ເຊື້ອພະຍາດໂຄວິດ-19 ໄດ້ເກີດມີເຊື້ອພະຍາດກາຍພັນ “ໂອມິຄຣອນ” B.1.1.529 ຊະນິດໃໝ່ອີກ. ມາຮອດຕອນຄ່ຳວັນທີ 28 ພະຈິກນີ້, ອາຟຣິກາໃຕ້,ອິສຣາແອນ,ແບນຊິກ,ອີຕາລີ,ອັງກິດ,ໂອຕຼິສແລະເຂດພິເສດຮົງກົງຈີນເປັນຕົ້ນໄດ້ພົບຜູ້ຕິດເຊື້ອພະຍາດກາຍພັນດັ່ງກ່າວຢູ່ປະເທດຕົນແລ້ວ,ມີຫຼາຍກວ່າ 20 ປະເທດໄດ້ໃຊ້ມາດຕະການຈຳກັດການເຂົ້າປະເທດຕົນຫຼືໂຈະຖ້ຽວບິນທີ່ເດີນທາງມາຈາກພາໃຕ້ອາຟຣິກາ.
ຄຳສັ່ງເກືອດຫ້າມການໂດຍສານຂອງຫຼາຍປະເທດໄດ້ເຮັດໃຫ້ອາຟຣິກາໃຕ້ມີຄວາມບໍ່ພໍໃຈ, ທ່ານ ຊີເດໂຊ ມຸຕີ ຫົວໜ້າອົງການອະນາໄມໂລກປະຈຳພາກພື້ນອາຟຣິກາໄດ້ຕຳໜິຄຳສັ່ງດັ່ງກ່າວວ່າ: ຄຳສັ່ງດັ່ງກ່າວໄດ້ທຳລາຍຄວາມສາມັກຄີຂອງໂລກ. ທ່ານຍັງກ່າວຕື່ມວ່າ: ບັນດາປະເທດໃນໂລກມີແຕ່ພະຍາຍາມຮ່ວມກັນເພື່ອສະແຫວງຫາແຜນການແກ້ໄຂຈຶ່ງຈະສາມາດເອົາຊະນະພະຍາດໂຄວິດ-19ໄດ້.
ດ້ວຍເຫດນີ້,ໂດຍຜະເຊີນໜ້າກັບເຊື້ອພະຍາດກາຍພັນ“ໂອມິຄຣອນ”B.1.1.529 ທີ່ແຜ່ລະບາດຢ່າງຮ້າຍແຮງ, ບັນດາປະເທດຄວນຈະໃຊ້ມາດຕະການປ້ອງກັນແລະຄວບຄຸມແນວໃດ,ຈຶ່ງຈະສາມາດສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໄດ້?ຄິດວ່າ,ວິທີການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດທີ່ຈີນນຳໃຊ້ໃນໄລຍະຜ່ານມາຈະເປັນແຮງບັນດານໃຈໃຫ້ກັບປະເທດທັງຫຼາຍ.
ຫວ່າງມໍ່ໆມານີ້, ທ່ານ ອູຈຸ່ນໂຢວ ຫົວໜ້າຜູ້ຊ່ຽວຊານດ້ານລະບາດວິທະຍາຂອງສູນປ້ອງກັນແລະຄວບຄຸມພະຍາດແຫ່ງຊາດຈີນໄດ້ກ່າວໃນເວລາເຂົ້າຮ່ວມ “ກອງປະຊຸມສົກງົບປະມານປີ 2022”ຢູ່ນະຄອນຫຼວງປັກກິ່ງວ່າ: ຈີນໄດ້ໃຊ້ມາດຕະການຈຳກັດການເຂົ້າປະເທດ,ກັກບໍລິເວນແລະປິ່ນປົວໃຫ້ຫາຍຂາດໝົດທຸກກໍລະນີ,ເຊິ່ງສາມາດປ້ອງກັນບໍ່ໃຫ້ຢ່າງໜ້ອຍ 9,5 ແສນຄົນເສຍຊີວິດ. ທ່ານ ອູຈຸ່ນໂຢວ ຊີ້ໃຫ້ເຫັນວ່າ: ນະໂຍບາຍກັກບໍລິເວນແລະປິ່ນປົວໃຫ້ຫາຍຂາດທຸກກໍລະນີແມ່ນວິທີທີ່ດີທີ່ສຸດຂອງຈີນໃນການຄວບຄຸມພະຍາດໂຄວິດ-19. ຢູ່ໃນດິນແດນປະເທດຈີນສ່ວນໃຫຍ່ບໍ່ມີຜູ້ເປັນພະຍາດໂຄວິດ-19, ແຫຼ່ງກຳເນີດພະຍາດໂຄວິດ-19 ຖ້າບໍ່ແມ່ນຜູ້ຄົນເດີນທາງຈາກຕ່າງປະເທດກໍ່ຈະແມ່ນສິນຄ້າຈາກຕ່າງປະເທດນຳເຂົ້າມາ,ສະນັ້ນການກັກບໍລິເວນຫຼັງເຂົ້າເມືອງແມ່ນວິທີທີ່ງ່າຍແລະມີປະສິດທິຜົນທີ່ສຸດໃນການປ້ອງກັນບໍ່ໃຫ້ຕິດເຊື້ອພະຍາດໂຄວິດ-19 ຈາກຄົນທີ່ເດີນທາງເຂົ້າເມືອງແລະປິ່ນປົວໃຫ້ຫາຍຂາດທຸກກໍລະນີ. ຖ້າເກີດມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19ແລ້ວ, ແຫ່ງຕ່າງໆຂອງຈີນກໍຈະດຳເນີນການກວດຫາເຊື້ອນິວຄຼີອິກທົ່ວປວງຊົນຢ່າງທັນເວລາ,ສົ່ງຜູ້ເປັນພະຍາດໄປປິ່ນປົວຢູ່ໂຮງໝໍທີ່ກຳນົດ,ແລະສົ່ງກຸ່ມຄົນທີ່ມີການສຳຜັດກັບຜູ້ເປັນພະຍາດໄປສະຖານທີ່ກັກບໍລິເວນທີ່ກຳນົດໄວ້,ນີ້ກໍ່ແມ່ນວິທີການທີ່ມີປະສິດທິຜົນໃນການຕັດວົງຈອນການແຜ່ລະບາດຂອງພະຍາດຢູ່ເຂດຊຸມຊົນ.
ທ່ານ ອູຈຸ່ນໂຢວ ຍັງໄດ້ຊີ້ແຈງປະສິດທິຜົນທີ່ຈີນໄດ້ຮັບໃນການກັກບໍລິເວນແລະປິ່ນປົວຜູ້ເປັນພະຍາດໂຄວິດ-19 ໃຫ້ຫາຍຂາດທຸກກໍລະນີ. ທ່ານກ່າວວ່າ: ຖ້າບໍ່ໄດ້ໃຊ້ມາດຕະການດັ່ງກ່າວ,ເມື່ອປຽບທຽບກັບອັດຕາການເປັນພະຍາດຂອງຈີນກັບລະດັບສະເລ່ຍຂອງໂລກແລ້ວ, ຈີນໄດ້ປ້ອງກັນບໍ່ໃຫ້ປະຊາຊົນປະມານ 47,84 ລ້ານຄົນຕິດພະຍາດ,ໄດ້ປ້ອງກັນບໍ່ໃຫ້ 9,5 ແສນຄົນເສຍຊີວິດ. ຫວ່າງມໍ່ໆມານີ້, ເວັບໄຊທາງການຂອງສູນປ້ອງກັນແລະຄວບຄຸມພະຍາດແຫ່ງຊາດຈີນໄດ້ເປີດເຜີຍບົດສະຫຼຸບປະຈຳສັບປະດາພາຍໃຕ້ຫົວຂໍ້ “ຢູ່ຮ່ວມກັນກັບໂຄວິດ-19: ການປະເມີນແລະການຈ້ອງເບິ່ງ”ໂດຍຄາດຄະເນວ່າ: ຖ້າຈີນໃຊ້ມາດຕະການປ້ອງກັນພະຍາດໂຄວິດ-19 ແບບອາເມຣິກາ,ອັງກິດ, ອິສຣາແອນ,ແອັສປາຍ,ຝຣັ່ງແລະປະເທດຕາເວັນຕົກອື່ນໆ, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ຢູ່ຈີນອາດຈະມີເຖິງຫຼາຍແສນກໍລະນີ, ໃນນັ້ນ, ມີປະມານ 10 ພັນກໍລະນີຈະເກີດມີອາການໜັກໜ່ວງ. ອາດເວົ້າໄດ້ວ່າ: ປັດຈຸບັນ, ຈີນໄດ້ໃຊ້ມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນຫຼາຍທີ່ສຸດ.
ແນວໃດກໍຕາມ, ມວນມະນຸດລ້ວນແຕ່ຕ້ອງຜະເຊີນໜ້າກັບການປ້ອງກັນແລະຄວບຄຸມພະຍາດໂຄວິດ-19,ບໍ່ມີໃຜຈະສາມາດຫຼີກລ່ຽງໄດ້. ສະນັ້ນ, ບັນດາປະເທດໃນໂລກຄວນເຮັດແນວໃດຈຶ່ງຈະສາມາດເອົາຊະນະໃນການຕໍ່ສູ້ກັບພະຍາດບັ້ນນີ້ໄດ້? ອີງຕາມບົດຮຽນສຳເລັດຜົນຂອງຈີນໃນເມື່ອກ່ອນ,ຄວນປະສານສົມທົບຄວາມຮູ້ທາງດ້ານວິທະຍາສາດ,ສະຕິປັນຍາທາງການເມືອງແລະການສະໜັບສະໜູນຈາກປະຊາຊົນ,ພວກເຮົາຄົງຈະສາມາດຊອກໄດ້ມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ທີ່ດີທີ່ສຸດທີ່ສ້າງຄວາມດຸນດ່ຽງໃຫ້ແກ່ການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະການພັດທະນາເສດຖະກິດສັງຄົມໄດ້ເປັນຢ່າງດີ.
ຄຳເຫັນ
0