黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານ​ລູ້​ຢຸ້ຍ​ຢ໋າງ ເລ​ຂາຫຼຸດ​ຜ່ອນ​ຄວາມ​ທຸ​ກ​ຍາກ

2021-12-05 21:30:36 cri

ຊົນ​ນະ​ບົດ​​ທີ່ກວ້າງ​ໃຫຍ່​ໄພ​ສານ, ຊາວ​ໜຸ່ມ​ຄວນ​ໄປ​ເຮັດ​ວຽກ​ຢູ່​ຊົນ​ນະ​ບົດ. ຂ້ອຍ​ມາ​ເຮັດ​ວຽກ​ຢູ່​ທີ່​ນີ້, ກໍ​ຢາກ​ນຳ​ພາ​ຊາວ​ບ້ານຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະມຸ່ງ​ໜ້າ​ໄປ​ສູ່​ຊີ​ວິດ​ທີ່​ດີ​ງາມ.

ທ່ານ​ລູ້​​ຢຸ້ຍ​ຢ໋າງ, ປີ​ນີ້​ອາ​ຍຸ 40 ປີ, ເປັນ​ລັດ​ຖະ​ກອນ​ຄົນ​ໜຶ່ງ, ປີ 2017, ລາວ​ໄດ້​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ມາ​ແຂວງ​ເສ​ສວນ ແລະກາຍ​ເປັນ​ເຈົ້າ​ໜ້າ​ທີ່ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ປະ​ຈຳ​ບ້ານ​ເຊ້ຍ​ເຈ່ຍ​ມ້ຽວ

ປີ 2012, ຈີນ​ຍັງ​ມີ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ເກືອບ 100 ລ້ານ​ຄົນ. ໃນ 10 ປີ​ຜ່ານ​ມາ, ຈີນ​ໄດ້​​ຈັ​ດ​ສັນ​ງົບປະ​ມານເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຫຼາຍກວ່າ 30 ຕື້​ຕໍ່​ປີ, ມີ​ຫຼາຍ​ສິບ​ລ້ານ​ຄົນ​ໄດ້​ມຸ່ງ​ໜ້າ​​ໄປ​ປະ​ຕິ​ບັດ​ພາ​ລະ​ກິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະໄດ້​​ຖືກແຕ່ງ​ຕັ້ງ​ໃຫ້​ເປັນ​ພະ​ນັກ​ງານ​ປະ​ຈຳ​ບ້ານ​ມີ​ທັງ​ໝົດ 3 ລ້ານກວ່າ​ຄົນ. ພວກ​ເຂົາ​ເຈົ້າ​ປະ​ຈຳ​ການ​ຢູ່​ບ້ານ​ຊົນ​ນະ​ບົດ​ທີ່​ຫ່າງ​ໄກ​ສອກຫຼີກ ເພື່ອ​​ໃຫ້​ການ​ຊ່ວຍ​ເຫຼືອ ແລະ ນຳ​ພາ​ປະ​ຊາ​​ຊົນ​ທີ່​ຕົນ​ໄປ​ປະ​ຈຳ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ທ່ານ​ລູ້​​ຢຸ້ຍ​ຢ໋າງ​ກໍ​ເປັນ​ໜຶ່ງ​ໃນ​ພະ​ນັກ​ງານ​ເຫຼົ່າ​ນີ້.

ມື້​ທຳ​ອິດ​​ທີ່ໄປ​ຮອດ​ບ້ານ​ຊົນ​ນະ​ບົດ, ຂ້ອຍ​ຫຼຽວ​ເຫັນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຢູ່​ບ້ານ​ເຊ້ຍ​ເຈ່ຍ​ມ້ຽວ, ​ຢູ່​ທີ່​ນັ້ນ​ມີແຕ່​ພູ​ສູງ, ​ເສັ້ນ​ທາງຄົມ​ມະ​ນາ​ຄົມ​ບໍ່​ສະ​ດວກ ແລະພື້ນ​ຖານ​ເສດ​ຖະ​ກິດ​ອ່ອນ​ແອຫຼາຍ. ມີ​ພູ​ຂຽວ​ນ້ຳ​ໃສ, ແຕ່​ກໍ​ມີ​ດິນ​ເຮື້ອ​ຮ້າງຫຼາຍ​ເຊັ່ນ​ກັນ.

ໂດຍ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຫຼ້າຫຼັງ​ຂອງ​ບ້ານ​ເຊ້ຍ​ເຈ່ຍ​ມ້ຽວ, ກ່ອນ​ອື່ນ, ທ່ານ​ລູ້​ຢຸ້ຍ​ຢ໋າງ​ໄດ້​ໄປ​​ເກັບ​ກຳສະ​ພາບ​ການ​ນຳ​ພາ​ຊາວ​ບ້ານ.

ຊາວ​ບ້ານ​ທັງຫຼາຍ, ຂ້​າ​ພ​ະ​ເຈົ້າ​ຂໍ​ແຈ້ງ​​ໃຫ້​ພວກ​ທ່ານ​ໄດ້​ຮັບ​ຊາບ, ຂໍ​ໃຫ້​ຊາວ​ບ້ານ​ໃນ​ໜ່ວຍ 3, ໜ່ວຍ 4 ແລະ ໜ່ວຍ 5 ​ພາ​ກັນໄປ​ປະ​ຊຸມ​​ຢູ່​ຫ້ອງ​ການ​ບ້ານ​ໃນ​ເວ​ລາ 7 ໂມງ​ເຊົ້າ​ມື້​ອື່ນ​ເດີ້.

​ການປະ​ຊຸມ​ແບບ​ເຊີ່ງ​ໜ້າ​ກັນ, ເປັນ​ຮູບ​ແບບ​ການ​ປະ​ຊຸມ​ຂັ້ນ​ຮາກ​ຖານ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ພະ​ນັກ​ງານ​ບ້​​ານ ​ແລະ​ຊາວ​ບ້ານ​ທັງຫຼາຍ​ນັ່ງ​ລົມ​ກັນ, ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຊາວ​ບ້ານ ເພື່ອ​ແກ້​ໄຂ​ບັນ​ຫາ​.

ຄວາ​ມ​ເຫັນ​ຂອງ​ຊາວ​ບ້ານ​ໄດ້​ຖືກ​ບັນ​ທຶກ​ໄວ້​, ແຕ່​ກໍ່​ຍັງ​ບໍ່​ພໍ. 4 ປີ​ຜ່ານ​ມາ, ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ທ່ານ​ລູ້​​ຢຸ້ຍ​ຢ໋າງ​ໄດ້​ຍ່າງ​ໄປ​ຮອດ​ທຸກ​ຈອກ​ທຸກແຈ​ຂອງ​ບ້ານ, ໄປ​ຢ້ຽມ​ຢາມ​ທຸກ​ຄອບ​ຄົວ​ໃນ​ບ້ານ, ​ໄປ​ເກັບ​ກຳ​ຕົວ​ເລກ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ທຸກ​ຄົນ​ໄວ້​ເປັນ​ສຳ​ເນົາ ເພື່ອ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ​ທີ່​ແນ່ນອນ. ນີ້​ເປັນ​ແບບ​ແຜນ​ວິ​ທີເຮັດ​ວຽກ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ປະ​ດິດ​ສ້າງ​ໃໝ່​ຂອງ​ຈີນ, ນັ້ນ​ກໍ​ຄື: ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ​ທີ່​ແນ່ນອນ.

ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ​ທີ່​ແນ່ນອນ ກໍ​ແມ່ນ​ອີງ​ໃສ່​ສະ​ພາບ​ຕົວ​ຈິງ. ໂດຍ​ອີງ​ຕາມ​ສະ​ພາບ​ການ​ຂອງ​ບ້​ານ​ເຊ້ຍ​ເຈ່ຍ​ມ້ຽວ, ທ່ານ​ລູ້​​ຢຸ້ຍ​ຢ໋າງ​ໄດ້​ຕັດ​ສິນ​ໃຈ​ຈະ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​​ລວມ​ໝູ່ ແລະ ນຳ​ພາ​ທົ່ວ​ບ້ານ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ. ເຂົາ​ເຈົ້າ​ໄດ້​ປູກ​ຕົ້ນ​ໄມ້​ຢູ່​ຕາມ​ດິນ​ເຮື້ອ, ປູກ​ໝາກ​ໝາດ​ຢູ່​ເທິງ​ພູ, ປູກ​ຕົ້ນ​ຢິນ​ຊິ້ງ​ຢູ່​ເນີນ​ພູ ແລະ ລ້ຽງ​ສັດ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່, ຍັງ​ໄດ້​ປູກ​ຜັກ ແລະ ປູກ​ໝາກ​ເຜັດ​ຢູ່​ບ່ອນ​ດິນ​ຊຸມ. ການຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ດ້ວຍ​ການ​ພັດ​ທະ​ນາ​ອຸ​ດ​ສາ​ຫະ​ກຳ​ໄດ້​ປ່ຽນ​ແປງ​ສະ​ພາບ​ການ​ປູກ​ຝັງ​ແບບ​ກະ​ແຈ​ກະ​ຈາຍ​ຂອງ​ຊາວ​ບ້ານ. ​ເມື່ອມີ​ອຸດ​ສາ​ຫະ​ກຳ​ກະ​ສິ​ກຳ​ພິ​ເສດ​ຂອງ​ຕົນ​ແລ້ວ, ພູ​ຂຽວ​ນ້ຳ​ໃສ​ຂອງ​ບ້ານ​ເຊ້ຍ​ເຈ່ຍ​ມ້ຽວ​ກໍ່ໄດ້​ກາຍ​ເປັນ​ພູ​ເງິນ​ພູ​ຄຳ​.

ສະ​ບາຍ​ດີ, ຂ້າ​ພະ​ເຈົ້າ​ແມ່ນ​ເລ​ຂາ​ບ້ານ​ເພື່ອຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ, ມື້​ນີ້, ຂ້າ​ພະ​ເຈົ້າ​ໄດ້​ນຳ​ເອົາ​ສິ່ງ​ດີໆ​ມາ​ສະ​ເໜີ​ໃຫ້​ພວກ​ທ່ານ​ໄດ້​ຮັບ​ຮູ້, ນັ້ນ​ກໍ​ແມ່ນ​ກັບ​ຂອງ​ຕ້ອນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ມາ​ຈາກ​ບ້ານ​ເຊ້ຍ​ເຈ່ຍ​ມ້ຽວ.

ທ່ານ​ລູ້​ຢຸ້ຍ​ຢ໋າງ​ພວມ​ໄລ​ສົດ​ໂຄ​ສະ​ນາ​ຂາຍ​ສິນ​ຄ້າ. ໂດຍ​ຜ່ານ​ຈາກ​ອິນ​ເຕີ​ເນັດ, ທ່ານ​ໄດ້​ໂຄ​ສະ​ນາ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ປອດ​ສານ​ພິດ​ຂອງ​ບ້ານ​ເຊ້ຍ​ເຈ່ຍ​ມ້ຽວ​ໄປ​ສູ່​ທົ່ວ​ໂລກ. ຢູ່​​ປະ​ເທດຈີນ, ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ. ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ຜ່ານ​ທຸ​ລະ​ກິດ​ເອກ​ເລັກ​ໂຕ​ຣ​ນິກ, ໄດ້​ຊ່ວຍ​ຊຸກ​ຍູ້​ຊາວ​ກະ​ສິ​ກອນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ໃຫ້​ສາ​ມາດ​ເຊື່ອມ​ຕໍ່​ກັບ​ໂລກ​ພາຍນອກ​ໄດ້.

ໃນ​ບໍ່​ເທົ່າ​ໃດ​ປີ​ສັ້ນໆ, ບ້ານ​ເຊ້ຍ​ເຈ່ຍ​ມ້ຽວ​ກໍ​ໄດ້​ເຮັດ​ສວນໝາກ​ໝາດ​ໃນ​ເນື້ອ​ທີ່ 34 ເຮັກ​ຕາ, ຕົ້ນ​ຢິນ​ຊິ້ງ 10 ເຮັກ​ຕາ ແລະ ຜັກເກືອບ 10 ເຮັກ​ຕາ. ຍອດ​ມູນ​ຄ່າ​ຈຳ​ໜ່າຍ​ຂອງ​ບໍ​ລິ​ສັດ​ເສດ​ຖະ​ກິດ​ລວມ​ໝູ່​ຂອງ​ບ້ານ​ແຫ່ງ​ນີ້​ມີ​ຫຼາຍກວ່າ 2 ລ້ານຢວນ, ຊາວ​ບ້ານ​ມີ​ລາຍ​ຮັບ 1 ລ້ານຢວນ, ໄດ້​ສ້າ​ງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ບ້ານ 100 ຕຳ​ແໜ່ງ​ງານ, ຊາວ​ບ້ານ​ຈຳ​ນວນຫຼາຍ​ບໍ່​ຕ້ອງ​ອອກ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ​ອີກ​ແລ້ວ. ປີ 2018, ບ້ານ​ເຊ້ຍ​ເຈ່ຍ​ມ້ຽວ​ໄດ້​ສ້າງ​ສູນ​ບໍ​ລິ​ການ​ຢູ່​ໃຈ​ກາງ​ບ້ານ ເຊິ່ງ​ໄດ້​ໃຫ້​ການ​ບໍ​ລິ​ການ​ດ້ານ​ການ​ປິ່ນ​ປົວ ແລະ ຊີ​ວິດ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ​ໃຫ້​ແກ່​ຊາວ​ບ້ານ​ທັງຫຼາຍ.

ຄວາມ​ຫວັງ​ຂອງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​​ໄດ້​ມອບ​ໃຫ້​ຄົນ​ລຸ້ນ​ຕໍ່​ໄປ, ຄວາມ​ຮູ້​ເປັນ​ໂອ​ກາດ​ທີ່​ດີ​ທີ່​ສຸດ​ເພື່ອ​ປ່ຽນ​ແປງ​ຊາ​ຕາ​ກຳ​ຂອງ​ພວ​ກ​ເຂົາ​ເຈົ້າ.

ຊົນ​ນະ​ບົດ​ຂາດ​ເຂີນ​ຊັບ​ພະ​ຍາ​ກອນ​ການ​ສຶກ​ສາຫຼາຍ, ນັກ​ຮຽນ​ຊົນ​ນະ​ບົດ​ກໍ​ຂາດ​ໂອ​ກາດ​ໄປ​ຊອກ​ຮູ້​ໂລກ​ພາຍນອກ, ທ່ານ​ລູ້​ຢຸ້ຍ​ຢ໋າງ​ໄດ້​ສ້າງ​ຫໍ​ສະ​ໝຸດໃຫ້​ກັບເຂົາ​ເຈົ້າ. ກາ​ນ​ສຶກ​ສາ​ທາງ​ໄກ​ກໍ​ໄດ້​ຈະ​ເລີນ​ຂຶ້ນ​ຢູ່​ຕາມ​ຊົນ​ນະ​ບົດ, ໂດຍ​ຜ່ານ​ຈາກ​ໜ້າ​ຈໍ​ໃນ​ຫ້ອງ​ຮຽນ, ເດັກ​ນ້ອຍ​ຊົນ​ນະ​ບົດ​ກໍ​ສາ​ມາດ​​ຊົມ​ໃຊ້​ຊັບ​ພະ​ຍາ​ກອນ​ການ​ສຶກ​ສາ​ທີີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ.

ປີ 2019, ອາ​ຍຸ​ການ​ປະ​ຈຳ​ຢູ່​ບ້ານ​ລູ້​ຢຸ້ຍ​ຢ໋າງ​ເປັນ​ເວ​ລາ 2 ປີ ກໍ່​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ແຕ່​ທ່ານ​ພັດ​ຢາກ​​ສືບ​ຕໍ່ປະ​ຈຳ​ການ​ຢູ່​ບ້ານ​ນີ້​ຕໍ່​ໄປ.

ຂ້າ​ພະ​ເຈົ້າເຄີຍ​ເຫັນ​ວ່າ: ຊາວ​ບ້ານ​ທັງຫຼາຍ​ຈະ​ຂາດ​ຂ້າ​ພະ​ເຈົ້າ​ບໍ່​ໄດ້, ​ແຕ່​ດຽວ​ນີ້, ພັດ​ມີ​ຄວາມ​ຮູ້​ສຶກວ່າ: ຂ້າ​ພະ​ເຈົ້າ​ຂາດ​ຊາວ​ບ້ານ​ບໍ່​ໄດ້. ເມື່ອ​ເຈົ້າ​ເຮັດ​ເລື່ອງ​​ດີໆ​ເລື່ອງໜຶ່ງ​ດົນ​ແລ້ວ, ອາດ​ຈະ​ກາຍ​ເປັນ​ຄວາມ​ຊິນ​ເຄີຍ​ຂອງ​ຕົນ, ​ດິນ​ແດນແຫ່ງ​ນີ້​ໄດ້​ກາຍ​ເປັນສ່ວນ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ແລະ ເປັນ​​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ.

ປັດ​ຈຸ​ບັນ, ບ້ານ​ເຊ້ຍ​ເຈ່ຍ​ມ້ຽວ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນຫຼັງ​ມື. ຢູ່​ປະ​ເທດ​ຈີນ, ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ​ໄດ້​ປ່ຽນ​ແປງ​ຊາ​ຕາ​ກຳ​ຂອງ​ປະ​ຊາ​ກອນ​ຈີນຫຼາຍ​ຮ້ອຍ​ລ້ານ​ຄົນ.

ປີ 2020, ຈີນ​ໄດ້​ປະ​ກາດ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທັງ​ໝົດ, ນີ້​ແມ່ນ​ຜົນ​ງານ​ຂອງ​ຈີນ, ແຕ່​ກໍ່ແມ່ນ​ຄວາມ​ອັດ​ສະ​ຈັນ​ສຳ​ລັບ​ໂລກ. ຢູ່​ເບື້ອງຫຼັງ​ຂອງ​ຄວາມ​ອັດ​ສະ​ຈັນ​ດັ່ງ​ກ່າວ, ແມ່ນ​ພະ​ນັກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ 3 ລ້ານ​ຄົນ​ທີ່​ເຮັດ​ວຽກ​ຄື​ກັນ​ກັບ​ທ່ານ​ລູ້​ຢຸ້ຍ​ຢ໋າງ, ພວກ​ເຂົາ​ເຈົ້າ​ໄດ້​ຈາກ​ຕົວ​ເມືອງ​ມຸ່ງ​ໜ້າ​ໄປ​ສູ່​ຊົນ​ນະ​ບົດ, ຊ່ວຍ​ປະ​ຊາ​ຊົນ​ເຂດ​ຫ່າງ​ໄກ​ສອກຫຼີກຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ​ດ້ວຍ​ຄວາມ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ ແລະ ດ້ວຍສະ​ຕິ​ປັນ​ຍາ​ຂອງ​ຕົນ.

ຄຳ​ເຫັນ

0