刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃນ 30 ປິທີ່​ຜ່ານ​ມາ​ແມ່ນ​ຊັບ​ສົມ​ບັດ​ຮ່ວມ​ຂອງ​ຈີນ​ແລະ​ອາ​ຊຽນ

2021-11-22 15:02:25 cri

 

ຕອນ​ເຊົ້າ​ວັນ​ທີ 22 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ ແລະ​ເປັນ​ປະ​ທານ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອ​າ​ຊຽນ ຄົບ​ຮອບ 30 ປີ. ທ່ານ​ສີ​ຈິ້ນ​ຜິງ​ກ່າວເນັ້ນ​​ວ່າ: “ມື້​ນີ້, ພວກ​ເຮົາ​ຈະປະ​ກາດ​ການ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ອາ​ຊຽນ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​​ຂີດ​ໝາຍ​ອັນ​ໃໝ່​ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ, ​ຈະ​ເພີ່ມ​ກຳ​ລັງ​ຂັບ​ເຄື່ອນ​​ອັນໃໝ່​​ໃຫ້​ກັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ເພື່ອ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.”

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ໃນ​ໄລ​ຍະ 30 ປີ​ທີ່ຈີນ​ແລະ​ອາ​ຊຽນ​ສ້າງ​​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ມາ​ນີ້ ເປັນ​ຂະ​ບວນ​ການ​ທີ່ບໍ່​ທຳ​ມະ​ດາ. 30 ປີ​ຜ່ານ​ມາ ແມ່ນ 30 ປີ​ທີ່​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໄດ້​ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ ແລະ​​ສະ​ພາບ​ການ​ສາ​ກົນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ແມ່ນ 30 ປີ​ທີ່​ຈີນ​ແລະ​ອາ​ຊຽນ​ໄດ້​ກຳ​ແໜ້ນ​ໂອ​ກາດ​ຂອງ​ຍຸກ​ສະ​ໄໝ ແລະ​ໄດ້​ບັນ​ລຸ​ການ​​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ແບບ​ກ້າວ​ກະ​ໂດດ​ຂັ້ນ. ພວກ​ເຮົາ​ໄດ້​ຜ່ານ​ພົ້ນ​ອອກ​ຈາກ​​ເງົາ​ມືດ​ຂອງ​ສົງ​ຄາມ​ເຢັນ, ຮ່ວມ​ກັນ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ພວກ​ເຮົາ​ໄດ້​ນຳ​ພາ​ໃຫ້​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເພື່ອ​ສ້າງ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ເຊິ່ງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ ກວ່າ 2 ຕື້​ຄົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນກວ່າ​ເກົ່າ. ພວກ​ເຮົາ​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ທີ່ສະ​ຫວ່າງ​ສະ​ໄຫວ​ບົນ​ຈິດ​ໃຈມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ແລະ​ການ​ຮ່ວມ​ມື​​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​ກ້າວ​ໄປ​ສູ່​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້ນກວ່າ​ເກົ່າ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ພາ​ລະ​ກິດ​ຄວາມ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ຜົນ​ງານ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃນ 30 ປີ​ມາ​ນີ້ ແມ່ນ​​ເກີດ​ຈາກ​ເງື່ອນ​ໄຂ​ທີ່ເປັນ​ເອ​ກະ​ລັກ​ພິ​ເສດ ຄື: ມີທີ່​ຕັ້ງ​ທາງ​ພູມ​ສາດ​ທີ່​ໃກ້​ກັນ ແລະ​ມີ​ວັດ​ທະ​ນະ​ທຳ​ທີ່​ຄ້າຍ​ຄື​ກັນ, ຍິ່ງບໍ່​ສາ​ມາດ​ປາ​ສະ​ຈາກ​ໄດ້​​ວ່າ: ພວກ​ເຮົາ​ໄດ້​ເດີນໄປ​ຕາມ​ກະ​ແສ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ​ຢ່າງ​ຕັ້ງ​ໜ້າ ແລະ​ມີ​ການ​ຕົກ​ລົງ​ທາງ​ປະ​ຫວັດ​ສາດ​ທີ່​ຖືກ​ຕ້ອງ ນັ້ນ​ກໍ​ຄື: ໜຶ່ງ, ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຍຶດ​ໝັ້ນ​ໃນຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ; ສອງ, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ; ສາມ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ທີ່​ເປັນ​ມິດ​ຕໍ່ກັນ, ຈິງໃຈຕໍ່ກັນ, ສ້າງຜົນປະໂຫຍດໃຫ້ແກ່ກັນ ແລະ ​ກວມ​ລວມ; ສີ່, ​ມີ​ສ່ວນ​ຮ່ວມແລະ​ຖອດ​​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ກັນ​ສ້າງ​ລັດ​ທິ​ພາກ​ພື້ນ​ທີ່​ເປີດ​ປະ​ຕູ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃນ 30 ​ປີທີ່​ຜ່ານ​ມາ​ແມ່ນ​ຊັບ​ສົມ​ບັດ​ຮ່ວມ​ຂອງ​ຈີນ​ແລະ​ອາ​ຊຽນ, ໄດ້​ເປັນ​ພື້ນ​ຖານ​ແລະຫຼັກ​ການ​ໃຫ້​ແກ່​ສອງ​ຝ່າຍ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​​ຮ່ວມຍຸດ​ທະ​ສາດ​ຮອບ​ດ້ານ. ພວກ​ເຮົາ​ຄວນ​ຖະ​ໜຸ​ຖະ​ໜອມ, ຍຶດ​ໝັ້ນ​ຢ່າງ​ຖາ​ວອນ ແລະ​ພັດ​ທະ​ນາ​ໃຫ້​​ມີ​ຄວາມ​ອຸ​ດົມ​ສົມ​ບູນຫຼາຍ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ​​ຄັ້ງໃໝ່.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: “ເສັ້ນ​ທາງ​ພິ​ສູດ​ມ້າ, ການເວ​ລາ​ພິ​ສູດ​ຄົນ.” ໃນ​ອະ​ດີດ, ປະ​ຈຸ​ບັນ​ນີ້ ແລະ ອະ​ນາ​ຄົດ ຈີນ​ຈະ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ເພື່ອນ​ມິດ​ທີ່​ດີ ແລະ ໝູ່​ຄູ່​ທີ່​ດີ​ຂອງ​ອາ​ຊຽນ​ຕະຫຼອດ​ໄປ. ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ການ​ຖື​​ເອົາອາ​ຊຽນ​ເປັນ​ບຸ​ລິ​ມະ​ສິດ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ກັບ​ປະ​ເທດ​ໃກ້​ຄຽງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສະ​ໜັບ​ສະ​ໜູນ​ຄວາມ​ສາ​ມັກ​ຄີ​ຂອງ​ອາ​ຊ​ຽນ ແລະ ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສະ​ໜັບ​ສະ​ໜູນ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນ​ໃນ​ໂຄງ​ປະ​ກອບ​ພາກ​ພື້ນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນໃຫຍ່ຫຼວງກວ່າ​ເກົ່າ​ໃນ​ວຽກ​ງານ​ພາກ​ພື້ນ ແລະ ສາ​ກົນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ການ​ພັດ​ທະ​ນາ​ຂອງ​ຈີນ​ຈະ​ນຳ​ເອົາ​ໂອ​ກາດຫຼາຍ ກວ່າ​ເກົ່າ, ເພີ່ມ​ແຮງ​ຂັບ​ເຄື່ອນ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ​ໃຫ້​ພາກ​ພື້ນ ແລະ ທົ່ວ​ໂລກ. ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ​ກຳ​ແໜ້ນ​ທ່າ​ອ່ຽງ​ລວມ, ລຶບ​ລ້າງ​ອຸ​ປະ​ສັກ, ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ, ແລ​ະ​ຮ່ວມ​ກັນ​ສ້າ​ງ​ຄວາມ​ສິ​ວິ​ໄລ, ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ພົວ​ພັນ​ປະ​ຊາ​ຄົມ​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຢ່າງ​ແທ້​ຈິງ, ຢ່ວງ​ບາດ​ກ້າວ​ອັນ​ໃໝ່​ໄປ​ສູ່​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ຮ່ວມ​ກັນ​ສ້າງ​ບ້ານ​ເມືອງ​​ແຫ່ງ​ສັນ​ຕິ​ພາບ ສະ​ຫງົບ ສິ​ວິ​ໄລ ສວຍ​ງາມ ແລະ ​ມີໄມ​ຕີ​ຈິດ​ມິດ​ຕະ​ພາບ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ສັນ​ຕິ​ພາບ​ແມ່ນ​ຜົນ​ປະ​ໂຫຍດ​ຮ່ວມ​ໃຫຍ່​ທີ່​ສຸດ​ຂອງ​ພວກ​ເຮົາ, ກໍ​ແມ່ນ​ຄວາມ​ມຸ່ງ​ຫວັງ​​ໃຫຍ່​ທີ່​ສຸດຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ. ພວກ​ເຮົາ​ຕ້ອງ​ເປັນ​ຜູ້​ສ້າງ​ສາ ແລະ ຜູ້​ປົກ​ປັ​ກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ, ຍຶດ​ໝັ້ນ​ການ​ສົນ​ທະ​ນາ​ກັນ ແຕ່​ບໍ່​ເປັນ​ປໍ​ລະ​ປັກ​ກັນ, ເປັນ​ຄູ່​ຮ່ວມ​ມື ແຕ່​ບໍ່​ຮ່ວມ​ກຸ່ມ, ຮ່ວມ​ກັນ​ຮັບ​ມື​ກັບ​ປັດ​ໄຈ​​ດ້ານ​ລົບຊະ​ນິດ​ຕ່າງໆ​ທີ່​ເປັນ​ໄພ​ຂົ່ມ​ຂູ່ ແລະ ທຳ​ລາຍ​ສັນ​ຕິ​ພາບ. ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ຍຶດ​ໝັ້ນ​ໃນ​ຫຼັກ​ການ​ທີ່​ຄົນ​ທັງຫຼາຍ​ປຶກ​ສາ​ຫາ​ລື​ກັນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ສາ​ກົນ ແລະ ພາກ​ພື້ນ. ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ເຈົ້າ​ອຳ​ນາດ ແລະ ການ​ເມືອງ​ມະ​ຫາ​ອຳ​ນາດ, ​ຈີນຍິນ​ດີ​ເປັນ​ມິດ​ກັບ​ປະ​ເທດ​ໃກ້​ຄຽງ​ເປັນ​ໄລ​ຍະ​ຍາວ​ນານ, ຮ່ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​​ອັນຖາ​ວອນ​ຂອງ​ພາກ​ພື້ນ, ​ເດັດ​ຂາດຈະ​ບໍ່​ສະ​ແຫວງ​ຫາ​ການ​ເປັນ​ເຈົ້າ​ອຳ​ນາດ, ​ແຮ່ງ​ຈະ​ບໍ່​ຂົ່ມ​ເຫັງ​ປະ​ເທດ​ນ້ອຍ​ຢ່າງ​ເດັດ​ຂາດ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ຄົນ​ບູ​ຮານ​ຈີນ​ເວົ້າ​ວ່າ “ການ​ວາງ​ແຜນ​ທີ່​ຖືກ​ຕ້ອງ​ກັບ​ຄ​ວາມ​ເປັນ​ທຳ​ຈະ​ສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້ຢ່າງ​ແນ່ນອນ, ການ​ດຳ​ເນີນ​ງານ​ຢ່າງ​ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ຈະ​ສາ​ມາດ​ສຳ​ເລັດ​ຜົນ​ໄດ້​ຢ່າງ​ແນ່ນອນ.” ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຈື່​ຈຳ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ທີ່​​ຢາກ​ມີ​ຊີ​ວິດ​ອັນ​ດີ​ງາມ​ໄວ້​​ໃນ​ໃຈສະ​ເໝີ, ແບກ​ຫາບ​ພາ​ລະ​ກຳ​ຂອງ​ຍຸກ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ, ຮ່ວມ​ກັນ​ກ້າວ​ເດີນ​ໄປ​ໜ້າ, ບຸກ​ບືນ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ຮ່ວ​ມ​ກັນ​ສ້າງ​ພາກ​ພື້ນ ແລະ ໂລກ​ທີ່​ມີ​ຄວາມ​ສິ​ວິ​ໄລ​ແລະ ດີ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0