尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເມື່ອການ​ປຸ້ນ​ຈີ້​ແລະ​ການ​ຄ້າ​​ຂາຍຢາ​ເສບ​ຕິດ​ກາຍ​ເປັນ​ເລື່ອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຈຶ່ງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຖອຍ​ຫຼັງ​​ໄວ​ຂຶ້ນ

2021-12-10 16:36:43 cri

ເມື່ອການ​ປຸ້ນ​ຈີ້​ແລະ​ການ​ຄ້າ​​ຂາຍຢາ​ເສບ​ຕິດ​ກາຍ​ເປັນ​ເລື່ອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຈຶ່ງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຖອຍ​ຫຼັງ​​ໄວ​ຂຶ້ນ_fororder_b21bb051f8198618143d837c99ab90748ad4e69a

      ເມື່ອການ​ປຸ້ນ​ຈີ້​ແລະ​ການ​ຄ້າ​ຂາຍຢາ​ເສບ​ຕິດ​ກາຍ​ເປັນ​ເລື່ອງ​ທີ່ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຈະ​ເກີດ​​ຫຍັງ​ຂຶ້ນ? ເລື່ອງ​ຈິງ​ທີ່​ເກີດ​ຂຶ້ນ​ຢູ່​ລັດຄາ​ລີ​ຟໍ​ເນຍ​ຂອງ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ຄຳ​ຕອບ​ຕໍ່​ກັບ​ບັນ​ຫາ​ນີ້.

      ໃນ​ເດືອນ​ພະ​ຈິກ​ທີ່​ຫາ​ກໍ່​ຜ່ານ​ພົ້ນ​ໄປ, ຮ້ານ​ຂາຍ​ກັນ​ຊາ​ຫຼາຍກວ່າ 15 ແຫ່ງ​ຢູ່​ເມືອງ​ໂອກ​ແລນ​ລັດ​ຄາ​ລີ​ຟໍ​ເນຍ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຖືກ​ໂຈນ​ປຸ້ນ​ຈີ້, ​ໂຈນ​ກຸ່ມ​ໜຶ່ງ​ໄດ້​ຍິງ​ປືນ 175 ນັດໃສ່​ເຈົ້າ​ຂອງ​ຮ້ານ,ຈີ້​ເອົາ​ຢາ​ເສບ​ຕິດ​ທີ່​ມີ​ມູນ​ຄ່າ​ປະ​ມານ 5 ລ້ານ​ໂດ​ລາ​ສະ​ຫະ​ລັດ​ແລ້ວ​​ລົບ​ໜີ​ໄປ. ຮ້ານBluntsandMoore ກໍ່​ແມ່ນ​ໜຶ່ງ​ໃນ​ຮ້ານ​ທີ່​ຖືກ​ໂຈນ​ປຸ້ນ, ເຈົ້າ​ຂອງ​ຮ້ານ​ນີ້​ເວົ້າ​ວ່າ:ຕາມ​ທີ່ລາວ​ໄດ້​ຮູ້​ຍັງ​ມີ​ຮ້ານ​ຂາຍ​ປາ​ເສບ​ຕິດ 25 ແຫ່ງ​ຖືກ​ໂຈນ​ປຸ້ນ.
ເມື່ອການ​ປຸ້ນ​ຈີ້​ແລະ​ການ​ຄ້າ​​ຂາຍຢາ​ເສບ​ຕິດ​ກາຍ​ເປັນ​ເລື່ອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຈຶ່ງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຖອຍ​ຫຼັງ​​ໄວ​ຂຶ້ນ_fororder_20211206122205238

      ປີ 2014, ລັດ​ຄາລີ​ຟໍ​ເນຍ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຮອງ​ຮ່າງກົດ​ໝາຍ​ສະ​ບັບ​ທີ 47 ໂດຍ​ໄດ້​ກຳ​ນົດ​ວ່າ:​ຜູ້​ກໍ່​ອາ​ຊະ​ຍາ​ກຳ​ທີ່​ປຸ້ນ​ຊັບ​ສິນ​ທີ່​ມີ​ມູນ​ຄ່າ​ຕ່ຳ​ກວ່າ 950 ໂດ​ລາ​ສະ​ຫະ​ລັດ​ນັ້ນ​ສາ​ມາດຫຼຸດໂທດ​ໜັກ​ໃຫ້​ກາຍ​ເປັນ​ເບົາ​ໄດ້,ອາ​ຍຸ​ການຂັງ​ຄຸກ​ຂອງ​ຜູ້​ຕ້ອງ​ໂທ​ດ​ຈະ​ບໍ່​ຫຼາຍກວ່າ 6 ເດືອນ ຫຼື ຈ່າຍ​ເງິນ​ປັບ​ໃໝ 1 ພັນ​ໂດ​ລາ​ສະ​ຫະ​ລັດ​ແລ້ວ​ກໍ​ຖື​ວ່າ​ໂທດ​ສິ້ນ​ສຸດ​ລົງ; ໃນ​ເດືອນ​ມີ​ນາ​ປີ​ນີ້, ນາງ ນານ​ຊີ ສ​ກິນ​ເນີ​ ສະ​ມາ​ຊິກ​ສະ​ພາ​ສູງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ສະ​ເໜີ​ຮ່າງ​ກົດ​ໝາຍ SB82 ທີ່​ເປັນ​ສະ​ບັບ​ປັບ​ປຸງ​​ມາ​ຈາກ​ກົດ​ໝາຍ​ສະ​ບັບ​ທີ 47, ຈະ​ປັບ​ໂທດ​ໜັກ​ຂອງ​ການ​ປຸ້ນ​ຈີ້​​ລົງ​ເປັນ​ໂທດເບົາ​ຊ່ຳ​ກັບ​ໂທດ​ຂີ້​ລັກ, ​ໄລ​ຍະ​ການ​ຂັງ​ຄຸກ​ສູງ​ສຸດ​ກໍ່​ໄດ້​​ຫຼຸດ​ລົງຈາກ 9 ປີເປັນ 1 ປີ.
ເມື່ອການ​ປຸ້ນ​ຈີ້​ແລະ​ການ​ຄ້າ​​ຂາຍຢາ​ເສບ​ຕິດ​ກາຍ​ເປັນ​ເລື່ອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຈຶ່ງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຖອຍ​ຫຼັງ​​ໄວ​ຂຶ້ນ_fororder_cda59c846a3a40d584d655a9fd44b711

      ສ່ວນ​ໃນ​ວັນ​ທີ 15 ທັນ​ວາ​ປີ 2020, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ເພດ​ຍິງ​ທ່ານ​ໜຶ່ງ​ຢູ່​ນະ​ຄອນ​ຊີ​ອາໂຕ​ຂອງ​ອາ​ເມ​ຣິ​ກາ​​ກໍ່ໄດ້​ສະ​ເໜີ​​ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ທີ່​ບໍ່​ໜ້າ​ເຊື່ອ​ສະ​ບັບ​ໜຶ່ງ​ຢູ່​ລັດ​ຖະ​ສະ​ພາ,​ຮ່າງ​ກົດ​ໝາຍ​ໄດ້​ລະ​ບຸ​ວ່າ:ຖ້າ​ຫາກນັກ​ປຸ້ນ​ຈີ້​ສາ​ມາດ​ຢັ້ງ​ຢືນ​ວ່າ:ຕົນ​ປຸ້ນ​ຈີ້​​ກໍ່​ເພື່ອ​ນຳ​ເງິນ​ມາ​ໃຊ້​ຈ່າຍ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ລະ​ດັບ​ຈຳ​ເປັນ,ຕົວ​ຢ່າງ​ຄື​ຊື້​ອາ​ຫານ,ຈ່າຍ​ຄ່າ​​ໄຟ​ຟ້າ​ແລະ​ອື່ນໆ,ດັ່ງ​ນັ້ນການ​ປຸ້​ນ​ຈີ້​ກໍ່​ຈະ​ບໍ່​ເປັນ​ການ​ກະ​ທຳ​ຜິດ​ກົດ​ໝາຍ.
ເມື່ອການ​ປຸ້ນ​ຈີ້​ແລະ​ການ​ຄ້າ​​ຂາຍຢາ​ເສບ​ຕິດ​ກາຍ​ເປັນ​ເລື່ອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຈຶ່ງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຖອຍ​ຫຼັງ​​ໄວ​ຂຶ້ນ_fororder_18eec19140254af1936ce099a011a45a

      ໃນ​ຖາ​ນະ​ເປັນ​ປະ​ເທດ​ບໍ​ລິ​ໂພກ​ຢາ​ເສບ​ຕິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ປະ​ຊາ​ກອນ​ທີ່​ເສບ​ຢາ​ເສບ​ຕິດ​ຢູ່​ອາ​ເມ​ຣິ​ກາ​ໄດ້​ກວມ 1 ສ່ວນ 6 ຂອງ​ປະ​ຊາ​ກອນ​ທັງ​ໝົດ​ຂອງ​ທົ່ວ​ປະ​ເທດ, ຍ້ອນ​ບໍ່​ສາ​ມາດ​ປາບ​ປາມ​ຢາ​ເສບ​ຕິດໄດ້​ຢ່າງ​ເຖິງ​ຖອງ​,ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ພັດ​ໄດ້​ຊຸກ​ຍູ້ໃຫ້​ການ​ເສບ​ຢາ​ເສບ​ຕິດ​​ເປັນ​ເລື່ອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ປັດ​ຈຸ​ບັນ, ຢູ່​ອາ​ເມ​ຣິ​ກາ​ໄດ້​ມີ​ອຳ​ນາດ​ການ​ປົກ​ຄອງ​​ບາງ​ລັດ​ໄດ້​ປະ​ກາດ​ວ່າ:​ປະ​ຊາ​ຊົນ​ຈະ​ສາ​ມາດ​ຊື້​ກັນ​ຊາ​ໄດ້​ຕາມ​ໃຈ​​ມັກ, ລັດ​ໂອ​ຣີ​ກອນ​ພັດ​ແຮ່ງ​ໄດ້​ອະ​ນຸ​ຍາດ​ໃຫ້​ຈຳ​ໜ່າຍ​ຢາ​ເສບ​ຕິດ​ປະ​ເພດ Ice, ເຮ​ໂລ​ອີນໃນ​ປະ​ລິ​ມານໜ້ອຍ.
ເມື່ອການ​ປຸ້ນ​ຈີ້​ແລະ​ການ​ຄ້າ​​ຂາຍຢາ​ເສບ​ຕິດ​ກາຍ​ເປັນ​ເລື່ອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຈຶ່ງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຖອຍ​ຫຼັງ​​ໄວ​ຂຶ້ນ_fororder_5742144646c84f5883dec7deebd0b43b

      ໃນ​ວັນ​ທີ 30 ພະ​ຈິກ​ປີ​ນີ້, ທ່ານ ບິວ ເດີ ບ​ລາ​ຊີ​ໂອ ເຈົ້າ​ຄອງ​​ນະ​ຄອນ​ນິວຢອກ​ໄດ້​ປະ​ກາດ​ວ່າ: ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ມີ​ຄວາມ​ສະ​ດວກ​ໃນ​ການ​ເສບ​ຢາ​ເສບ​ຕິດ, ນະ​ຄອນ​ນິວຢອກ​ຈະ​ເປີດ​​ສູນ​ຈຸດ​ສັກ​ຢາ​ເສບ​ຕິ​ດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ແຫ່ງ​ທຳ​ອິດ. ຢູ່​​ສູນດັ່ງ​ກ່າວ, ພວກ​ເສບ​ຢາ​ເສບ​ຕິດ​ສາ​ມາດ​ຊົມ​ໃຊ້​ເຂັມ​ສັກ​ຢາ​ທີ່​ສະ​ອາດ​ແລະ​ການ​ບໍ​ລິ​ການ​ທາງ​ສັງ​ຄົມ​ທີ່​ລັດ​ຖະ​ບານ​ສະ​ໜອງ​ໃຫ້, ​ຈຶ່ງ​ເຮັດ​ໃຫ້ນະ​ຄອນ​ນິວຢອກ​ກາຍ​ເປັນ​ຕົວ​ເມືອງ​ແຫ່ງ​ທຳ​ອິດ​ຂອງ​ອາ​ເມ​ຣິ​ກາ​ທີ່​ສາ​ມາດ​ເປີດ​ສູນ​ສັກ​ຢາ​ເສບ​ຕິດ​ທີ່​ໄດ້​ຮັບ​ການອະ​ນຸ​ຍາດ​ຢ່າງ​ເປັນ​ທາງ​ການ​ຈາກ​ລັດ​ຖະ​ບານ.
ເມື່ອການ​ປຸ້ນ​ຈີ້​ແລະ​ການ​ຄ້າ​​ຂາຍຢາ​ເສບ​ຕິດ​ກາຍ​ເປັນ​ເລື່ອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຈຶ່ງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຖອຍ​ຫຼັງ​​ໄວ​ຂຶ້ນ_fororder_b2de9c82d158ccbff6e701edc99e0239b0354158

      ນອກ​ຈາກ​ນີ້, ໃນ​ຊຸ​ມ​ປີ​ຜ່ານ​ມາ, ຫຼາຍ​ຕົວ​ເມືອງ​ເຊິ່ງ​ລວມ​ທັງ​ເມືອງ​ຟີ​ລາ​ເດວ​ເຟຍ, ນະ​ຄອນ​ຊີ​ອາໂຕ,ນະ​ຄອນ​​ປອ​ສ​ຕັນແລະ​ນະ​ຄອນ​ຊານ​ຟ​ຣານ​ຊິ​​ສ​ໂກ​ເປັນ​ຕົ້ນ​ກໍ່​ໄດ້​ພິ​ຈາ​ລະ​ນາ​​ມາໂດຍ​ຕະ​ຫຼອດ​ວ່າ​:ຈະ​ສ້າງ​ສູນ​ສັກ​ຢາ​ເສບ​ຕິດ​ທີ່​ປອດ​ໄພ​ຫຼື​ບໍ່,ຄຽງ​ຄູ່​ກັບ​ການ​ເປີດ​ນຳ​ໃຊ້​ສູນສັກ​ຢາ​ເສບ​ຕິດ​ຢູ່​ນະ​ຄອນ​ນິວຢອກ,ຕົວ​ເມືອງ​ອື່ນໆ​ຂອງ​ອາ​ເມ​ຣິ​ກາ​ກໍ່​ອາດ​ຈະ​ຄິດ​ເຮັດ​ຕາມ​ຫຼັງ.
ເມື່ອການ​ປຸ້ນ​ຈີ້​ແລະ​ການ​ຄ້າ​​ຂາຍຢາ​ເສບ​ຕິດ​ກາຍ​ເປັນ​ເລື່ອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຈຶ່ງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຖອຍ​ຫຼັງ​​ໄວ​ຂຶ້ນ_fororder_b3f9722cb6c54c3dbc9e4b17b59646d9

      ກົດ​ໝາຍ​ທີ່​ແປກ​ປະ​ຫຼາດ​ຕ່າງໆ​ຢູ່​ອາ​ເມ​ຣິ​ກາ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​​ມີປະ​ກົດ​ການ​ຫຍໍ້​ທໍ້​ແລະ​ຄວາມ​ຮຸນ​ແຮງ​ຮ້າຍ​ແຮງ​ໃນ​ສັງ​ຄັມ​ປັດ​ຈຸ​ບັນ. ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ​ກໍ​ຄື​ກັນ​ກັບ​ລົດ​ໄຟ​ຂະ​ບວນ​ໜຶ່ງ​ທີ່​ໄດ້​ແລ່ນ​ຖອຍ​ຫຼັງ, ແລ່ນ​ໜີ​ຈາກ​ປ້າຍ​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ປະ​ຊາ​ທິ​ປະ​ໄຕ​ແລະ​ຄວາມສິ​ວິ​ໄລ, ສ່ວນ​ການ​ປຸ້ນ​ຈີ້​ແລະ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ທີ່​ເປັນ​ເລື່ອງຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​​ຫ່າງໄກ​ຈາກ​ເປົ້າ​ໝາຍ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມໄວ​ຂຶ້ນ.

ຄຳ​ເຫັນ

0