黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລື່ອງ​ລາວຂອງ​ສະ​ໜາມ​ກິ​ລາ​ນະ​ຄອນ​ຫຼວງທີ່​ມີ​ປະ​ຫວັດ​ສາດ 53 ປີ, ​ການສ້າງ “​ລານນ້ຳ​ກ້ອນ​ທີ່​ສວຍ​ງາມ​ທີ່​ສຸດ​” ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2021-12-01 14:50:07 cri

ເລື່ອງ​ລາວຂອງ​ສະ​ໜາມ​ກິ​ລາ​ນະ​ຄອນ​ຫຼວງທີ່​ມີ​ປະ​ຫວັດ​ສາດ 53 ປີ, ​ການສ້າງ “​ລານນ້ຳ​ກ້ອນ​ທີ່​ສວຍ​ງາມ​ທີ່​ສຸດ​” ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ_fororder_001

ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ມີ​ສິ່ງ​ກໍ່​ສ້າງ​ຫຼັງ​ໜຶ່ງ​ທີ່​ສ້າງ​ຂຶ້ນ​ໃນ​ປີ 1968 ຄື: ສະ​ໜາມ​ກິ​ລານະ​ຄອນ​ຫຼວງ. ສະ​ຖານ​ທີ່​ແຫ່ງ​ນີ້​ເຄີຍ​ເປັນ​ສັກ​ຂີ​ພິ​ຍານ​​ປະ​ຫວັດ​ສາດໃຫ້​ກັບ “ສາຍ​ພົວ​ພັນ​ທາງ​ການ​ທູດ​ປິ່ງ​ປ໋ອງ” ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ, ແລະ​ໄດ້​ຈັດ​ການ​ແຂ່ງ​ຂັນ​ບານ​ສົ່ງ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ປັກ​ກິ່ງ​ໃນປີ 2008. ​ໃນ​ອະ​ນາ​ຄົດ​ຕໍ່​ໜ໊າ​ນີ້​ອີກ​ສອງ​ເດືອນ, ການ​ແຂ່ງ​ຂັນ​​ສະ​ເກັດ​ຄວາມ​ໄວ​ໄລ​ຍະ​ສັ້ນ​ແລະ​ການ​ແຂ່ງ​ຂັນ​ສະ​ເກັດ​ນ້ຳ​ລີ​ລາຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກໍ​ຈະ​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ນີ້, ​ໂດຍນັກ​ກິ​ລາ​ທັງ​ຫຼາຍ​ຈະ​ຊີງ​ຫຼຽນ​ຄຳ 14 ຫຼຽນ.

ເລື່ອງ​ລາວຂອງ​ສະ​ໜາມ​ກິ​ລາ​ນະ​ຄອນ​ຫຼວງທີ່​ມີ​ປະ​ຫວັດ​ສາດ 53 ປີ, ​ການສ້າງ “​ລານນ້ຳ​ກ້ອນ​ທີ່​ສວຍ​ງາມ​ທີ່​ສຸດ​” ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ_fororder_002

​ລານນ້ຳ​ກ້ອນ​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ສຳ​ລັບສະ​ໜາມ​ກິ​ລາ​ແຫ່ງ​ນີ້. ​ລານ​ນ້ຳ​ກ້ອນ​ຢູ່​ແຫ່ງ​ນີ້​ມີ​ຂະ​ໜາດ 31╳61 ແມັດ​ໂດຍ​ໄດ້ໃຊ້​ເຕັກ​ນິກ​ເຮັດ​ນ້ຳ​ກ້ອນ​ດ້ວຍ​ກາກບອນ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທີ່​ສຸດ​ໃນ​ໂລກ, ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ອຸນ​ຫະ​ພຸມ​ລານແຜ່ນ​ນ້ຳ​ກ້ອນ​ຈະ​ຢູ່​ໃນ​ລະ​ດັບ 0.5 ອົງ​ສາ.

ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ​ນັ້ນ​ກໍ​ຄື: ໃນ​ຂະ​ບວນ​ການ​ເຮັດ​ນ້ຳ​ກ້ອນ​ຍັງ​ໄດ້​ປະ​ຢັດ​ພະ​ລັງ​ງານ​ທັງ​ມີ​ປະ​ສິ​ດ​ທິ​ພາບ​ສູງ. ສະ​ໜາມ​ກິ​ລາ​ນະ​ຄອນ​ຫຼວງ​ສາ​ມາດ​ເກັບ​ຄວາມ​ພະ​ລັງ​ຄວາມ​ຮ້ອນ​ແລະ​ນຳ​ມາ​ໃຊ້​ຄືນ​ໃນ​ຂະ​ບວນ​ການ​ຜະ​ລິດ​ນ້ຳ​ກ້ອນ​, ແຕ່​ລະ​ປີ​​ຈະສາ​ມາດ​ປະ​ຢັດ​ໄຟ​ຟ້າໄດ້ 1 ລ້ານກວ່າ​ກິ​ລາ​ວັດໂມງ, ໄດ້​ຍົກ​ສູງ​ລະ​ດັບ​ການ​ຫັນ​ເປັນ​ພະ​ລັງ​ງານ​ສະ​ອາດ​ຫຼື​ສີ​ຂຽວ​ຂອງ​ສະ​ໜາມ​ກິ​ລາ​​ໄດ້ຢ່າງ​ຫຼວງ​ຫຼາຍ.

ເລື່ອງ​ລາວຂອງ​ສະ​ໜາມ​ກິ​ລາ​ນະ​ຄອນ​ຫຼວງທີ່​ມີ​ປະ​ຫວັດ​ສາດ 53 ປີ, ​ການສ້າງ “​ລານນ້ຳ​ກ້ອນ​ທີ່​ສວຍ​ງາມ​ທີ່​ສຸດ​” ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ_fororder_003

 

ຄຳ​ເຫັນ

0