何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ:ການ​ທີ່​ທຸກ​ຄົນ​ສາ​ມາດ​ຊົມ​ໃຊ້​ສິດ​ທິ​ມະ​ນຸດ ແມ່ນ​ຄວາມ​ມຸ່ງ​ມາ​ດ​ປາ​ຖະ​ໜາ​ຮ່ວມ​ຂອງ​ສັ​ງ​ຄົມ​ມະ​ນຸດ

2021-12-09 10:36:41 CRI

ການ​ທີ່​ທຸກ​ຄົນ​ສາ​ມາດ​ຊົມ​ໃຊ້​ສິດ​ທິ​ມະ​ນຸດ ແມ່ນ​ຄວາມ​ມຸ່ງ​ມາ​ດ​ປາ​ຖະ​ໜາ​ຮ່ວມ​ຂອງ​ສັ​ງ​ຄົມ​ມະ​ນຸດ_fororder_南南人权论坛

ວັນ​ທີ 8 ທັນ​ວາ​ນີ້, ກອງ​ປ​ະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​ສິດ​ທິ​ມະ​ນຸດ​ໃຕ້​ໃຕ້2021 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ພາຍ​ໃຕ້​ຫົວ​ຂໍ້ທີ່​ວ່າ “ຖື​ປະ​ຊາ​ຊົນ​ໄວ້​ຢູ່​ໃນ​ຖາ​ນະ​ສູງກວ່າ​ໝູ່ ແລະ ການ​ບໍ​ລິ​ຫານ​ສິດ​ທິ​ມະ​ນຸດ​ໃນທົ່ວ​ໂລກ”. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ຕໍ່​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ.

 

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ສິດ​ທິ​ມະ​ນຸດ​ແມ່ນ​ຂີດ​ໝາຍ​ແຫ່ງ​ຄວາມ​ກ້​າວ​ໜ້າ​ດ້ານ​ຄວາມ​ສິ​ວິ​ໄລ​ຂອງມວນ​ມະ​ນຸດ. ການ​ຖະ​ນຸ​ຖະ​ໜອມ ແລະ ຮັກ​ສາ​ຊີ​ວິດ​ ຄ່າ​ນິ​ຍົມ ແລະ ກຽດ​ສັກ​ສີຂອງ​ຄົນ, ​ທຸກ​ຄົນ​ສາ​ມາດ​ຊົມ​ໃຊ້​ສິດ​ທິ​ມະ​ນຸດ, ແມ່ນ​ຄວາມ​ມຸ່ງ​ມາ​ດ​ປາ​ຖະ​ໜາ​ຮ່ວມ​ຂອງ​ສັ​ງ​ຄົມ​ມະ​ນຸດ. ການ​ຍຶດ​ໝັ້ນ​ຖື​ເອົາ​ປະ​ຊາ​ຊົນ​ໄວ້​ຢູ່​ໃນ​ຖາ​ນະ​ສູງກວ່າ​ໝູ່, ຖື​ເອົາ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມເປັນ​ເປົ້າ​ໝາຍ​ສູ້​ຊົນ, ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຍຸກ​ສະ​ໄໝ​ມອບ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ໂລກ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ພັກ​ກອມ​ມູ​ນິດ​ຈີນ​ເປັນ​ພັກ​ການ​ເມືອງ​ທີ່​ເຄົາ​ລົບ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຈີນ​ຍຶດ​ໝັ້ນ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຖື​ເອົາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ໄວ້​ຢູ່ໃນ​ຖາ​ນະ​ສູງກວ່າ​ໝູ່, ຊຸກ​ຍູ້​ວຽກ​ງານ​ສິດ​ທິ​ມະ​ນຸດ​ດ້ວຍ​ການ​ພັດ​ທະ​ນາ, ຊຸກ​ຍູ້​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນໃນ​​ທຸກ​ຂັ້ນ​ຕອນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ເສ​ລີ ແລະ ຮອບ​ດ້ານ​ຂອງ​ຄົນ, ໄດ້​ບຸກ​ເບີກ​ເສັ້ນ​ທາງ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ທີ່​ສອ​ດ​ຄ່ອງ​ກັບ​ກະ​ແສ​ລວມ​ຂອງ​ຍຸກ​ສະ​ໄໝ​ຢ່າງ​ສຳ​ເລັດ​ຜົນ, ຊຸກ​ຍູ້​ພາ​ລະ​ກິດ​ສິ​ດ​ທິ​ມະ​ນຸດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ,

ປະ​ຊາ​ຊົນ​ຈີນ 1,4 ຕື້ກວ່​າ​ຄົນ​ມີ​ຄວາມ​ຮູ້​ສຶກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ, ມີ​ຄວາມ​ຮູ້​ສຶກ​ທີ່​ມີ​ຄວາມ​ຜາ​ສຸກ ແລະ ມີ​ຄວາມ​ຮູ້​ສຶກ​ປອດ​ໄພ​ໃນ​ດ້ານ​ການ​ປົກ​ປ້​ອງ​ສິດ​ທິ​ມະ​ນຸດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພຶດ​ຕິ​ກຳ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ສິດ​ທິ​ມະ​ນຸດ​ມີ​ຄວາມຫຼາກຫຼາຍ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຄວນ ​ແລະ ​ສາ​ມາດ​ເລືອກ​ເອົາ​ເສັ້ນ​ທາງ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ທີ່​ສອດ​ຄ່ອງ​ກັບ​ສ​ະ​ພາບ​ການ​ຂອ​ງ​ປະ​ເທດ​ຕົນ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ພວມ​ພັດ​ທະ​ນາທັງຫຼາຍ, ເຊີດ​ຊູ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ,ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ແຮງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພາ​ລະ​ກິດ​ສິດ​ທິ​ມະ​ນຸດ​ສາ​ກົນ​ຢ່າງ​ປ​ອດ​ໃສ.

ຄຳ​ເຫັນ

0