覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​ລາວ​ກ່ຽວ​ກັບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ພາກ​ທີ 1

2021-12-01 18:36:12 cri


 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​ລາວ​ກ່ຽວ​ກັບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ພາກ​ທີ 1_fororder_微信图片_20211201183450
 

ວັນ​ທີ 19 ພະ​ຈິກ ​ປີ 2021, ທ່ານສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​​ການ​ທະ​ຫານສູນ​ກາງຈີນ ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ສ້າງ  “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 3 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.

 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​ລາວ​ກ່ຽວ​ກັບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ພາກ​ທີ 1_fororder_微信图片_20211201183505
 

ເມື່ອ​ເວົ້າ​ເຖິງ  “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຄິດ​ວ່າ​ທ່ານ​ຜູ້​ຟັງ​ຄົງ​ຈະ​ຮູ້​ດີ​ແລ້ວ​ເນາະ. ເດືອນ​ກັນ​ຍາ​ປີ2013, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ສະ​ເໜີ​ຂໍ້ລິ​ເລີ່ມ​ການ​ຮ່ວມ​ມື “ແລວ​ເສດ​ຖະ​ກິດ​ເສັ້ນ​ທາງ​ສາຍ​ໄໝ​ໃໝ່”, ເດືອນ​ຕຸ​ລາ​ປີ​ດຽວ​ກັນ​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື “ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ສະ​ຕະ​ວັດ​ທີ21”, ພາຍ​ໃນ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ, ເສັ້ນ​ທາງ​ການ​ຮ່ວ​ມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້ຊ່ວຍ​ປ່ຽນ​ແປງ​ຫຍັງແດ່? ຄິດ​ວ່າ ເວົ້າ​ສຳ​ລັບ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ການ​ປ່ຽນ​ແປງ​ນັ້ນ​ກໍ​ຄື ນ້ຳ​ແລະ​ໄຟ​ຟ້າ, ທາງ ແລະ​ຂົວ, ໂຮງ​ຮຽນ ແລະ​ໂຮງ​ໝໍ, ລາຍ​ໄດ້​ທີ່​ເພີ່ມ​ຂຶ້ນ, ຊີ​ວິດ​ການ​ເປັນ​ຢູ່ ​ໄດ້​ຮັບ​ກາ​ນ​ປັບ​ປຸງ​ໃຫ້​ດີ​ຂຶ້ນ ​ແລະ ອະ​ນາ​ຄົດ​ທີ່​ໜ້າ​ຄອງ​ຄອຍ.

 

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຫວນ​ຄືນ​ເຖິງ​ເລື່ອງ​ໜຶ່ງ​ໃນຫຼາຍ​ປີ​ກ່ອນ.
 

ວັນ​ທີ 16 ພຶດ​ສະ​ພາ​ປີ2000, ທ່ານ​ສີ​ຈິ້ນ​ຜິງ ທີ່​ເປັນ​ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນ​ໃນ​ເວ​ລາ​ນັ້ນ​ໄດ້​ຕ້ອນ​ຮັບ​ທ່ານ ລາ​ຟາ​ນາ​ມາ ເຈົ້າ​ແຂວງ​ແຂວງອິ​ສ​ເຕິນ​ໄຮ​ແລນ ປະ​ເທດ​ປາ​ປົວນີວກີ​ເນ ທີ່​ເດີນ​ທາງ​ມາ​ຢ້​ຽມ​ຢາມ​ແຂວງ​ຟູ​ຈ້ຽນ.  ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເລົ່າ​ສູ່​ຟັງ​ວ່າ: “​ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ເຕັກ​ນິກ​ການ​ປູກ​​ອ້ອຍນຽມ​ໃຫ້​ເພິ່ນ, ເຈົ້າ​ແຂ​ວງ​ທ່ານ​ນີ້​ຟັງ​ແລ້ວ​ກໍ​ມີ​ຄວາມ​ສົນ​ໃຈຫຼາຍ. ຂ້າ​ພະ​ເຈົ້າ​ກໍ​ເລີຍ​ແຕ່ງ​ຕັ້ງທ່ານ ຫຼິນ​ຈ້ານ​ຊີ່ ​ເຊິ່ງ​ແມ່ນຕົວ​ລະ​ຄອນ​​ທີ່​ມີ​ຊີ​ວິດ​ຈິງໃນ​ເລື່ອງ ‘ເມືອງ​ມິນ​ນິງ’​ໄປ​ສອນ​ເຕັກ​ນິກ​ໃຫ້​ເຂົາ​ເຈົ້າ.”
 

ເລື່ອງ “ເມືອງ​ມິນ​ນິງ” ທີ່​ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ເຖິງ​ນັ້ນ​ແມ່ນ​ລະ​ຄອນ​ໂທ​ລະ​ພາບ​ເລື່ອງ​ໜຶ່ງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຢ່າງ​ສູງ​ຢູ່​ຈີນ, ເຊິ່ງ​ເປັນ​ເລື່ອງ​ທີ່​ເວົ້າ​ເຖິງ​ເຫດ​ການ​ນັບ​ແຕ່​ຊຸມ​ປີ1990 ເປັນ​ຕົ້​ນ​ມາ, ປະ​ຊາ​ຊົນ​ແລະ​ພະ​ນັກ​ງານທັງຫຼາຍ​ຂອງ ​​ຊີ່​ໄຫ​ກູ້ ເຊິ່ງ​ເປັນ​ເຂດ​ພູ​ດອຍ​ທາງ​ພາກ​ໃຕ້​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຮຸຍ​ນິງ​ເຊ້ຍ ໄດ້​ຕອບ​ສະ​ໜອ​ງ​ກັບ​ຄຳ​ຮຽກ​ຮ້ອງ​ຕາມ​ນະ​ໂຍ​ບາຍ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ລັດ, ປະ​ຕິ​ບັດ​ໂຄງ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ສຳ​ເລັດ, ໂດຍການ​ຊ່ວຍ​ເຫຼືອ​ຈາກ​ແຂວງ​ຟູ​ຈ້ຽນ ທີ່​ເປັນ​ແຂວງຈັບ​ຄູ່​ຊ່ວຍ​ເຫຼືອ, ຜ່ານ​ຈາກ​ການ​ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ​ພາກ​ພຽນ​ແລະ​ການ​ຄົ້ນ​ຄວ້າ​ຢ່າງ​ບໍ່​ລົດ​ລະ, ຈິ່ງ​ສາ​ມາດສ້າງ​ສາ​ພັດ​ທະ​ນາ​ “ຫາດ​ຊາຍ​ທີ່​ແຫ້ງ​ແລ້ງ” ​ໃຫ້​ກາຍ​ເປັນ “ຫາດ​ຊາຍ​ຄຳ”​ທີ່​ອຸ​ດົມ​ສົມ​ບູນ​ຄື​ໃນ​ທຸກ​ມື້​ນີ້.
 

​ສາ​ເຫດ​ອັນ​ໜຶ່ງ​ທີ່​ເຮັດ​ໃຫ້ລະ​ຄ​ອນ​ໂທ​ລະ​ພາບ​ເລື່ອງ​ນີ້​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຢ່າງ​ສູງ​ກໍ​ຍ້ອນ​ວ່າ ເລື່ອງ​ລາວ​ຕ່າງໆ​ທີ່​​ສະ​ແດງໃນ​ລະ​ຄອນ​ລ້ວນ​ແຕ່​ແມ່ນ​ກຳ​ເນີດ​ມາ​ຈາກ​ສະ​ພາບ​ຄວາມ​ເປັນ​ຈິງ, ຕົວ​ລະ​ຄອນ​ສຳ​ຄັນ​ຕ່າງໆ​ກໍ​ແມ່ນ​ຄົນ​ແທ້​ທີ່​ມີ​ຊີ​ວິດຈິງ, ສ່ວນ​ເລື່ອງ​ຈິງ​ຄົນ​ແທ້​ໃນ​ຊີ​ວິດ​ຕົວ​ຈິງ​ແມ່ນ​​ລຳ​ບາກ​ຍາກ​ເຂັນ​ກວ່າ​ທີ່​ໄດ້​ສະ​ແດງ​ໃນ​ລະ​ຄອນ. ໃນ​ລະ​ຄອນ​ເລື່ອງ​ນີ້, ມີ​ຜູ້​ຊ່ຽວ​ຊານ​ເຕັກ​ນິກ​ກະ​ສິ​ກຳ​ຜູ້​ໜຶ່ງ​ຊື່​ວ່າ ຫຼິງ​ຢີ່​ໜົງ, ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ກັບ​ທ່ານ​ສາ​ສະ​ດາ​ຈານ ຫຼິນ​ຈ້ານ​ຊີ່ ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ກະ​ສິ​ກຳ​ປ່າ​ໄມ້​ຟູ​ຈ້ຽນ​. ​ພາຍ​ໃຕ້​ການ​ຊຸກ​ຍູ້​ສົ່ງ​ເສີມ​ຈາກທ່ານ​ສີ​ຈິ້ນ​ຜິງ, ​ທ່ານ​ສາ​ສະ​ດາ​ຈານ ຫຼິນ​ຈ້ານ​ຊີ່ ພ້ອມ​ດ້ວຍ​ທີມ​ງານ​ໄດ້​ເດີນ​ທາງ​ໄປ​ເຂດ​ນິງ​ເຊ້ຍ​ເພື່ອ​ເຜີຍ​ແຜ່​ເຕັກ​ນິກ​ການ​ຜະ​ລິດ​ອ້ອຍ​ນຽມ, ຈິ່ງ​ເຮັດ​ໃຫ້ການ​ປູກ​ອ້ອຍ​ນຽມ​ ​ເປີດ​ໂອ​ກາດ​ໃຫ້​ກັບການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ຟູ​ຈ້ຽນ​ແລະ​ເຂດ​ນິງ​ເຊ້ຍ.
 

ອ້ອຍ​ນຽມສາ​ມາດນຳ​ມາ​ເປັນ​ສ່ວນ​ປະ​ສົມ​ກັບ​ວັດ​ຖຸ​ຊະ​ນິດ​ອື່ນ​ເພື່ອ​ປູກ​ເຫັດ​ທີ່​​ໃຊ້ເປັນ​ອາ​ຫານ, ​ແລະ​ກໍ​ສາ​ມາດ​ໃຊ້​ເປັນ​ຫົວ​ອາ​ຫານ​ສຳ​ລັບ​ການ​ລ້ຽງ​ສັດ​, ນອກ​ນີ້, ຍັງ​ສາ​ມາດໃຊ້​ເປັນ​ວັດ​ຖຸ​ດິບໃນ​ການ​ຜະ​ລິດ​ແກັ​ສ​ຊີ​ວະ​ພາບ, ຜະ​ລິດ​ເຈ້ຍ ແລະ​ແປ້ນ fibreboard ​ອີກດ້ວຍ, ສາ​ມາດ​ເວົ້າ​ໄດ້​ວ່າ, ອ້ອຍ​ນຽມ​ເປັນ​ພືດ​ຊີ​ວະ​ພາບ ທັງ​ເປັນ​ພືດ​ເສດ​ຖະ​ກິດ.
 

ແຂ​ວງ​ອີ​ສະ​ເ​ຕິນ​ໄຮ​ແລນ​ປະ​ເທດ​ປາ​ປົວ​ນີວ​ກີ​ເນ ເປັນ​ແຂວງ​ແຮກ​ສ່ຽວ​ຂອງ​ແຂວງ​ຟູ​ຈ້ຽນ​ປະ​ເທດ​ຈີນ, ພາຍຫຼັງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ພົບ​ປະ​ກັບ ທ່ານ​ລາ​ຟາ​ນາ​ມາ ເຈົ້າ​ແຂວງແຂ​ວງ​ອີ​ສະ​​ເຕິນ​ໄຮ​ແລນ​ປະ​ເທດ​ປາ​ປົວ​ນີວ​ກີ​ເນແລ້ວ, ທ່ານ​ສາ​ສະ​ດາ​ຈານຫຼິນ​ຈ້ານ​ຊີ່​ໄດ້​ເດີນ​ທາງ​ໄປ​ພາກ​ພື້ນ​ປາ​ຊີ​ຟິກ​ໃຕ້, ເຕັກ​ນິກ​ການ​ຜະ​ລິດ​ອ້ອຍ​ນຽມ​ທີ່​ທ່ານ​ຄົ້ນ​ຄວ້າ​ພັດ​ທະ​ນາ​ນັ້ນ​ໄດ້​ຖືກ​ນຳ​ເຂົ້າ​​ໄປ​ເຜີຍ​ແຜ່​ຢູ່​ປາ​ປົວ​ນີວ​ກີ​ເນ​ຢ່າງ​ເປັນ​ທາງ​ການ.
 

ການ​ກິນ​ອີ່ມ​ນຸ່ງ​ອຸ່ນ​ເປັນ​ບັນ​ຫາ​ທີ່​ປາ​ປົວ​ນີວ​ກີ​ເນ​ແກ້​ໄຂ​ໄດ້​ຍາກ​ເປັນ​ເວ​ລາ​ດົນ​ນານ​ມາ​​ແລ້ວ, ທຸກ​ມື້​ນີ້, ອ້ອຍ​ນຽມ​ທີ່​ມາ​ຈາກ​ປະ​ເທດ​ຈີນ​ກຳ​ລັງ​ປ່ຽນ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ປາ​ປົວ​ນີວ​ກີ​ເນ. ເຕັກ​ນິກ​ການ​ຜະ​ລິດ​ອ້ອຍ​ນຽມ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ທີ່​ສຸດ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ປະ​ເທດ​ນີ້ຫຼຸດ​ພົ້ນ​ອອກ​ຈ​າກ​ຄວາມ​ທຸກ​ຍາກ​ແລະ​​ໄດ້​ຮັບການ​​ພັດ​ທະ​ນາ, ສະ​ນັ້ນ, ເມື່ອ​ເຂົາ​ເຈົ້າ​ເວົ້າ​ເຖິງ​ເລື່ອງ​ນີ້​ກໍ​ພາ​ກັນກ່າວວ່າ: “ຂອບ​ໃຈ​ປະ​ເທດ​ຈີນ! ຂອບ​ໃຈ​ທ່ານ​ສີ​ຈິ້ນ​ຜິງ!”
 

ທ່ານ​ລາ​ຟາ​ນາ​ມາ ເຈົ້າ​ແຂງ​ແຂວງ​ອີ​ສະ​​ເຕິນ​ໄຮ​ແລນໃນ​ເວ​ລາ​ນັ້ນໄດ້​ຮັກ​ສາຂອງ​ຂວັນ​ທີ່​ທ່ານ​ສີ​ຈິ້ນ​ຜິງມອບ​ໃຫ້​ນັ້ນ​ຈົນ​ມາ​ເຖິງ​ທຸກ​ມື້​ນີ້. ການ​ຊ່ວຍ​ເຫຼືອ​ອັນ​ອົບ​ອຸ່ນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ກັບ​ປະ​ຊາ​ຊົນ​ປາ​ປົວ​ນີວ​ກີ​ເນ​ນັ້ນ​ເຮັດ​ໃຫ້​ເພິ່ນ​ລືມ​ຍາກ​ທີ່​ສຸດ.
 

​ເມື່ອທ່ານ​ສີ​ຈິ້ນ​ຜິງຫວນ​ຄືນ​ເຖິງ​ເລື່ອງ​ນີ້​ກໍ​ຮູ້​ສຶກ​ປະ​ທັບ​ໃຈຫຼາຍ, ທ່ານ​ກ່າວ​ວ່າ: “​ພາຍຫຼັງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ປະ​ທານ​ປະ​ເທດ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ສືບ​ຕໍ່​ເຜີຍ​ແຜ່​ອ້ອຍ​ນຽມ​ໃນ​ເວ​ລາ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ພາກ​ພື້ນ​ປາ​ຊີ​ຟິກ​ໃຕ້, ອາ​ຟ​ຣິກ​ກາ ແລະ​ອາ​ເມ​ຣິ​ກາ​ໃຕ້. ປັດ​ຈຸ​ບັນ, ເຕັກ​ນິກ​ນີ້​ໄດ້​​ຮັບ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີຢູ່ 100 ກວ່າ​ປະ​ເທດ ເຊິ່ງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​​ໃຫ້​ປະ​ເທດ​ເຫຼົ່າ​ນີ້ຫຼາຍ​ແສນ​ຕຳ​ແໜ່ງ​​ງານ.”
 

ໃນ​ກອງ​ປ​ະ​ຊຸມ​ສົນ​ທະ​ນາກ່ຽວ​ກັບ​ການ​ສ້າງ  “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 3, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ແນະ​ນຳໃຫ້​ຜູ້​ມີ​ສ່ວນ​ຮ່ວມ​ແລະ​ຜູ້ສ້າງ  “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄິດ​ໄລ່​ເບິ່ງວ່າ ໃ​ນ​ໂຄງ​ການ​ຕາມ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ມີ​ຈັກສ່ວນ​ທີ່ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຕ້ອງ​ການ​​ທີ່​ກ່ຽວ​ພັນ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໂດຍ​ກົງ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ໂຄງ​ການ​ເພື່ອ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ເຮັດ​ໃຫ້​ປະ​ຊາ​ຊົນ​ປະ​ເທດ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ກໍ່​ສ້າງ​​ໂຄງ​ການຮູ້​ສຶກວ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ຂຶ້ນ​ຢ່າງວ່ອງ​ໄວ​ທີ່​ສຸດ ແລະ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທັນ​ທີ. ໂຄງ​ການ​ຂະ​ໜາດ​ນ້ອຍ​ແຕ່​ມີປະ​ໂຫຍດຫຼາຍ​​ຈະ​ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ໃຫ້​ກັບ​ປະ​ຊາ​ຊົນ. ໃນ​ຕໍ່​ໜ້າ​ນີ້ ຕ້ອງ​ຖື​ໂຄງ​ການ​ແບບ​ນີ້​ເປັນ​ວຽກ​ງານ​ບູ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ວາງ​ແຜນ​​ໃຫ້ເປັນ​ເອ​ກະ​ພາບ​ກັນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ທຶນ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​​ໃຫ້​ເປັນ​ໄມ້​ງັດ​ຄື ລົງ​ທຶນ​ໜ້ອຍ​ແຕ່​ໄດ້​ຮັບ​ປະ​ສິດ​ທິ​ຜົນຫຼາຍ ເພື່ອ​ສ້າງ​ໃຫ້​ເປັນ​ໂຄງ​ການ​ທີ່​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ​ແລະ​​ເຕົ້າ​ໂຮມ​ກຳ​ລັງ​ໃຈ​ຂອງ​ປະ​ຊາ​ຊົນ. ”
 

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ເນັ້ນ​ວ່າ: “ຂ້າ​ພະ​ເຈົ້າ​ເຄີຍ​ກ່າວ​ວ່າ: ການ​ຮ່ວມ​ກັນ​ສ້າງ ‘ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ’ກໍ​ປານ​ວ່າໄດ້​​ຕິດ​ປີກ​ທັງ​ສອງ​ເບື້ອງ​ໃຫ້​ກັບ​ຈີນ​ທີ່​​ປຽບ​ເໝືອນ​ຄຸດ, ເມື່ອ​ສ້າງ​ໄດ້ດີ​ແລ້ວ, ຄຸດ​ກໍ​ຈະ​ສາ​ມາດ​ບິນ​ໄດ້​ສູງ​ແລະ​ບິນ​ໄປ​ໄດ້​ໄກ​ກວ່າ​ເກົ່າ. ຕ້ອງ​ປັບ​ປຸງ​ພື້ນ​ຖານ​ການ​ຮ່ວມ​ມືໃຫ້​ໝັ້ນ​ຄົງ, ຮັດ​ແໜ້ນ​ພື້ນ​ຖານ​ການ​ພັດ​ທະ​ນາ​ໃຫ້​ໝັ້ນ​ແກ່ນ.”
 

ທຸກ​ມື້​ນີ້, ຈີນ​ກັບ​ປະ​ເທດ​ຈຳ​ນວນ 2/3 ໃນ​ໂລກ ແລະ ອົງ​ການ​ຈັດ​ຕັ້ງ​ສ​າ​ກົນ​ຕົ້ນ​ຕໍ​ຈຳ​ນວນ 1/3 ໃນ​ໂລກ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ  “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ຜົນ​ງານ​ຕົວ​ຈິງ​ອັນ​ໃຫຍ່ຫຼວງ ໄດ້​ສ້າງ​ໃຫ້​ມີ​ສະ​ພາບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ, ໄດ້​ຄົ້ນ​ຄວ້າ​ເສັ້ນ​ທາງ​ໃໝ່​ເພື່ອ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຮ່ວມ​ກັນ, ​ສ່ວນ​ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​​ທັງ​ໝົດ​ກໍ່​ແມ່ນ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ສ້າງ  “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ນັ້ນ​ເອງ.

 

ຄຳ​ເຫັນ

0