尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຫດ​​ການຍິງກັນ​ຢ່າງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ເຮັດ​ໃຫ້​ຄົນໝົດ​ຫວັງ

2021-12-08 17:16:35 cri

ເຫດ​​ການຍິງກັນ​ຢ່າງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ເຮັດ​ໃຫ​ຄົນໝົດ​ຫວັງ_fororder_c83d70cf3bc79f3d508e664163534418738b2954

      ວັນ​ທີ 1 ທັນ​ວາ​ນີ້, ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ອ໋ອກ​ສ​​ຟອດ​ລັດ​ມິ​ຊີ​ແກນຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ຄະ​ດີ​ຍິງ​​ກັນ​ເສຍ​ຊີ​ວິດ​ທີ່​ສະ​ເທືອນ​​ໄປ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ເຫດ​ການ​ໜຶ່ງ, ທ້າວ​ ​ອີ​ທານ ຄຳ​ບ​ລີ ນັກ​ຮຽນ​ ມ. ປາຍ​​ປີ​ທີ 2 ທີ່​ມີ​ອາ​ຍຸພຽງ 15 ປີ​ໄດ້​ຍິງ​ນັກ​ຮຽນເສຍ​ຊີ​ວິດ 4 ຄົນ​, ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ເຮັດ​ໃຫ້ 8 ຄົນ​ໄດ້​ຮັບ​ບາດ​ເຈັບ. ອາ​ວຸດ​ທີ່​ມື​ປືນ​ໃຊ້​ໃນ​ການ​ກໍ່​ເຫດ​ແມ່ນຂອງ​ຂວັນ ​ວັນ​ຄ​ຣິ​ສ໌​​​ມາ​ສ​ທີ່​ພໍ່​ແມ່​ຊື້​ເປັນ​ຂອງ​ຂວັນ​ໃຫ້​ລາວ​ລ່ວ​ງ​ໜ້າ, ໃນ 4 ວັນ​ກ່ອນ​ເກີດ​ເຫດ, ແມ່​ຂອງ​ທ້າວ ອີ​ທານ ຄຳ​ບ​ລີ ຍັງ​ເຄີຍ​ໄດ້​​ພິມ​ບົດ​ຄວາມ​​ລົງ​ໃນສື່​ສັງ​ຄົມ​ອອນ​ລາຍ​ວ່າ:ສອງ​ພໍ່​ລູກ​ກຳ​ລັງ​ທົດ​ລອງ​ຂອງ​ຂວັນ​ວັນ​ຄ​ຣິ​ສ໌​ມາ​ສ​ທີ່​ຊື້​ມາ​ໃໝ່.

      ແຕ່​ວ່າ,ເມື່ອ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ສ່ວນ​ຫຼາຍ​ໄດ້​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​ຊຶ້ງ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​​ດັ່ງ​ກ່າວ​ແລ້ວ,ທ່ານ ​ໂທ​ມັ​ສ ມັ​ສ​ຊີ ສະ​ມາ​ຊິກ​ພັກ​ຣີ​ພັບບ​ຣີ​ກັນຂອງ​ລັດຄັນ​ຕັກ​ກີ​​ອາ​ເມ​ຣິ​ກາ​ພັດ​ໄດ້​ໂພ​ສ​ຮູບ​ຖ່າຍ​ລວມ​ຂອງ​ຄອບ​ຄົວຕົນ​ໃນ​ວັນ​ຄ​ຣິ​ສ​ມາ​ສ​ແຜ່ນ​ໜຶ່ງ​ລົງ​ໃນ Twitter , ຢູ່​ໃນ​ຮູບ, ​ຈະ​ເຫັນ​ວ່າໃນ​ມື​ຂອງ​ແຕ່​ລະ​ຄົນ​ໃນ​ຄອບ​ຄົວ​ໂທ​ມັ​ສ​ມັ​ສ​ຊີ​ລ້ວນ​ແຕ່​ຖື​ປືນ​​ກະ​ບອກ​ໜຶ່ງ,ທັງ​ເຮັດ​ທ່າ​ທີ​ຍິ້ມ​ໃສ່​ກ້ອງ. ຢູ່​ລຸ່ມ​​ຮູບ​ຍັງ​​ຂຽນ​ຂໍ້​ຄວາມ​ປະ​ກອບ​ຮູບ​ວ່າ: ແມ​ຣີ​ຄ​ຣິ​ສ​​ມາ​ສ! ​ຊັນ​ຕາ​ຄ​ລອ​ສ​ໃນ​ວັນ​ຄ​ຣີ​ສ​ມາ​ສ​ຈົ່ງ​ສົ່ງ​ລູກ​ປືນ​ມາ​ໃຫ້​ແດ່!

      ທີ່​ຈິງ​ແລ້ວ, ໃນ​ສາຍ​ຕາ​ນັກ​ການ​ເມືອງ​ບາງ​ທ່ານຂອງ​ອາ​ເມ​ຣິ​ກາ,ເຫດ​ການ​ຍິງ​ກັນ​ເສຍ​ຊີ​ວິດ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ແມ່ນ​ເລື່ອງ​ທຳ​ມະ​ດາ​​ທີ່​ສຸດ​ແລ້ວ.
ເຫດ​​ການຍິງກັນ​ຢ່າງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ເຮັດ​ໃຫ​ຄົນໝົດ​ຫວັງ_fororder_ca1349540923dd541c83642b08fb3ad79e8248f9

      ທ່ານ ໂທ​ມັ​ສ ມັ​ສ​ຊີ​ ບໍ່​ແມ່ນ​ນັກ​ການ​ເມືອງ​ພຽງ​ຄົນ​ດຽວ​ທີ່​ໂພ​ສ​ຮູບ​​ຖ່າຍ​ລວມຄອບ​ຄົວ​​ທີ່​ແຕ່​ລະ​ຄົນ​ຖື​ປືນ​ກະ​ບອກ​ໜຶ່ງໃນ​ວັນ​ຄ​ຣິ​ສ​ມາ​ສ. ​ກ່ອນ​ວັນ​ຄ​ຣິ​ສມາ​ສໃນ​ປີ 2015, ​ທ່ານນາງ ​ມີ​ສ​ເຕຍ ຟີ​ໂອ​ຣີ ສະ​ມາ​ຊິກ​ສະ​ພາ​ຕ່ຳເພດ​ຍິງ​ລັດເນ​ວາ​ດາ​ກໍ່​ເຄີຍ​ໄດ້​ໂພ​ສ​ຮູບ​ຖ່າຍ​​ລວມ​ຄອບ​ຄົວ​ທີ່​ແຕ່​ລະ​ຄົນ​ມື​ຖື​ປືນ​ຄົນ​ລະ​ກະ​ບອກ​ໃນ​ວັນ​ຄ​ຣີ​ສ​ມາ​ສ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ,ພ້ອມ​ທັງ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​​ສິດ​ຖື​ຄອງ​ແລະ​ນຳ​ໃຊ້​ປືນ.

      ອັນ​ທີ່​ແຕກ​ຕ່າງ​ກັນ​ກັບ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ທັງ​ຫຼາຍທີ່​ມັກ​ໂອ້ອວດ​ດ້ວຍ​ການ​ຖື​ປືນ​ສະ​ຫຼອງວັນ​ຄ​ຣີ​ສ​ມາ​ສ​ຢ່າງ​ມ່ວນ​ຊື່ນ​ນັ້ນ​ແມ່ນ​ຮູບ​ພາບ​ແຜ່ນ​ໜຶ່ງ​ຢູ່​ສື່​ສັງ​ຄົມ​ອອນ​ລາຍ​ຄື: ຢູ່​ສະ​ຖານ​ທີ່​ໄວ້​ອາ​ໄລ​ຫຼັງ​ເກີດເຫດ​ຍິງ​​ກັນ​ຢູ່​ໂຮງ​ຮຽນ​​ດີ​ທ​ຣອຍ, ນັກ​ຮຽນ​ຍິງ​ຜູ້​ໜຶ່ງ​ທີ່​ລອດ​ຊີ​ວິດ​ໃນ​ເຫດ​ການ​ຍິງ​ກັນ​ດັ່ງ​ກ່າວທັງໄຫ້​ທັງ​ມີ​ນ້ຳ​ຕາ​ທັງ​ຊູ​ປ້າຍ​ເຈ້ຍ​ແຜ່ນ​ໜຶ່ງ,ຢູ່​ເທິງ​ປ້າຍ​ເຈ້ຍ​ມີ​ຂໍ້​ຄວາມ​ທີ່​ຂຽນ​ວ່າ: “ຖ້າ​ຂ້ອຍ​ເສຍ​ຊີ​ວິດ​ໃນ​ເຫດ​ຍິງ​ກັນ​ຢູ່​ໂຮງ​ຮຽນ,ຂໍ​​ໃຫ້​ດອຍ​ສົບ​ຂອງ​ຂ້ອຍ​ຢູ່​ເທິງ​ຂັ້ນ​ໄດ​ຂອງ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ”,ຜູ້​ສາວ​ຄົນ​ນີ້​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ສົມ​ຄວນເຕີບ​ໃຫຍ່​ຢ່າງ​ມ່ວນ​ຊື່ນ​ພັດ​ຕ້ອງ​ເປັນ​ຫ່ວງ​ວ່າ​ຕົນ​ຈະ​ເສຍ​ຊີ​ວິດ​ແບບ​ບັງ​ເອີນ​ໃນ​ເຫດ​ຍິງ​​ກັນ​ຢ່າງ​ຮ້າຍ​ແຮງ,ເຮັດ​ໃຫ້​ຄົນ​ຮູ້​ສຶກ​ທໍ້​ຖອຍ​ໃຈ​ແລະ​ເສົ້າ​ໃຈ.
ເຫດ​​ການຍິງກັນ​ຢ່າງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ເຮັດ​ໃຫ​ຄົນໝົດ​ຫວັງ_fororder_cefc1e178a82b901afe74bedab7f207e3b12efa7

      ​ປ້າຍ​ເຈ້ຍ​ເພື່ອ​ຮ້ອງ​ຟ້ອງ​ແບບ​ບໍ່​ມີ​ສິດ​ມີ​ສຽງ​ຂອງ​ຜູ້​ສາວ​ອາ​ເມ​ຣິ​ກາ​ໃນ​ຄະ​ດີ​ຍິງ​ກັນ​ຈົນ​ເສຍ​ຊີ​ວິດ​ແລະ​ຮູບ​ພາບ​ຖ່າຍ​ລວມ​ໝົດ​ຄອບ​ຄົວ​ທີ່​ແຕ່​ລະ​ຄົນ​ຖື​ປືນ​ຄົນ​ລະ​ກະ​ບອກຂອງ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ເພື່ອ​ສະ​ຫຼອງວັນ​ຄ​ຣິ​ສ​ມາ​ສ,ເປັນ​ປະ​ກົດ​ການ​ທີ່​ສ້າງ​ຄວາມ​ແຕກ​ແຍກ​ກັນ​​ໃນ​ສັງ​ຄົມ​ທັງ​ເປັນ​ເລື່ອງ​ຕະ​ຫຼົກ​​ທີ່ເຮັດ​ໃຫ້​ຄົນຮູ້​ສຶກ​ຢາກ​ສຽດ​ສີ. ສ່ວນ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ທີ່​ໝົດ​ຫົນ​ທາງ​ແກ້​ໄຂ,​ໝົດ​ຫວັງ​ແລະ​ບໍ່​ມີ​ສິດ​ມີ​ສຽງໃນ​ເຫດ​ການ​ຍິງ​​ກັນດ້ວຍ​ຄວາມ​ຮຸນ​ແຮງ. ກໍ່​ຈຳ​ເປັນ​ຕ້ອງ​ຍອມ​ຮັບ​ຊາ​ຕາ​ກຳ​ທີ່​ອາດ​ຈະ​ເສຍ​ຊີ​ວິດ​​ຍ້ອນ​ການ​ຍິງ​ກັນ​ທີ່​ມັກ​ເກີດ​ຂຶ້ນ​ເລື້ອຍໆ​ໃນ​ສັງ​ຄົມ​ອາ​ເມ​ຣິ​ກາ.ຜູ້​ທີ່​ເສຍ​ຊີ​ວິດ​ຍ້ອນ​ການ​ຍິງ​ກັນ​ຜູ້​ຕໍ່​ໄປ​ຈະ​ແມ່ນ​ໃຜຍັງ​ບໍ່​ມີ​ໃຜ​ຮູ້.

      ການ​ເອົາ​ປືນ​ແລະ​ຄະ​ດີ​ຍິງກັນ​ຈົນ​ເສຍ​ຊີ​ວິດ​ຢູ່ໂຮງ​ຮຽນ​ເປັນ “ຂອງ​ຂວັນ​ສຳ​ລັບ​ວັນ​ຄ​ຣິ​ສ​​ມາ​ສ”ແມ່ນ​ເລື່ອງ​ທີ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຄິດ​ຢາກ​​ໃຫ້​ເກີດ​ຂຶ້ນ​ບໍ່? ​ຄິ​ດ​ວ່າອາ​ເມ​ຣິ​ກາ​ຄວນ​​ທົບ​ທວນຕົນ​ເອງ​ຄືນ​ໃໝ່​ຢ່າງ​ເລິກ​ເຊິ່ງ​ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ບໍ່​ເພິ່ງ​ປາ​ຖະ​ໜາ​ນີ້.

ຄຳ​ເຫັນ

0