ຫວ່າງມໍ່ໆມານີ້, ທ່ານ ຈ່ຽງໄຈ້ຕົ່ງ ເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວໄດ້ແຈ້ງສະພາບການກ່ຽວກັບກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໃຫ້ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ຮັບຊາບໂດຍທ່ານກ່າວວ່າ: ກອງປະຊຸມໄດ້ສະຫຼຸບຜົນງານອັນໃຫຍ່ຫຼວງແລະບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກກອມມູນິດຈີນໃນຮອບຮ້ອຍປີຜ່ານມາຢ່າງຮອບດ້ານ,ພ້ອມທັງໄດ້ເນັ້ນໜັກຈຸດສຳຄັນໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ຜົນສຳເລັດຂອງກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ທີ່ໄດ້ປິດລົງຢ່າງສະຫງ່າງາມແລະຫວັງສືບຕໍ່ເພີ່ມທະວີການແລກປ່ຽນຄວາມຄິດເຫັນກັບສະຫາຍຈີນຕື່ມອີກກ່ຽວກັບເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ເພື່ອພ້ອມກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.
ຕະຫຼອດໄລຍະ 100 ປີຜ່ານມາ, ສະມາຊິກພັກກອມມູນິດຈີນແລະປະຊາຊົນຈີນແຕ່ລະລຸ້ນໄດ້ສືບຕໍ່ບຸກບືນສູ້ຊົນ, ຊົນຊາດຈີນໄດ້ບັນລຸການພັດທະນາອັນຍິ່ງໃຫຍ່ແບບກ້າວກະໂດດຈາກລຸກຢືນຂຶ້ນ,ຮັ່ງມີຂຶ້ນຈົນຮອດເຂັ້ມແຂງຂຶ້ນ. ໂດຍສະເພາະນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ,ສູນກາງພັກທີ່ມີສະຫາຍສີຈິ້ນຜິງເປັນແກນນຳໄດ້ເຕົ້າໂຮມຄວາມສາມັກຄີແລະນຳພາປະຊາຊົນຈີນສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່,ສາມາດສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານ,ໄດ້ສ້າງຂະບວນການອອກເດີນທາງຄັ້ງໃໝ່ເພື່ອປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ຂະນະດຽວກັນ, ກໍ່ໄດ້ຊຸກຍູ້ວຽກງານການຕ່າງປະເທດໃນຖານະປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນຢ່າງຮອບດ້ານ,ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເພື່ອໃຫ້ກາຍເປັນຄັນທຸງນຳໜ້າຂອງຍຸກສະໄໝແລະກາຍເປັນທວນໄຟເຢືອງທາງເພື່ອຄວາມກ້າວໜ້າຂອງມວນມະນຸດ.
ພາຍໃຕ້ການຊຸກຍູ້ແລະເອົາໃຈໃສ່ຮ່ວມກັນຈາກສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນແລະສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໄດ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ. ນັບແຕ່ເກີດມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວເປັນຕົ້ນມາ, ປະເທດຈີນໄດ້ແຕ່ງຕັ້ງໜ່ວຍງານຜູ້ຊ່ຽວຊານການແພດ 3 ໜ່ວຍໄປໃຫ້ການຊ່ວຍເຫຼືອປະເທດລາວຕາມລຳດັບ,ໄດ້ໃຫ້ການຊ່ວຍເຫຼືອລ້າວັກຊີນໂຄວິດ-19 ຈຳນວນ 4,3 ລ້ານກວ່າຫຼອດ,ຊ່ວຍສ້າງຫ້ອງທົດລອງກວດນິວຄລິກອີກ,ໄດ້ໃຫ້ການຊ່ວຍເຫຼືອດ້ານວັດຖຸອຸປະກອນຢ່າງຫຼວງຫຼາຍ,ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວໂດຍບໍ່ມີໃຜສາມາດເຂົ້າແທນໄດ້,ນີ້ໄດ້ສະແດງໃຫ້ເຫັນເຖິງຈິດໃຈຄູ່ຮ່ວມຊາຕາກຳລາວ-ຈີນຢ່າງມີຊີວິດຊີວາ. ວັນທີ 11 ພະຈິກນີ້, ພິທີມອບ-ຮັບໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ໃນນະຄອນຫຼວງວຽງຈັນຂອງລາວເຊິ່ງແມ່ນລັດຖະບານແລະປະຊາຊົນຈີນໃຫ້ການຊ່ວຍເຫຼືອລ້າໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ຫຼັງຈາກໂຄງການກໍ່ສ້າງໂຮງໝໍດັ່ງກ່າວສຳເລັດແລ້ວຈະເປັນການຊ່ວຍຍົກລະດັບວຽກງານສາທາລະນະສຸກຂອງລາວໂດຍສະເພາະແມ່ນນະຄອນຫຼວງວຽງຈັນໃຫ້ສູງຂຶ້ນຢ່າງແຂງແຮງຕື່ມອີກ. ໃນທ້າຍປີນີ້, ທາງລົດໄຟຈີນ-ລາວເຊິ່ງເປັນໂຄງການສັນຍາລັກມິດຕະພາບຈີນ-ລາວຈະເລີ່ມໃຫ້ບໍລິການຢ່າງເປັນທາງການເຊິ່ງຈະເຮັດໃຫ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ຂອງ ສປ ຈີນເຊື່ອມໂຍງກັບຍຸດທະສາດ “ຫັນປະເທດຈາກປະເທດທີ່ບໍ່ມີທາງອອກສູ່ທະເລມາເປັນປະເທດເຊື່ອມໂຍງເຊື່ອມຈອດຂອງ ສປປລາວ”ໄດ້ຮັບໝາກຜົນອັນໃຫຍ່ຫຼວງແລະສຳຄັນ,ຈະຊ່ວຍຊຸກຍູ້ການອອກເດີນທາງຂອງປະຊາຊົນລາວໃຫ້ມີຄວາມສະດວກສະບາຍ. ເປັນການຢືນຢັນວ່າ:ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໄດ້ສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ກັບປະຊາຊົນສອງປະເທດໄດ້ຢ່າງແທ້ຈິງ.
ຈີນແລະລາວລ້ວນແຕ່ໄດ້ຍຶດໝັ້ນການນຳພາຂອງພັກແລະເສັ້ນທາງສັງຄົມນິຍົມ, ລ້ວນແຕ່ໄດ້ຖືເອົາຄວາມປາຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມເປັນເປົ້າໝາຍສູ້ຊົນ. ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແລະການຊຸກຍູ້ການພັດທະນາການຮ່ວມມືຕາມຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ມີຄຸນນະພາບສູງໄດ້ນຳເອົາຜົນປະໂຫຍດທີ່ແທ້ຈິງມາໃຫ້ແກ່ປະຊາຊົນລາວ. ພັກປະຊາຊົນປະຕິວັດລາວໄດ້ໃຫ້ຄວາມສຳຄັນຕໍ່ການຮຽນຮູ້ແລະຖອດຖອນບົດຮຽນຈາກຜົນງານທາງດ້ານທິດສະດີແລະພຶດຕິກຳການປະດິດສ້າງໃໝ່ຂອງພັກກອມມູນິດຈີນມາໂດຍຕະຫຼອດ,ພວກເຮົາກໍ່ຫວັງຢາກສືບຕໍ່ເພີ່ມທະວີການແລກປ່ຽນຄວາມຄິດເຫັນກັບສະຫາຍຈີນຕື່ມອີກກ່ຽວກັບເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19,ເພື່ອຮຽນຮູ້ແລະຖອດຖອນບົດຮຽນຜົນສຳເລັດຢ່າງຮອບດ້ານຂອງສະຫາຍຈີນ. ຝ່າຍລາວຍິນດີຮ່ວມກັບຝ່າຍຈີນເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນດ້ານການປົກຄອງປະເທດແລະການຄຸ້ມຄອງລັດ,ລົງເລິກການຮ່ວມມືໃນຂົງເຂດຕ່າງໆຢ່າງແທ້ຈິງ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ,ພ້ອມກັນປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຄຳເຫັນ
0