覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ຕາມ​ກະ​ແສ​ລວມ

2021-12-05 13:39:27 cri


 

ສີ​ແສງ​ແຫ່ງ​ຍຸກ: ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ຕາມ​ກະ​ແສ​ລວມ_fororder_微信图片_20211205133844
 

ຕອນ​ຄ່ຳ​ວັນ​ທີ 4 ພະ​ຈິກ 2021, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ເປີດ​ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4 ຜ່ານ​ຮູບ​ແບບ​ວິ​ດີ​ໂອ.
 

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ເນັ້ນ​ຢ່າງ​ຈະ​ແຈ້ງວ່າ, ຕ້ອງ​ດຳ​ເນີນ “ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ”. ຈີນ​ໄດ້​ເປີດ​ປະ​ຕູ​ສູ່​ພາຍນອກ​ນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ, ໄດ້​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວ່າ​ດ້ວຍ​ການ​ຮ່ວມມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຫຼາຍ​ຄັ້ງ ຢ່າງ​ສຳ​ເລັດ​ຜົນ, ​​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ລະ​ບຽບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ, ປັບ​ປຸງ​ບັນ​ຊີ​​ດ້ານ​ລົບ​​ກ່ຽວ​ກັບ​ການ​ເຂົ້າ​ເຖິງ​ຕະຫຼາດ​ຈີນ​ສຳ​ລັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫ້ຫຼຸດລົງຫຼາຍ​ເທື່ອ, ​ຂະ​ຫຍາຍ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ, ປະ​ກາດ​​ໃຊ້​ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳ ແລະ​ອື່ນໆ, ເຊິ່ງ​ທັງ​ໝົດ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ຂະ​ບວນ​ການ​ໃໝ່​ເພື່ອ​ສ້າງ​​ປະ​ເທດ​ສັງ​ຄົມ​ນິ​ຍົມທີ່​ທັນ​ສະ​ໄໝ​ຮອບ​ດ້ານ, ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ພວມ​ກ້າວ​ໄປ​ສູ່​ຂອບ​ເຂດກວ້າງ​ຂວາງກວ່າ​ເກົ່າ, ຂົງ​ເຂດກວ້າງ​ຂວາງກວ່າ​ເກົ່າ ແລະ ​ມີລະ​ດັບ​ທີ່​ເລິກ​ເຊິ່ງກວ່າ​ເກົ່າ.

 

“ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ” ​ມີ​ສ່ວນ​ພົວ​ພັນ​ຢ່າງ​ຈະ​ແຈ້ງ​ກັບ​ພຶດ​ຕິ​ກຳ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ໄລ​ຍະ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ, ໃນ​ລາຍ​ການ​ພາກ​ນີ້ ພວກ​ເຮົາ​ຈະ​ເລົ່າ​ເລື່ອງ​ນີ້​ສູ່​ທ່ານ​ຟັງ.

 

​ແຕ່​ປີ 2000 ຫາ​ປີ 2002 ເປັນ​ເວ​ລາລຽນ​ຕິດ 3 ປີ, ຜູ້​ອ່ານ​ສາ​ມາດ​ອ່ານ​ບົດ​ຄວາມ​ທີ່ຂຽນ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ ຫຼື ບົດ​ສຳ​ພາດ​​ທ່ານ​ສີ​ຈິ້ນ​ຜິງ​ທີ່​ລົງ​ພິມ​ໃນ​ວາ​ລະ​ສານ, ເຊິ່ງ​ບົດ​ຄວາມ​ເຫຼົ່າ​ນີ້​ລ້ວນ​ແຕ່​ປິ່ນ​ອ້ອມ​ຫົວ​ຂໍ້​ອັນ​ດຽວ​ກັນ, ຄື ງານ​​ຕະ​ຫຼາດ​ນັດ​ດ້ານການ​ຄ້າ ແລະ ການ​ລົງ​ທຶນ​ຈີນ.

 

ວັນ​ທີ 4 ກັນ​ຍາ​ປີ 2000, ສື່ມວນ​ຊົນໄດ້​ລົງ​ພິມ​ບົດ​ຄວາມ​ບົດ​ໜຶ່ງ​ທີ່​ພາດ​ຫົວ​ຂໍ້​ວ່າ “ເສີມ​ຂະ​ຫຍາຍ​ບົດ​ບາດ​​ໃນ​ຖາ​ນະ​ເປັນປ່ອງ​ຢ້ຽມ ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ”, ເຊິ່ງ​ຜູ້​ຂຽນ​ກໍ​ແມ່ນ​ທ່​ານ​ສີ​ຈິ້ນ​ຜິງ​ທີ່​ເປັນ​ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນ​ໃນ​ເວ​ລາ​ນັ້ນ.

 

​ບົດ​ຄວາມ​ບົດ​ນີ້​ຂອງທ່ານ​ສີ​ຈິ້ນ​ຜິງ​​ໄດ້​ລະ​ບຸ​ວ່າ, ງານ​​ຕະຫຼ​າດ​ນັດ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​​ຈີນ​ໄດ້ປະ​ເຊີນ​ກັບ​ກາ​ລະໂອ​ກາດ​ທີ່​ເອື້ອ​ອຳ​ນວຍ​ 2 ຢ່າງ, ຄື: ​ໜຶ່ງ, ຈີນ​ໃກ້​ຈະ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ, ສອງ, ລັດ​ຖະ​ບານ​ຈີນ​ປະ​ຕິ​ບັດ​ແຜນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ, ເຊິ່ງ ກາ​ລະໂອ​ກາດ​ 2 ຢ່າງນີ້​ຈະ​​ຊ່ວຍເພີ່ມ​ແຮງ​ດຶງ​ດູດໃຫ້​ກັບ​ງານ​ດັ່ງ​ກ່າວ, ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ເປັນຂົວ​ຕໍ່​ທີ່​ສຳ​ຄັນ​ກວ່າ​ເກົ່າ.

 

ການ​ກຳ​ນົດ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ແຜນ​ແມ່​ບົດ​ແຫ່ງ​ການ​ພັດ​ທະ​ນາ​ທົ່ວ​ປະ​ເທດ​ໄດ້​ຢ່າງ​ຖືກ​ຕ້ອງ, ເລັງ​ສາຍ​ຕາ​ໄປ​​ທົ່ວ​ໂລກ​ເພື່ອ​ຊອກ​ຫາ​ໂອ​ກາດ​ການ​ພັດ​ທະ​ນາ​, ມີສາຍ​ຕາ​ຍຸດ​ທະ​ສາດ​ທີ່ເບິ່ງກວ້າງມອງ​ໄກໃນ​ລະ​ດັບ​ສູງ, ເຮັດ​ໃຫ້​ງານ​​ຕະຫຼາດ​ນັດ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ດັບ​ເຂດ​ແຄວ້ນ​ທີ່​ກຳ​ເນີດ​ເກີດ​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຈີນ ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ​ໃນ 30 ກວ່າ​ປີ​ມາ​ນີ້. ປີ 2005, ງານ​ດັ່ງ​ກ່າວ​ໄດ້​ປ່ຽນ​ຊື່​ເປັນ​ງານ​ຕະຫຼາດ​ນັດ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ສາ​ກົນ​ຈີນ, ເຊິ່ງ​ເປັນ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ລົງ​ທຶນ​ສາ​ກົນ​ພຽງ​ໜຶ່ງ​ດຽວ​ຂອງ​ຈີນ​ທີ່​​ມີ​ຈຸດ​ປະ​ສົງ​ສົ່ງ​ເສີມ​ການ​ລົງ​ທຶນ​ເຊິ່ງ​ກັນ​​ແລະ​ກັນ.

 

ປີ 2020, ພາຍ​ໃຕ້​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ, ງານ​ຕະຫຼາດ​ນັດ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ສາ​ກົນ​ຈີນ​ໄດ້​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ, ​ພາຍ​ໃນ​ງານ​ດັ່ງ​ກ່າວ​ໄດ້​ບັນ​ລຸ​ການ​ເຊັນສັນ​ຍາ​ການ​ຮ່ວມ​ມື2300 ກວ່າ​ໂຄງ​ການ, ຍອດ​ມູນ​ຄ່າ​ສັນ​ຍາ​ການ​ລົງ​ທຶ​ນ​ບັນ​ລຸຫຼາຍກວ່າ 800 ຕື້ຢວນ, ເຊິ່ງ​ໄດ້​ກະ​ຕຸກ​ຊຸກ​ຍູ້​ຄວາມ​ໝັ້ນ​ໃຈ​​ໃນ​ກາ​ນ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ໂລກ.

 

ເດືອນ​ກັນ​ຍາ​ປີ 2001, ໃນ​ໂອ​ກາດ​ທີ່​ຈັດ​ງານ​ຕະຫຼາດ​ນັດ​ດ້ານ​ການ​ຄ້າ ​ແລະການ​ລົງ​ທຶນ​ສາ​ກົນ​ຈີນ​ຄັ້ງ​ທີ 5, ​ສື່ມວນ​ຊົນ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ຂໍ້​ວ່າ “ສຳ​ພາດ​ທ່ານ​ສີ​ຈິ້ນ​ຜິງ ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນ​ກ່ຽວ​ກັບການ​ເປີດ​ປ​ະ​ຕູ​ສູ່​ພາຍນອກ​ຄືເສັ້ນ​ເລືອດ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ແຂວງ​ຟູ​ຈ້ຽນ”. ໃນ​ບົດ​ສຳ​ພາ​ດ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ແນະ​ນຳ​ມາດ​ຕະ​ການ​​ທາງຍຸດ​ທະ​ສາດ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ແຂວງ​ຟູ​ຈ້ຽນ​ໃນ​ອະ​ນາ​ຄົດ ໂດຍ​ກຳ​ນົດວ່າ, ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ຂອງ​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕື່ມ​ອີກ. “​ຖື​ເອົາ​ວຽກ​ງານ​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ ​ປະ​ສານ​ສົມ​ທົບ​ກັບ​ການປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ແຂວງ​ຟູ​ຈ້ຽນ, ການ​ສ້າງ​ ແລະ ບູ​ລະ​ນະ​ລະ​ບອບ​ເສດ​ຖະ​ກິດ​ຕະຫຼາດ​ສັງ​ຄົມ​ນິ​ຍົມ, ກໍ​ຄື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ເປີດກວ້າງ.”

 

ວັນ​ທີ 14 ຕຸ​ລາ​ປີ 2002, ​ສື່ມວນ​ຊົນ​ໄດ້​ລົງ​ພິມ​ບົດ​​ສຳ​ພາດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນທີ່​ພາດ​ຫົວ​ຂໍ້​ວ່າ: “​ການສ້າງ​ຊ່ອງ​ທາງ​ຍຸດ​ທະ​ສາດ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ: ປະ​ສານ​ງານ​​ກັນລະ​ຫວ່າງ​ເຂດ​ພູ​ດອຍ ແລະ ​ເຂດ​ແຄມທະ​ເລ, ເຊື່ອມ​ສານ​ກັນ​ພາຍ​ໃນ, ເປີດ​ປະ​ຕູ​ສູ່​ພາຍນອກ”. ໃນ​ບົດ​ສຳ​ພາດ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ແນະ​ນຳ​ໝາກ​ຜົນ​ຂອງ​ງານ​ຕະຫຼາດ​ນັດ​ດ້ານ​ການ​ຄ້າ ​ແລະການ​ລົງ​ທຶນ​ສາ​ກົນ​ຈີນ​ຄັ້ງ​ທີ 6, ແ​ລະ​ກ່າວ​ເຖິ​ງ​ແ​ນວ​ຄວາມ​ຄິດ​ລະ​ອຽດ​ທີ່​ແຂວງ​ຟູ​ຈ້ຽນ​ເປີດ​ກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ, ​ທ່ານ​ໄດ້​ແນະ​ນຳນະ​ໂຍ​ບາຍ​​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ແຂວງ​ຟູ​ຈ້ຽນ​ກັບ​ເຂດ​ແຄວ້ນ​ອື່ນ​ໃນ​ທົ່ວ​ປະ​ເທດ, ຍົກ​ລະ​ດັບ​ຄຸນ​ນະ​ພາບ​ແຫ່ງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ.

 

ທ່ານ​ຫວາງ​ຢຸ້​ນ​ສາຍ ນັກ​ຂ່າວ​ທີ່​ເຄີຍ​ສຳ​ພາດ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ຫົວ​ຂໍ້ງານ​​ຕະຫຼາດ​ນັດ​ດ້ານ​ການ​ຄ້າ ແລະການ​ລົງ​ທຶນ​ສາ​ກົນ​ຈີນ 3 ປີ​ລຽນ​ຕິດ​ກ່າວ​ວ່າ: “ໃນ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ບໍ່​ແມ່ນ​ການ​ເຄື່ອນ​ໄຫວໄລ​ຍະ​ສັ້ນ, ​ແຮ່ງ​ບໍ່​ແມ່ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ພຽງ​ແຕ່​ເປັນ​ຮູບ​ການ​ເທົ່າ​ນັ້ນ, ແຕ່​ແມ່ນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ຈີນ​ເອງ​ໃຫ້​ດີ, ໂດຍໄດ້​ກຳ​ນົດ​ທີ່​ຕັ້ງ​ຂອງ​ການ​ພັດ​ທະ​ນາ​​ຢູ່​ພາຍ​ໃນ​ປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.”

 

ຫຼັງ​ຈາກ​ການ​ສຳ​ພາດ​ພິ​ເສດ​ປີ 2002 ​ໄດ້ບໍ່​ດົນ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ຖືກ​​ສັບ​ຊ້ອນ​ຈາກ​ແຂວງ​ຟູ​ຈ້ຽນ​ທີ່​ທ່ານ​ໄດ້​ເຮັດ​ວຽກ​ເປັນ​ເວ​ລາ 17 ປີ​ເຄິ່ງ, ​ເພື່ອ​ໄປ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ແຂວງ​ເຈີ້​ຈ່ຽງ.

 

ຫຼັງ​ຈາກ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ຢູ່​ແຂວງ​ເຈີ້​ຈ່ຽງ​ແລ້ວ, ບັນ​ຫາ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ພິ​ຈາ​ລະ​ນາ​ກໍ​ຄື: ເຮັດ​ແນວ​ໃດ​ຈຶ່ງຈະ​ສາ​ມາດ​ເປີດ​ປະ​ຕູຢູ່​ພາຍ​ໃນ​ປະ​ເທດ ແລະ ​ຕໍ່ພາຍນອກ​ໄດ້, ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ຂອງ​ຕະຫຼາດ​ສາ​ກົນ ແລະ ຕະຫຼາດ​ພາຍ​ໃນ​ຢ່າງ​ເຕັມ​ສ່ວນ, ເພີ່ມ​ແຮງ​ຂັບ​ເຄື່ອນ​ທີ່​ເຂັ້ມ​ແຂງ​ອີກ​ຢ່າງ​ໜຶ່ງ​ໃຫ້​ແກ່​ແຂວງ​ເຈີ້​ຈ່ຽງ. ພ້ອມ​ກັນ​ນັ້ນ, ທ່ານ​​ໄດ້ກ່າວ​ເນັ້ນ​ວ່າ, ການ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ບໍ່​ພຽງ​ແຕ່​ແມ່ນ​ການ​ນຳ​ເຂົ້າ​ເງິນ​ທຶນ​ເທົ່າ​ນັ້ນ, ສິ່ງ​ສຳ​ຄັນ​ກວ່າ​ນັ້ນ​ກໍ່​ແມ່ນ​​ການນຳ​ເຂົ້າ​ເຕັກ​​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ ແລະ ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ, ນຳ​ເຂົ້າ​ທັດ​ສະ​ນະ​ອັນ​ໃໝ່, ນຳ​ເຂົ້າ​ຍີ່​ຫໍ້​ທີ່​ມີ​ຊື່​ສຽງ ແລະ ເຄືອ​ຂ່າຍ​ທຸ​ລະ​ກິດ​ການ​ຕະຫຼາດ. ເປົ້າ​ໝາຍ​ໃຈ​ກາງ ຄື ວິ​ສາ​ຫະ​ກິດ​ຈີນ ແລະ ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ໃນ​ທົ່ວ​ແຂວງ​ເຈີ້​ຈ່ຽງ​ຕ້ອງ​ເຊື່ອມ​ໂຍງ​ເຂົ້າ​ກັນ ຮ່ວມ​ມື​ກັນ ແລະ ພັດ​ທະ​ນາ​ຮ່ວມ​ກັນ.

 

ເລື່ອ​ງ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ປະ​ຫວັດ​ສາດ​ນັ້ນ, ໄດ້​ເປັນ​ສັກ​ຂີ​ພິ​ຍານໃຫ້​ແກ່​ທິດ​ທາງ ແລະ ຈຸດ​ພິ​ເສດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ​ຕາມຍຸດ​ທະ​ສາດ​ເປີດ​ປະ​ຕູ​ສູ່​ພາຍນອກໃນ​ໄລ​ຍະ​ຕ່າງໆ​ຂອງ​ ແຂວງຟູ​ຈ້ຽນ ແລະ ແຂວງ​ເຈີ້​ຈ່ຽງ, ເຊິ່ງ ​ເປັນ​ສອງ​ແຂວງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ເປັນ​ຜູ້​ຄຸ້ມ​ຄອງ​ບໍ​ລິ​ຫານ, ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ຄວາມ​ຄິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​​ກ່ຽວກັບ​ບັນ​ຫາ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢູ່​ບົນ​ພື້ນ​ຖານ​ການ​ກຳ​ແໜ້ນ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຈີນ​​ໄດ້ຢ່າງ​ເລິກ​ເຊິ່ງ, ​ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ຈຸ​ບັນ​ປະ​ເທດ​ຈີນ​​ໄດ້​ດຳ​ເນີນ “ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ” ແມ່ນ​​ສືບ​ທອດ​ມູນ​ເຊື້ອມາ​ແຕ່​ດົນ​ນານ.

 

ຄຳ​ເຫັນ

0