李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ແດງ​ຄວາ​ມ​ຍິນ​ດີ​ແລະອວຍ​ພອນທ່ານ ຟູ​ມີ​ໂອ ກິ​ຊິ​ດະ ທີ່ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ອີກ​ສະ​ໄໝ​​ໜຶ່ງ

2021-11-11 15:00:27 cri

ວັນ​ທີ 10 ພະ​ຈິກ​ນີ້, ທ່ານ ຟູ​ມີ​ໂອ ກິ​ຊິ​ດະ ປະ​ທານ​ພັກ ເສລີປະຊາທິປະ​ໄຕຍີ່​ປຸ່ນ ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີຊຸດ​ທີ 101 ຂອງ​ຍີ່​ປຸ່ນ​. ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາ​ມ​ຍິນ​ດີ​ແລະອວຍ​ພອນ​ທ່ານ ຟູ​ມີ​ໂອ ກິ​ຊິ​ດະ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໄດ້ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ອີກ​ສະ​ໄໝ​​ໜຶ່ງ.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ວ່າງ​ເວີນ​ປິ່ນ​ ກ່າວ​ເນັ້ນ​ວ່າ, ການ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ບົນ​ຈິດ​ໃຈມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ, ​ທັງ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອາ​ຊີ ກໍ່​ຄື​ຂອງ​ໂລກ. ຫວັງ​ວ່າ, ຍີ່​ປຸ່ນ​ຈະ​ເດີນ​ຕາມ​ທິດ​ທາງ​ທີ່​ຄື​ກັນ​ກັບ​ຈີນ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະສົມ, ຮ່ວມ​ກັນ​ຊຸກ​ຍູ້​ການ​ສາຍການ​ພົວ​ພັນ​ຈີນ-ຍີ່​ປຸ່ນ ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຍຸກ​ສະ​ໄໝ​ໃໝ່.

ຄຳ​ເຫັນ

0