蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ລາຍ​ງານ​ພິ​ເສດຂອງ ສ​ປ​ຊ​ກ່ຽວ​ກັບ​ບັນ​ຫາ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ໄດ້​ທວງໃຫ້​ອາ​ເມ​ຣິ​ກາ​ແກ້​ໄຂ​​ຄວາມ​ບົກ​ຜ່ອງ​ດ້ານ​ສິດ​ທິ​ມະ​ນຸດ

2021-11-23 11:23:45 CRI

ວັນ​ທີ 22 ພະ​ຈິກ​ນີ້, ທ່ານເຟີນານ ເດີ ວາ​ເຣນ​ ຜູ້​ລາຍ​ງານ​ພິ​ເສດ​ຂອງ ສ​ປ​ຊ ​ກ່ຽວ​ກັບ​ບັນ​ຫາ​ຊົນ​ເຜົ່າສ່ວນ​ໜ້ອຍ ໄດ້​ທວງ​ໃຫ້​ອາ​ເມ​ຣິ​ກາ​ປະ​ຕິ​ຮູບ​ວຽກ​ງານ​ນິ​ຕິ​ກຳ​ຢ່າງ​ເຖິງ​ຖອງ ເພື່ອ​ແກ້​ໄຂ​ຄວາມ​ບົກ​ຜ່ອງ​ດ້ານ​ສິດ​ທິ​ມະ​ນຸດ ພາຍຫຼັງ​ທ່ານ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ເປັນ​ເວ​ລາ 14 ວັນ.

ທ່ານ​ເຟີນານ ເດີ ວາ​ເຣນ​ກ່າວ​ວ່າ: ໃນ​ບັນ​ຫາ​ສິດ​ທິ​ມະ​ນຸດ ແລະ ບັນ​ຫາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ອາ​ເມ​ຣິ​ກາ​ໄດ້​ສະ​ໜັບ​ສະ​ໜູນ​ລະ​ບອບ​ຂ້າ​ທາດ ໄດ້​ພາ​ໃຫ້​ເກີດ​​ມີເສິກ​ກາງ​ເມືອງທີ່​ທາ​ລຸນ​ທີ່​ສຸດ​ໃນ​ໂລກ, ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ໄດ້​ແກ່​ຍາວ​ມາ​ເຖິງ​ທ້າຍ​ສັດ​ຕະ​ວັດ​ທີ 20, ປະ​ຊາ​ຊົນ​ພື້ນ​ເມືອງ​ດັ້ງ​ເດີມ​ຖືກ​ກົດ​ຂີ່​ຂູດ​ຮີດ, ປະ​ສົບ​ກັບ​ຄວາມ​ທໍ​ລະ​ມານ ຈົນ​ເຖິງ​​ຂັ້ນ​ຖືກ​ດັບ​ສູນ​ເຊື້ອ​ຊາດ​ມາ​ເປັນ​ເວ​ລາຫຼາຍ​ສັດ​ຕະ​ວັດ​ແລ້ວ. ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ຄວາມ​ບົກ​ຜ່ອງ​ດ້ານ​ສິດ​ທິ​ມະ​ນຸດ ແລະ ຄຳ​ເວົ້າ​ທີ່​​ສ້າງ​ຄວາມຄຽດ​ຊັງ​ທາງ​ສື່​ສັງ​ຄົມອອນ​ລາຍ​ຢູ່ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ໂດຍ​ສະ​ເພາະ​ແມ່ນ​​ຊົນ​ເຜົ່າ​ສ່ວ​ນ​ໜ້ອຍ ແລະ ປະ​ຊາ​ຊົນ​ພື້ນ​ເມືອງ​ບໍ່​ໄດ້​ຮັບ​ຄວາມ​ສະ​ເໝີ​ພາບ ເຊິ່ງ​ໄດ້​ສ້າງ​ບັນ​ຫາ​ດ້ານ​ຄວາມ​ຄິດ​ທີ່​ບໍ່​ປອດ​ໃສ​ໃນ​ສັງ​ຄົມ, ບັນ​ຫາ​ເຫຼົ່າ​ນີ້​ໄດ້​ຄົງ​ຕົວ​ຢູ່ຫຼາຍ​ທ້ອງ​ຖິ່ນ​ໃນ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0