ທິ​ປະ​ໄຕ​ແລະ​ສິດ​ທິ​ມະ​ນຸດ,ແລະ​ກ່າວ​ວ່າ​ຈະ​ສ້າງ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ແບບອາ​ເມ​ຣິ​ກາ​ປະ​ເທດ​ໜຶ່ງ,ເຮັດ​ໃຫ້​ປະ​ຊາ​ຊົນ​​ທຳ​ມະ​ດາສາ​ມັນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ,ແຕ່​ເມື່ອ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ປະ​ຖິ້ມຜົນ​ປະ​ໂຫຍດ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ​ແລ້ວ​​ພາ​ກັນ​ຖອນໜີ, ຄຳ​ຂວັນ​ທີ່​ວ່າ​ຊ່ວຍ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ໃຫ້​ບັນ​ລຸ​ເປົ້າ​ໝາຍ “ປະ​ຊາ​ທິ​ປະ​ໄຕ​ແລະ​ຕັດ​ສິນ​ຊາ​ຕາ​ກຳ​ຂອງ​ຕົນ​ເອງ”​ນັ້ນກໍ່​ໄດ້​ກາຍ​ເປັນ​ຄຳຕະ​ຫຼົກ​ໄປແລ້ວ.

      ​ເມື່ອ​​ກຸ່ມແບ່ງ​ແຍກ​ຮົງ​ກົງ​ເປັນ​ເອ​ກະ​ລາດ​ຈຳ​ນວນ​ໜຶ່ງ​ໄດ້​ທຳ​ຮ້າຍ​​ປະ​ຊາ​ຊົນ​ແລະ​ທຳ​ລາຍ​ສິ່ງ​ກໍ່​ສ້າງ​ສາ​ທາ​ລະ​ນະຕາມ​ລຳ​ພັງ​ໃຈ​ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ອາ​ເມ​ຣິ​ກາ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​​ພັດກ່າວ​ວ່າ​ນີ້​ຄື“​ພາບ​ແຫ່ງ​ຄວາມສວຍ​ງາມ”ຂອງ​ປະ​ຊາ​ທິ​ປະ​ໄຕ​ແລະ​ເສ​ລີ​ພາບ, ແຕ່​ຫຼັງ​ຈາກ​ໄດ້​ເກີດ​ເຫດ​ການ​ສ້າງ​ຄວາມ​ວຸ້ນ​ວາຍ​ຮຸນ​ແຮງ​ທີ່​ປິດ​ລ້ອມ​ອາ​ຄານ​ລັດ​ຖະ​ສະ​ພາ​ຂອງ​ອາ​ເມ​ຣິ​ກາ​ແລ້ວ, ອາ​ເມ​ຣິ​ກາ​​ໄດ້​ຈີກ​ໜ້າ​ກາກ​ຄວາມ​ຊົ່ວ​ຮ້າຍ​ຂອງປະ​ຊາ​ທິ​ປະ​ໄຕ​ໃນ​ທັນ​ທີ,​ໃຊ້​ກອງ​​ກຳ​ລັງທະ​ຫານ​ດຳ​ເນີ​ນ​ການ​​ຄວບ​ຄຸມ​ປະ​ຊາ​ຊົນ​ດ້ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ,ເລືອດ​ແລະ​ສິ່ງ​​ທີ່ຖືກ​ທຳ​ລາຍ​ຢູ່ອາ​ຄານ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ໄດ້​ເຜີຍ​ແບ​ທາດ​ແທ້​​ອັນຈອມ​ປອມ​ຂອງ​ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ.

      ພຶດ​ຕິ​ກຳ​ໄດ້​ຢັ້ງ​ຢືນ​ວ່າ: “ສິດ​ທິ​ມະ​ນຸດ​ແບບອາ​ເມ​ຣິ​ກາ”ໄດ້​ກາຍ​ເປັນ​ເຄື່ອງ​ມື​ທີ່​ອາ​ເມ​ຣິ​ກາ​​ນຳ​ໃຊ້​ເພື່ອຮັກ​ສາ​ຄວາມ​ເປັນ​ເຈົ້າ​ອຳ​ນາດ​ຂອງ​ປະ​ເທດ​ຕົນ​ແລະ​ໃຊ້​ເພື່ອ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ປະ​ເທດ​ອື່ນ,ປະ​ຊາ​ທິ​ປະ​ໄຕ​ແລະ​ຄ່າ​ນິ​ຍົມ​ທີ່​ອາ​ເມ​ຣິ​ກາ​ໂຄ​ສະ​ນາ​​ຊວນ​ເຊື່ອ​ສູ່​ພາຍນອກ​ບໍ່​​ສາ​ມາດສ້າງ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃຫ້​ກັບ​ໂລກ​ໄດ້,ຫາກ​​ມີ​ແຕ່​ສ້າງ​ຄວາມ​ປັ່ນ​ປ່ວນ​ວຸ້ນ​ວາຍ​ແລະ​ໄພ​ພິ​ບັດ. “ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ” ​ໄດ້​ສູນ​ເສຍ​ຄວາມ​ໜ້າ​ເຊື່ອ​ຖື​ໄປ​ໝົດ​ແລ້ວ​ແລະ​ບໍ່​ສາ​ມາດ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ປະ​ຊາ​ຊົນ​ອີກ​ແລ້ວ.

ຄຳ​ເຫັນ

0