郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທ​ເປີ​ດ​ໄຟ​ຂຽວໃຫ້​ສະ​ຫຼອງ​ປີ​ໃໝ່ແລະ​ດື່ມ​ເຫຼົ້າ​ໃນ​ຮ້ານ​ອາ​ຫານ​ຈົນ​ຮອດ​ຕອນ​ຂ້ອນ​ແຈ້ງ

2021-12-14 10:46:42 cri

   ວັນ​ທີ13ທັນ​ວານີ້,ທ່ານ ​ປະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີໄທ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖ​​ະບານໂດຍຕົກ​ລົງ​ວ່າ:ຈະອະ​ນຸ​ຍາດ​ໃຫ້​ຮ້ານ​ອາ​ຫານ​ແລະ​ຮ້ານ​ເຫຼົ້າ​ຕ່າງໆ​​ຢູ່​ໄທ​ເປີດ​ຮ້ານ​ໄດ້​ໃນ​ຄ່ຳ​ຄືນ​ຂອງວັນ​ຕ້ອນ​ຮັບ​ປີ​ໃໝ່ທີ່​ຈະ​ໝູນ​ວຽນ​ມາ​ເຖິງ ຄື​ເລີ່ມ​ແຕ່​ຕອນ​ຄ່ຳ​ຂອງ​ວັນ​ທີ31ທັນ​ວາ ຈົນ​ຮອດ​ຕອນ​ຂ້ອນ​ແຈ້ງ​ຂອງວັນ​ທີ1ມັງ​ກອນ​ຂອງ​ປີໃໝ່. ສຳ​ລັບ​ລູກ​ຄ້າ​ສາ​ມາດ​ດື່ມ​ເຫຼົ້າ​ໄດ້​ໃນ​ໄລ​ຍະ​​ດັ່ງ​ກ່າວ, ແຕ່ກໍ່​ມີ​ເງື່ອນ​ໄຂ​ເບື້ອງ​ຕົ້ນ ຄື ​ຮ້ານ​ອາ​ຫານຮ້ານເຫຼົ້າ​ຕ້ອງ​ລະ​ບາຍ​ອາ​ກາດ​ໃຫ້​ສະ​ອາດ. ສ່ວນຂໍ້​ກຳ​ນົດ​ໃນ​​ປັດ​ຈຸ​ບັນ​ແມ່ນ,​ເວ​ລາຂາຍ​ເຫຼົ້າ​ແລະ​ເວ​ລາ​ດື່ມ​ເຫຼົ້າ​ໃນ​ຮ້ານ​ອາ​ຫານ ​ບໍ່​ໃຫ້​ກາຍ23ໂມງ.

   ນອກນີ້​ແລ້ວ ກອງ​ປະ​ຊຸມ​ຍັງໄດ້​ຕົກ​ລົງ​ວ່າ:ໃຫ້​ສາ​ມາດ​ຈັດ​ກິດ​ຈະ​ກຳສະ​ເຫຼີມ​ສະ​ຫຼອງ​ວັນ​ຕ້ອນ​ຮັບ​ປີ​ໃໝ່​ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ໄດ້1ພັນ​ກວ່າ​ຄົນ,ແຕ່​ຜູ້​ທີ່​ເຂົ້າ​ຮ່ວມ​ຕ້ອງ​ມີ​ໃບ​ຢືນ​ຢັນ​ການ​ສັກ​ວັກ​ຊີນ​ແລ້ວ2​ເຂັມ, ແລະ​ຕ້ອງ​ໄດ້​ຮັບ​ການກວດ​ຫາ​ເຊື້ອ​ໂຄວິດ-19​. ທ່ານ​ປະ​ຢຸດ​ກ່າວ​ວ່າ: ຈະ​ປະ​ເມີນຜົນການ​ຈັດ​ກິດ​ຈະ​ກຳ​ຕ້ອນ​ຮັບ​ປີ​ໃໝ່​ພາຍ​ໃຕ້​ສະ​ພາບ​ພະ​ຍາດ​ໂຄວິດ-19ໃນ​ປັດ​ຈຸ​ບັນ​ນີ້,ເພື່ອ​ເປັນ​ບົດ​ຮຽນ​ວ່າ​ຈະ​ສາ​ມາດ​ຈັດ​ກິດ​ຈະກຳ​ຂະ​ໜາດ​ໃຫຍ່​ປະ​ເພດ​ອື່ນໆ​ໄດ້​ຫຼື​ບໍ່ໃນ​ຕໍ່​ໜ້າ.

ລັດ​ຖະ​ບານ​ໄທ​ເປີ​ດ​ໄຟ​ຂຽວໃຫ້​ສະ​ຫຼອງ​ປີ​ໃໝ່ແລະ​ດື່ມ​ເຫຼົ້າ​ໃນ​ຮ້ານ​ອາ​ຫານ​ຈົນ​ຮອດ​ຕອນ​ຂ້ອນ​ແຈ້ງ_fororder_1805114218

 

ຄຳ​ເຫັນ

0