ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນພະຫັດໃນອາທິດທີສ 4 ຂອງເດືອນພະຈິກໃນແຕ່ລະປີແມ່ນບຸນຂອບໃຈພະເຈົ້າເຊິ່ງເປັນບຸນປະເພນີຂອງອາເມຣິກາ. ແຕ່ວ່າສຳລັບຊົນເຜົ່າພື້ນເມືອງອິນເດຍແດງແລ້ວພັດແມ່ນວັນເສົ້າສະຫຼົດໃຈທີ່ສຸດ.
ຕາມຫາງສຽງຕົ້ນຕໍຂອງອາເມຣິກາ, ບຸນຂອບໃຈພະເຈົ້າແມ່ນກຳເນີດເກີດຈາກວັນທີ່ພວກລ່າເມືອງຂຶ້ນໃນໄລຍະເບື້ອງຕົ້ນໄດ້ຢູ່ຮ່ວມກັນກັບຊາວອິນເດຍແດງຢ່າງກົມກຽວແລະຮ່ວມກັນສະເຫຼີມສະຫຼອງວັນເກັບກ່ຽວ. ທີ່ຈິງແລ້ວ, ພວກລ່າເມືອງຂຶ້ນທີ່ຫາກໍ່ເດີນທາງໄປຮອດດິນແດນອາເມຣິກາສາມາດຜ່ານລະດູໜາວແລະຢູ່ລອດໄດ້ທັງສາມາດຕັ້ງຫຼັກບັກຖານຢູ່ໄດ້ໂດຍອາໄສການຊ່ວຍເຫຼືອຈາກຊົນເຜົ່າພື້ນເມືອງ. ແຕ່ເປັນໜ້າເສົ້າສະຫຼົດໃຈ, ຈາກນັ້ນບໍ່ດົນ, ພວກລ່າເມືອງຂຶ້ນກໍເລີ່ມຂັບໄລ່ແລະສັງຫານໝູ່ຊົນເຜົ່າພື້ນເມືອງ, ວັນບຸນທີ່ເອີ້ນວ່າ “ບຸນຂອບໃຈພະເຈົ້າ” ນັ້ນ, ຈຶ່ງແມ່ນປະຫວັດສາດທີ່ເຕັມໄປດ້ວຍເລືອດເນື້ອແລະນ້ຳຕາຂອງຊົນເຜົ່າພື້ນເມືອງທີ່ຍືດເຍື້ອມາເປັນເວລາຫຼາຍສັດຕະວັດ.
ໃນໄລຍະ 400 ປີຜ່ານມາ, ລັດຖະບານອາເມຣິກາໄດ້ປະຕິບັດນະໂຍບາຍການດັບສູນເຊື້ອຊາດຊົນເຜົ່າພື້ນເມືອງທີ່ທຸກຍາກແລະຫຼ້າຫຼັງລວມທັງຊາວອິນເດຍແດງ, ລັດຖະບານອາເມຣິກາໄດ້ປະຖິ້ມພັນທະແລະຄວາມຮັບຜິດຊອບອັນໜັກໜ່ວງຂອງຕົນ, ທັງໄດ້ນຳເອົາດິນແດນທີ່ກວ້າງໃຫຍ່ໄພສານຫຼາຍລ້ານກິໂລຕາແມັດແລະຊັບພະຍາກອນທຳມະຊາດທີ່ອຸດົມສົມບູນຈົນນັບບໍ່ຖ້ວນຂອງຊົນເຜົ່າພື້ນເມືອງມາໃຊ້ປະໂຫຍດປາສະຈາກການຊົດເຊີຍ, ເຮັດໃຫ້ອາເມຣິກາສາມາດພັດທະນາເສດຖະກິດໂດຍບໍ່ມີພັນທະກ່ຽວຂ້ອງຫຍັງເລີຍ.
ສ່ວນໂຮງຮຽນກິນນອນສຳລັບເດັກນ້ອຍຊາວອິນເດຍແດງທີ່ລັດຖະບານອາເມຣິກາອະນຸມັດໃຫ້ສ້າງຕັ້ງຂຶ້ນນັ້ນ, ໄດ້ໃຫ້ເດັກນ້ອຍອິນເດຍແດງຕ້ອງປະຖິ້ມເຄື່ອງນຸ່ງແລະຊົງຜົມທີ່ເປັນເອກະລັດພິເສດຂອງຊົນເຜົ່າຕົນ, ແລະຫ້າມເວົ້າພາສາແມ່ຂອງຕົນ, ນອກນັ້ນຍັງຕ້ອງໃຊ້ຊື່ເປັນພາສາອັງກິດ. ໂດຍຜ່ານການເຊື່ອມສານວັດທະນະທຳແບບອາເມຣິກາໃຫ້ກັບເດັກນ້ອຍອິນເດຍແດງແບບບັງຄັບ, ລັດຖະບານອາເມຣິກາໄດ້ມີເຈຕະນາດັບສູນເຊື້ອຊາດເຜົ່າດິນເດຍແດງຈາກດ້ານວັດທະນະທຳ.
ນັກປະຫວັດສາດອາເມຣິກາປະເມີນວ່າ, ໃນເມືອກ່ອນ, ຊົນເຜົ່າພື້ນເມືອງທີ່ອາໄສຢູ່ແຜ່ນດິນໃຫຍ່ອາເມຣິກາເໜືອເຄີຍມີປະມານ 10 ລ້ານຄົນ, ແຕ່ມາຮອດທ້າຍສະຕະວັດທີ 19, ຊົນເຜົ່າພື້ນເມືອງທີ່ອາໄສຢູ່ອາເມຣິກາເຫຼືອບໍ່ຮອດ 2 ແສນ 5 ໝື່ນຄົນ. ວັດທະນະທຳດັ້ງເດີມຢູ່ທະວີບອາເມຣິກາເໜືອທີ່ທີ່ພວມເບັ່ງບານກໍຖືກທຳລາຍ, ຊາວອິນເດຍແດງໃນຖານະເປັນໜຶ່ງໃນເຊື້ອຊາດໃຫຍ່ຂອງໂລກ, ຖືກດັບສູນທັງເຊື້ອຊາດໂດຍພື້ນຖານ.
ນັບມາຮອດປີ 1924, ອາເມຣິກາຈຶ່ງໄດ້ປະກາດ “ກົດໝາຍວ່າດ້ວຍພົນລະເມືອງຊາວອິນເດຍແດງ”, ຮັບຮອງສິດເຜົ່າອິນເດຍແດງເປັນພົນລະເມືອງອາເມຣິກາ. ຊາວອິນເດຍແດງທີ່ມີປະຊາກອນຫຼຸດລົງຢ່າງຫຼວງຫຼາຍໄດ້ຮ່ວມກັນອາໄສຢູ່ເຂດສະຫງວນທີ່ລັດຖະບານອາເມຣິກາຈັດສັນໃຫ້, ເຂດສະຫງວນເຫຼົ່ານີ້ສ່ວນຫຼາຍຕັ້ງຢູ່ພາກກາງແລະພາກຕາເວັນຕົກຂອງອາເມຣິກາເຊິ່ງເປັນເຂດດິນປູກຝັງຈືດຈາງ, ຫຼາຍແຫ່ງຈົນບໍ່ສາມາດຮັບປະກັນພື້ນຖານໂຄ່ງລ່າງແລະເຄື່ອງອຸປະກອນໃຊ້ສຳລັບການດຳລົງຊີວິດຂັ້ນພື້ນຖານເຊັ່ນ: ນ້ຳປະປາ, ໄຟຟ້າ, ອາຫານແລະອື່ນໆ.
ປີ 1863, ທ່ານອາບຣາຮາມ ລີງຄອນ ປະທານາທິບໍດີອາເມຣິກາໃນເວລານັ້ນໄດ້ປະກາດວ່າ: ບຸນຂອບໃຈພະເຈົ້າເປັນວັນບຸນທົ່ວປະເທດ, ແຕ່ໃນຖະແຫຼງການຂອງທ່ານບໍ່ໄດ້ເວົ້າເຖິງຊົນເຜົ່າພື້ນເມືອງຈັກປະໂຫຍກເລີຍ, ພຽງແຕ່ໄດ້ຮຽກຮ້ອງໃຫ້ປະຊາຊົນອາເມຣິກາສາມັກຄີກັນຜ່ານຜ່າສົງຄາມກາງເມືອງ, ສຳລັບຊົນເຜົ່າພື້ນເມືອງອາເມຣິກາແລ້ວ, ການກຳນົດວັນບຸນດັ່ງກ່າວເປັນການເຍາະເຍີ້ຍຊົນເຜົ່າພື້ນເມືອງທີ່ສຸດ. ປີ 1970, ທ່ານຟຣັນກ໌ ເຈມສ໌ ນັກເຄື່ອນໄຫວຊົນເຜົ່າພື້ນເມືອງໄດ້ລິເລີ່ມຖືເອົາວັນບຸນຂອບໃຈພະເຈົ້າເປັນວັນໄວ້ອາໄລ, ການເຄື່ອນໄຫວລະນຶກດັ່ງກ່າວໄດ້ສືບທອບມາຈົນຮອດປັດຈຸບັນນີ້.
ປັດຈຸບັນ, ໃນທຸກໆປີໃນວັນບຸນຂອບໃຈພະເຈົ້າ, ປະທານາທິບໍດີອາເມຣິກາຈະຈັດພິທີ “ປ່ອຍໄກ່ງວງ”. ແຕ່ວ່າ, ໃນສະໄໝລ່າເມືອງຂຶ້ນ, ໃຜຈະສາມາດປ່ອຍໃຫ້ຊາວອິນເດຍແດງມີຊີວິດໂດຍປາສະຈາກການຖືກສັງຫານ?
ຄຳເຫັນ
0