ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 7 ທັນວານີ້, ກະຊວງປ້ອງກັນປະເທດອິສຣາແອນໄດ້ປະກາດວ່າ: ຜ່ານການກໍ່ສ້າງເປັນເວລາ 3 ປີປາຍ, ກຳແພງປ້ອງກັນອັດສະລິຍະທີ່ຢູ່ເຂດກາຊາໄດ້ສ້າງສຳເລັດແລ້ວ. ກຳແພງດັ່ງກ່າວຍາວ 65 ກິໂລແມັດ ເຊິ່ງແບ່ງອອກເປັນສອງພາກສ່ວນ ຄືພາກສ່ວນເທິງພື້ນດິນ ແລະພາກສ່ວນໃຕ້ດິນ. ຢູ່ຕາມກຳແພງໄດ້ຕິດຕັ້ງກ້ອງວົງຈອນປິດຫຼາບຮ້ອຍໜ່ວຍ, ລະບົບຣາດາ ແລະເຄື່ອງສຳຜັດທາງໄກ. ນອກນີ້, ກຳແພງປ້ອງກັນຍັງໄດ້ຂະຫຍາຍຍາວອອກໄປຮອດທະເລ ເຊິ່ງໄດ້ຕິດຕັ້ງລະບົບເຝົ້າສັງເກດຜູ້ລັກລອບຂ້າມຊາຍແດນທາງທະເລ ແລະລະບົບອາວຸດທີ່ສາມາດຄວບຄຸມຈາກທາງໄກໄດ້.
ຄຳເຫັນ
0