覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນທິດທາງອັນ​ຈະ​ແຈ້ງ​ກ່ຽວ​ກັບຈະເຮັດແນວໃດເພື່ອສືບຕໍ່ຊຸກຍູ້ການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”?

2021-11-20 12:02:10 cri

ວັນທີ 19 ພະຈິກນີ້, ໃນເວລາເຂົ້າຮ່ວມກອງປະຊຸມສົນທະນາກ່ຽວກັບການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນວ່າ,ຈະຖືເອົາມາດຕະຖານສູງ ແບບຍືນຍົງແລະສ້າງຜົນປະໂຫຍດໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນເປັນເປົ້າໝາຍ, ລົງເລິກຄວາມໂລ່ງລ່ຽນດ້ານການຄ້າ, ເປີດກວ້າງຂະໜາດການຄ້າກັບປະເທດອ້ອມຂ້າງ,ສົ່ງເສີມການນຳເຂົ້າສິນຄ້າຄຸນນະພາບດີໃຫ້ຫຼາຍກວ່າ, ຍົກ​ສູງ​ລະ​ດັບ​ການ​ຫັນ​ເປັນ​ເສ​ລີ​ແລະ​ສະ​ດວກດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ, ຊຸກຍູ້ໃຫ້ການຄ້າພັດທະນາຢ່າງດຸນດ່ຽງແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
 

ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນທິດທາງອັນ​ຈະ​ແຈ້ງ​ກ່ຽວ​ກັບຈະເຮັດແນວໃດເພື່ອສືບຕໍ່ຊຸກຍູ້ການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”?_fororder_微信图片_20211120120036
 

ນັບແຕ່ໄດ້ສະເໜີຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”ເມື່ອປີ 2013ເປັນຕົ້ນມາ,ຈີນໄດ້ຂະຫຍາຍຂົງເຂດການເປີດປະຕູສູ່ພາຍນອກ,ໄດ້ຊຸ້ກຍູ້ການເປີດປະຕູແບບລະບຽບການເຊິ່ງໄດ້ບັນລຸເປົ້າໝາຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ​ຮ່ວມກັບປະເທດທີ່ເຂົ້າຮ່ວມການກໍ່ສ້າງ.ໃນກອງປະຊຸມໃນວັນດຽວກັນ,ທ່ານສີຈິ້ນຜິງຍັງໄດ້ກ່າວວ່າ,ຈີນຈະສືບຕໍ່ເປີດກວ້າງການຮ່ວມມືດ້ານຕະຫຼາດສາມຝ່າຍຫຼືຫຼາຍຝ່າຍ,ດຳເນີນການຮ່ວມມືກັບສາກົນໃນດ້ານຄວາມສາມາດການຜະລິດ.ລົງເລິກການ​ໄຫຼວຽນ​ຕໍ່​ກັນ​ໃນດ້ານເງິນທຶນ,ດຶງດູດອົງການພັດທະນາຫຼາຍຝ່າຍແລະສະຖາບັນການເງິນຂອງປະເທດພັດທະນາເຂົ້າຮ່ວມ,ບູລະນະ​ລະ​ບົບ​ການ​ລົງ​ທຶນ​ແລະການລະດົມທຶນຫຼາຍເຄົ້າ.ໃນຂະນະດຽວກັນກໍລົງເລິກການແລກປ່ຽນດ້ານບຸກຄະລາກອນແລະວັດທະນະທຳ,ໃຫ້ກາຍເປັນສະພາບການແລກປ່ຽນດ້ານບຸກຄະລາກອນແລະວັດທະນະທຳແບບຫຼາຍເຄົ້າ.
 

ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນທິດທາງອັນ​ຈະ​ແຈ້ງ​ກ່ຽວ​ກັບຈະເຮັດແນວໃດເພື່ອສືບຕໍ່ຊຸກຍູ້ການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”?_fororder_微信图片_20211120115948
 

ທ່ານສີຈິ້ນຜິງກ່າວວ່າ,ຈີນຈະດຳເນີນການຮ່ວມມືໃນຂົງເຂດໃໝ່ເຊັ່ນດ້ານສຸຂະພາບ ສີຂຽວ ດີຈີຕອນແລະການປະດິດສ້າງໃໝ່ເປັນຕົ້ນຢ່າງໜັກແໜ້ນ,ບົ່ມເພາະຈຸດເຕີບໂຕໃໝ່ແຫ່ງການຮ່ວມມື;ເພີ່ມທະວີການຮ່ວມມືກັບສາກົນໃນ​ການຕໍ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19,ສືບຕໍ່ໃຫ້ການຊ່ວຍເຫຼືອຕາມຄວາມສາມາດແກ່ປະເທດທີ່​ເຂົ້າຮ່ວມການກໍ່ສ້າງ;ສະໜັບສະໜູນການພັດະນາພະລັງງານສີຂຽວແລະກາກບອນຕ່ຳຂອງປະເທດພວມພັດທະນາ,ຊຸກຍູ້ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານແລະການກໍ່ສ້າງຄວາມສາມາດ​ດ້ານການພັດທະນາສີຂຽວແລະກາກບອນຕ່ຳ.ລົງເລິກການຮ່ວມມືດ້ານ​ສິ່ງແວດລ້ອມ​ນິ​ເວດແລະການຄຸ້ມຄອງດິນຟ້າອາກາດ;ລົງເລິກການຮ່ວມມືໃນຂົງເຂດດີຈີຕອນ,ພັດທະນາການຄ້າເອເລັກໂຕຼນິກເສັ້ນທາງສາຍໄໝ,ເພື່ອສ້າງສະພາບການຮ່ວມມືດ້ານດີຈີຕອນ;ເພີ່ມທະວີການຮ່ວມມືສາກົນໃນດ້ານປົກປ້ອງຊັບສິນທາງປັນຍາ,ເພື່ອສ້າງສະພາບແວດລ້ອມການພັດທະນາວິທະຍາສາດເຕັກໂນໂລຊີທີ່ເປີດປະຕູ ຍຸຕິທຳ ທ່ຽງທຳແລະບໍ່ຈຳ​ແນກ.

 

ອີງຕາມບົດລາຍງານຂອງທະນາຄານໂລກ,ຄາດວ່າ,ການຮ່ວມກັນກໍ່ສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ຈະຊ່ວຍປະຊາຊົນ 7,6 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກທີ່ສຸດ,ແລະຊ່ວຍປະຊາຊົນ 32 ລ້ານຄົນຫຼຸດພົ້ນອອກຈາກ ຄວາມທຸກຍາກປານກາງ.
 

ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນທິດທາງອັນ​ຈະ​ແຈ້ງ​ກ່ຽວ​ກັບຈະເຮັດແນວໃດເພື່ອສືບຕໍ່ຊຸກຍູ້ການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”?_fororder_微信图片_20211120115956

  ນັບມາຮອດທ້າຍເດືອນຕຸລາປີ 2021,ຈີນໄດ້ສະໜອງວັກຊິນຫຼາຍກວ່າ 1,5 ຕື້ຫຼອດໃຫ້ແກ່ປະຊາຄົມໂລກແລ້ວ.ບົນພື້ນຖານທີ່​ໄດ້ບໍລິຈາກ 100 ລ້ານໂດລາສະຫະລັດໃຫ້ແກ່ແຜນການປະຕິບັດງານວັກຊິນໃໝ່ຫຼືໂຄແວັກສ,ຈີນຍັງຈະບໍລິຈາກວັກຊິນ​ອີກ 100 ລ້ານຫຼອດໂດຍບໍ່​ເກັບຄ່າໃຫ້ແກ່ປະເທດພວມພັດທະນາ,ເພື່ອຊຸກຍູ້ການແບ່ງປັນແລະນຳໃຊ້ວັກຊິນຢ່າງຍຸຕິທຳໃນທົ່ວໂລກ,ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງສິ້ນເຊີງ​ໂດຍ​ໄວ.

ຄຳ​ເຫັນ

0