ຕອນຄ່ຳວັນທີ 12 ພະຈິກ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຜູ້ນຳອົງການAPECທີ່ບໍ່ເປັນທາງການຄັ້ງທີ 28 ຜ່ານຮູບການວິດີໂອຢູ່ນະຄອນຫວງປັກກິ່ງ.
ໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງທ່ານປະທານສີຈິ້ນຜິງ, ກອງປະຊຸມສຸດຍອດຫຼາຍຝ່າຍຂອງອົງການຮ່ວມມືຊຽງໄຮ, ປະເທດບຣິກສ, APEC ແລະ ກຸ່ມ G20, ຖືວ່າເປັນຈຸດສຳຄັນໃນທຸກໆປີ. ໃນກອງປະຊຸມສຸດຍອດຕ່າງໆທີ່ຈັດຂຶ້ນໃນປີນີ້, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຕໍ່ເລື່ອງໃດແດ່, ແລະໄດ້ກ່າວເນັ້ນເຖິງເລື່ອງໃດແດ່.
ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຢ່າງໜັກໜ່ວງໃຫ້ກັບກອງປະຊຸມສຸດຍອດຫຼາຍຝ່າຍ. ໃນປີ 2020 ທີ່ຜ່ານມາ, ກອງປະຊຸມສຸດຍອດຫຼາຍຝ່າຍຂອງອົງການຮ່ວມມືຊຽງໄຮ, ປະເທດບຣິກສ, APEC ແລະ ກຸ່ມ G20 ໄດ້ຈັດຂຶ້ນໃນເດືອນດຽວກັນ ຄືເດືອນພະຈິກ. ໃນປີນີ້ ສະພາບການຂອງພະຍາດໄດ້ດີຂຶ້ນໃນລະດັບໃດໜຶ່ງ, ກອງປະຊຸມສຸດຍອດເຫຼົ່ານີ້ຈຶ່ງໄດ້ຈັດຂຶ້ນຕາມວາລະຢ່າງເປັນປົກກະຕິ.
ສະນັ້ນ, ແຕ່ຕົ້ນປີນີ້ມາ, ອົງການຮ່ວມມືຊຽງໄຮ, ປະເທດບຣິກສ, APEC ແລະ ກຸ່ມ G20 ນອກຈາກໄດ້ຈັດກອງປະຊຸມສຸດຍອດສະໄໝສາມັນແລ້ວ, ຍັງໄດ້ຈັດ “ກອງປະຊຸມສຸດຍອດສະໄໝພິເສດ” ຫຼາຍເທື່ອ, ຄື: ໃນເດືອນພຶດສະພາ, ປະເທດອີຕາລີ ທີ່ເປັນປະເທດປະທານໝູນວຽນກຸ່ມG20 ແລະ ຄະນະກຳມາທິການສະຫະພາບເອີຣົບໄດ້ຮ່ວມກັນລິເລີ່ມຈັດກອງປະຊຸມສຸດຍອດສຸຂະພາບໂລກ. ເດືອນກໍລະກົດ, ນູແວນເຊລັງທີ່ເປັນປະເທດປະທານໝູນວຽນອົງການAPEC ໄດ້ຈັດກອງປະຊຸມຜູ້ນຳAPECທີ່ບໍ່ເປັນທາງການ ເພີ່ມອີກຄັ້ງໜຶ່ງດ້ວຍຮູບແບບຜ່ານທາງວີດີໂອ. ໃນເດືອນກັນຍາ, ອົງການຮ່ວມມືຊຽງໄຮ ຮ່ວມກັບ ອົງການສົນທີສັນຍາຄວາມໝັ້ນຄົງລວມໝູ່ ຫຼື CSTO ໄດ້ຈັດກອງປະຊຸມສຸດຍອດກ່ຽວກັບບັນຫາອັຟການິດສະຖານ.
ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມເຫຼົ່ານີ້ທັງໝົດ, ແລະໄດ້ກ່າວຄຳປາໄສທີ່ສຳຄັນ.
ເມື່ອທົບທວນຄືນຄຳປາໄສຂອງທ່ານສີຈິ້ນຜິງໃນກອງປະຊຸມສຸດຍອດທຸກຄັ້ງໃນປີນີ້, ຈະສາມາດສັງເກດເຫັນໄດ້ຢ່າງຈະແຈ້ງວ່າ, ມີ 4 ຄຳສັບສຳຄັນ ທີ່ສະແດງໃຫ້ເຫັນເຖິງແຜນການຂອງຈີນ ແລະ ກຳລັງສ້າງສັນຂອງປະເທດຈີນ.
ຄຳສັບທີ 1 ຄື: “ສຳຄັນອັນດັບໜຶ່ງ”. ໃນກອງປະຊຸມສຸດຍອດສຸຂະພາບທົ່ວໂລກທີ່ຈັດຂຶ້ນໃນເດືອນພຶດສະພາປີ 2021 ນີ້, ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: “ການເອົາຊະນະພະຍາດໂດຍໄວ, ຟື້ນຟູການເຕີບໂຕດ້ານເສດຖະກິດ, ແມ່ນໜ້າທີ່ສຳຄັນອັນດັບໜຶ່ງຂອງປະຊາຄົມໂລກ”. ຫຼັງຈາກນີ້, ໃນກອງປະຊຸມສຸດຍອດອື່ນ, ທ່ານສີຈິ້ນຜິງກໍໄດ້ກ່າວວ່າ: “ການເອົາຊະນະພະຍາດໂດຍໄວ, ຟື້ນຟູການເຕີບໂຕດ້ານເສດຖະກິດ, ແມ່ນໜ້າທີ່ສຳຄັນອັນດັບໜຶ່ງຂອງສະມາຊິກອາຊີປາຊີຟິກໃນສະເພາະໜ້ານີ້” “ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຄົງເປັນໜ້າທີ່ອັນຮີບດ່ວນທີ່ສຸດໃນສະເພາະໜ້ານີ້”.
ທ່ານສີຈິ້ນຜິງຍັງໄດ້ສະເໜີວິທີການຂອງຈີນເພື່ອເຮັດສຳເລັດໜ້າທີ່ສຳຄັນອັນດັບໜຶ່ງນີ້, ຄື: ໃນກອງປະຊຸມສຸດຍອດສຸຂະພາບໂລກທີ່ຈັດຂຶ້ນເມື່ອເດືອນພຶດສະພາປີ 2021 ນີ້, ທ່ານສີຈິ້ນຜິງໄດ້ມີຂໍ້ສະເໜີ 5 ຂໍ້ກ່ຽວກັບການຕ້ານກັບພະຍາດໂຄວິດ -19. ໃນກອງປະຊຸມພົບປະລະຫວ່າງຜູ້ນຳປະເທດບຣິກສທີ່ຈັດຂຶ້ນໃນເດືອນກັນຍາ, ທ່ານສີຈິ້ນຜິງໄດ້ປະກາດວ່າ, ພາຍໃນປີ 2021 ນີ້, ຈີນຈະຊ່ວຍເຫຼືອວັກຊິນແບບໃຫ້ລ້າອີກ 100 ລ້ານຫຼອດໃຫ້ແກ່ປະເທດພວມພັດທະນາ. ໃນກອງປະຊຸມສຸດຍອດກຸ່ມG20 ທີ່ຈັດຂຶ້ນໃນເດືອນຕຸລາ, ທ່ານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການຮ່ວມມືດ້ານວັກຊີນຂອງໂລກຕື່ມອີກ.
ຫຼັງຈາກນັ້ນ, ປະເທດຈີນກໍໄດ້ມີການເຄື່ອນໄຫວຢ່າງແທ້ຈິງ. ໃນກອງປະຊຸມສຸດຍອດສຸຂະພາບໂລກທີ່ຈັດຂຶ້ນໃນເດືອນພຶດສະພາປີ 2021 ນີ້, ທ່ານສີຈິ້ນຜິງໄດ້ສະເໜີໃຫ້ຈັດເວທີປຶກສາຫາລືກ່ຽວກັບການຮ່ວມມືສາກົນດ້ານວັກຊີນໂຄວິດ-19, ແລະເວທີປຶກສາຫາລືດັ່ງກ່າວໄດ້ຮັບການຈັດຂຶ້ນໃນເດືອນສິງຫາປີດຽວກັນຢ່າງສຳເລັດຜົນ. ໃນກອງປະຊຸມຜູ້ນຳ ອົງການAPEC ທີ່ບໍ່ເປັນທາງການຄັ້ງທີ 28 ທີ່ຈັດຂຶ້ນໃນວັນທີ 12 ພະຈິກປີ 2021, ທ່ານສີຈິ້ນຜິງກ່າວວ່າ, ຈີນຈະພະຍາຍາມສະໜອງວັກຊີນ 2 ຕື້ຫຼອດໃຫ້ແກ່ໂລກພາຍໃນປີ 2021ນີ້, ມາຮອດປະຈຸບັນໄດ້ສະໜອງໄປແລ້ວຫຼາຍກວ່າ 1, 7 ຕື້ຫຼອດ.
ຄຳສັບສຳຄັນທີ 2 ແມ່ນ: ການສະແຫວງຫາການພັດທະນາ. ເຊິ່ງການພັດທະນານີ້ ບໍ່ແມ່ນການພັດທະນາຂອງປະເທດໃດໜຶ່ງ ຫຼື ພາກພື້ນໃດໜຶ່ງເທົ່ານັ້ນ, ແຕ່ຫາກແມ່ນການພັດທະນາຮ່ວມກັນ. ກ່ຽວກັບເລື່ອງນີ້, ທ່ານສີຈິ້ນຜິງເຄີຍໄດ້ສະເໜີຂໍ້ລິເລີ່ມມາຫຼາຍເທື່ອແລ້ວ. ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ຈັດຂຶ້ນໃນເດືອນກັນຍາປີ 2021, ທ່ານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການພັດທະນາທົ່ວໂລກ,ໂດຍຮຽກຮ້ອງໃຫ້ເອົາໃຈໃສ່ຕິດຕາມຄວາມຕ້ອງການດ້ານການພັດທະນາຂອງປະເທດພວມພັດທະນາ, ຮັບປະກັນໂອກາດການພັດທະນາຂອງເຂົາເຈົ້າ, ບັນລຸການພັດທະນາທົ່ວໂລກທີ່ມີຄວາມເຂັ້ມແຂງ ແລະ ປອດໃສກວ່າເກົ່າຕາມທິດສີຂຽວ. ໃນກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮທີ່ຈັດຂຶ້ນໃນເດືອນດຽວກັນ, ທ່ານສີຈິ້ນຜິງກ່າວວ່າ, ບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮລ້ວນແຕ່ຢູ່ໃນໄລຍະສຳຄັນຂອງການພັດທະນາ, ຄວນເສີມຂະຫຍາຍທ່າແຮງພິເສດທີ່ມີພູຜາແມ່ນ້ຳຕິດຈອດກັນ ແລະ ມີຜົນປະໂຫຍດເຊື່ອມໂຍງເຂົ້າກັນ, ຊ່ວຍຊູຍູ້ໜູນກັນເພື່ອໃຫ້ວິໄສທັດອັນດີງາມໃນການພັດທະນາ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງປະສົບຜົນສຳເລັດ.
ໃນກອງປະຊຸມສຸດຍອດG20ຄັ້ງທີ 16 ທີ່ຈັດຂຶ້ນໃນເດືອນຕຸລາປີ 2021 ນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນວ່າ, ພວກເຮົາຄວນຖືເອົາປະຊາຊົນເປັນໃຈກາງ, ຍົກສູງຄວາມຍຸດຕິທຳ ປະສິດທິຜົນ ແລະ ລັກສະນະກວມລວມຂອງການພັດທະນາໃນທົ່ວໂລກ, ພະຍາຍາມບໍ່ໃຫ້ປະເທດໃດຕົກຂະບວນ.
ຄຳສັບສຳຄັນທີ 3 ແມ່ນ: ຊຸກຍູ້ການເປີດປະຕູສູ່ພາຍນອກ.
ໃນກອງປະຊຸມຜູ້ນຳAPECທີ່ບໍ່ເປັນທາງການຈັດຂຶ້ນໃນເດືອນກໍລະກົດປີ 2021 ນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນວ່າ: “ພວກເຮົາຄວນມ້າງກຳແພງ ແຕ່ບໍ່ແມ່ນສ້າງກຳແພງຂຶ້ນມາອີກ, ຄວນເປີດປະຕູສູ່ພາຍນອກ ແຕ່ບໍ່ຄວນປິດກັ້ນໂຕເອງ, ຄວນເຊື່ອມໂຍງເຂົ້າກັນ ແຕ່ບໍ່ຄວນແຍກກັນ.”
ໃນກອງປະຊຸມຜູ້ນຳAPECທີ່ບໍ່ເປັນທາງການຄັ້ງທີ 28 ທີ່ຈັດຂຶ້ນໃນວັນທີ 12 ພະຈິກປີ 2021 ນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນອີກວ່າ, ຄວນປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ, “ຍຶດໝັ້ນການສົນທະນາກັນ ແຕ່ບໍ່ແຍກເປັນປໍລະປັກກັນ, ກວມລວມ ແຕ່ບໍ່ປັດເຂ່ຍຜູ້ໃດ, ເຊື່ອມໂຍງເຂົ້າກັນ ແຕ່ບໍ່ຫ່າງເຫີນປາສະຈາກກັນ”.
ຄຳສັບສຳຄັນທີ 4 ຄື: ສ້າງຮູບແບບການພັດທະນາສີຂຽວ. ປີນີ້, ທ່ານສີຈິ້ນຜິງໄດ້ສະເໜີທັດສະນະທີ່ຮ່ວມກັນສ້າງປະຊາຄົມຮ່ວມຊີວິດລະຫວ່າງມະນຸດ ກັບ ທຳມະຊາດ. ໃນກອງປະຊຸມສຸດຍອດຫຼາຍຝ່າຍຂອງອົງການຮ່ວມມືຊຽງໄຮ, ປະເທດບຣິກສ, ອົງການAPEC ແລະ ກຸ່ມG20, ທ່ານສີຈິ້ນຜິງໄດ້ກ່າວເຖິງຄຳວ່າ “ສີຂຽວ” ເລື້ອຍໆ.
ວັນທີ 11 ພະຈິກ ປີ 2021 ນີ້, ໃນເວລາກ່າວຄຳປາໄສໃນກອງປະຊຸມສຸດຍອດອຸດສາຫະກຳການຄ້າຂອງອົງການAPEC, ທ່ານສີຈິ້ນຜິງໄດ້ເລົ່າເຖິງປະສົບການຂອງຕົນວ່າ: “ຂ້າພະເຈົ້າເຄີຍດຳລົງຊີວິດຫຼາຍປີຢູ່ບ້ານນ້ອຍໆແຫ່ງໜຶ່ງຢູ່ເທິງພູພຽງດິນເຫຼືອງຂອງປະເທດຈີນ, ໃນເວລານັ້ນ, ສິ່ງແວດລ້ອມນິເວດຢູ່ແຫ່ງນັ້ນໄດ້ຖືກທຳລາຍ, ປະຊາຊົນກໍຕົກຢູ່ໃນສະພາບຄວາມທຸກຍາກ. ໃນເວລານັ້ນ, ຂ້າພະເຈົ້າກໍສຳນຶກຮູ້ວ່າ, ການທຳລາຍທຳມະຊາດກໍຈະສົ່ງຜົນຮ້າຍສູ່ມະນຸດເຮົາໃນທີ່ສຸດ.”
ຈາກນັ້ນ ພວກເຮົາຈຶ່ງສາມາດສັງເກດເຫັນໄດ້ວ່າ, ຈາກການກຳແໜ້ນໜ້າທີ່ສຳຄັນອັນດັບໜຶ່ງ, ການສະແຫວງຫາການພັດທະນາ, ຈົນຮອດການຊຸກຍູ້ການເປີດປະຕູສູ່ພາຍນອກ, ແລະ ການສ້າງຮູບແບບການພັດທະນາສີຂຽວ, ຕະຫຼອດຮອດການປົກປັກຮັກສາຄວາມຍຸດຕິທຳ ແລະ ຄວາມໝັ້ນຄົງນັ້ນ, ເຊິ່ງທັງໝົດເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຈິດໃຈຂອງພັກກອມມູນິດຈີນທີ່ສະແຫວງຫາການພັດທະນາຮ່ວມຂອງທົ່ວໂລກ, ທັງເປັນພຶດຕິກຳທີ່ມີຊີວິດຊີວາໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຄຳເຫັນ
0