蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ຄຳ​ເຊື້ອ​ເຊີນ

2021-11-24 13:35:11 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ດິ​ມີ​ຕ​ຣີ ເປ​ສ​ໂກ​ຟ ​ໂຄ​ສົກປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ: ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​​ຈາກ​ທ່ານ​ປະ​ທານ​ສີ​ຈິ້​ນ​ຜິງ ​ເພື່ອເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ພາຍຫຼັງ​ສອງ​ຝ່າຍ​ຣັດ​ເຊຍ​ແລະ​ຈີນ​ໄດ້​ປຶກ​ສາ​ຫາ​ລື​ລາຍ​ລະ​ອຽດ​ທຸກ​ຢ່າງ​ແລ້ວ, ຈະ​ຮ່ວມ​ກັນ​ຖະ​ແຫຼງ​ຂ່າວ​ຕໍ່​ພາຍນອກ.

ກ່ຽວ​ກັບ​ເລື່ອງ​ນີ້, ໃນ​ກອງ​ປະ​ຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 23 ພະ​ຈິກ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ​ໃນຫຼາຍ​ປີ​ມາ​ນີ້, ການ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ເພື່ອ​ຈັດ​ກິດ​ຈະ​ກຳ​ຂະ​ໜາດ​​ໃຫຍ່​ໃຫ້ສຳ​ເລັດ​ຜົນ​ແມ່ນ​ມູນ​ເຊື້ອ​ທີ່​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ແລະ​ຣັດ​ເຊຍ​. ປີ 2014, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຊອກ​ຊີ​ທີ່​ປະ​ເທດ​ຣັດ​ເຊຍ​ຕາມ​ຄຳ​ເຊື້​ອ​ເຊີນ, ເທື່ອ​ນີ້, ກໍ​ແມ່ນ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເຊື້ອ​ເຊີນ​ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ ​ເພື່ອນ​ມິດ​ທີ່​ດີມາ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ​ໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ​ດ້ວຍ​ຄວາມ​ຍິນ​ດີ. ສອງ​ຝ່າຍ​ພວມ​ຮັແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ຢ່າງ​ໃກ້​ຊິດກ່ຽວ​ກັບ​ລາຍ​ລະ​ອຽດ​ທີ່​ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ​​ຈະ​ເດີນ​ທາງມາ​ຢ້ຽມ​ຢາມ​ປະ​ເທດຈີນ.

ຄຳ​ເຫັນ

0