黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເປັນ​ຜູ້​ສ້າງ, ອາ​ເມ​ຣິ​ກາ​ເປັນ​ຜູ້​ທຳ​ລາຍ!

2021-12-14 16:00:51 cri

ຈີນ​ເປັນ​ຜູ້​ສ້າງ, ອາ​ເມ​ຣິ​ກາ​ເປັນ​ຜູ້​ທຳ​ລາຍ!_fororder_微信图片_20211214155108

ວັນ​ທີ 3 ທັນ​ວາ​ນີ້, ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ເຊື່ອມ​ຕໍ​ນະ​ຄອນ​ຄຸນ​ມິງ ສ​ປ ຈີນ​ກັບ​ນະ​ຄອນ​ຫຼວງວຽງ​ຈັນ​ ສ​ປ​ປ ລາວ​ໄດ້ເປີດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ, ເຊິ່ງໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ຢ່າງ​​ຫຼາງ​ຫຼາຍ​ໃຫ້​ກັບ​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​​ສອງ​ປະ​ເທດ​ກໍ​ຄື​ພາກ​ພື້ນ, ​ໄດ້ບັນ​ລຸ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ເທດ​ລາວ​ໃນ​ການ​ຫັນ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັບພາກ​ພື້ນ​”, ສຳ​ລັບ​ປະ​ເທດ​​ລາວ​ແລ້ວ​ນີ້​ແມ່ນ​ເລື່ອງ​ທີ່​ດີ​ທີ່​ສຸດ!

ຄຽງ​ຄູ່​ກັບ​ທາງ​ລົດ​ໄຟ​ລາວ-ຈີນ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ, ປະ​ເທດ​ຕາ​ເວັນ​ຕົກ​ເຊັ່ນ: ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ອື່ນໆ​ເລີ່ມ​ໃສ່​ຮ້າຍ​ປ້າຍ​ສີ​ທາງ​ລົດ​ໄຟ​ລາວ-ຈີນ, ວາ​ລະ​ສານ the Diplomat ຂອງ​ອາ​ເມ​ຣິ​ກາ, ໜັງ​ສື​ພິມ “Financial Times”, BBC ຂອງ​ອັງ​ກິດ​ແລະ​ສື່​ມວນ​ຊົນ​ຕົ້ນ​ຕໍ​​ຂອງ​ຕາ​ເວັນ​ຕົກ​ໄດ້ຈົງ​ໃຈ​ສ້າງ​ເລື່ອງ​ກ່ຽວ​ກັບອັນ​ທີ່​ເອີ້ນ​ວ່າປະ​ເທດ​ລາວ​ພວມ​ຕົກ​ຢູ່ “​ເຫວ​ເລິກ​ຂອງເກັບ​ດັກ​ໜີ້​ສິນ​ຈີນ”, “ປະ​ເທດ​ລາ​ວ​ຈະ​ເສຍ​ລະ​ບົບ​ນິ​ເວດ​ດັ້ງ​ເດີມ​ທີ່​ສວຍ​ງາມ” ແລະ​ອື່ນໆ.

ແຕ່​ວ່າ​ສາຍ​ຕາ​ຂອງ​ປະ​ຊາ​ຊົນ​ລາວ​ຈະ​ແຈ້ງ​ຫຼາຍ, ໃນ​ສື່​ສັງ​ຄົມ​ອອນ​ລາຍ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຢູ່​ປະ​ເທດ​ລາວ​ເຊັ່ນ: Facebook, twitter ແລະ​ອື່ນໆ, ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ຫົວ​ຂໍ້ “ທາງ​ລົດ​ໄຟ​ລາວ-ຈີນ” ສ່ວນ​ຫຼາຍ​ແມ່ນ​ມີ​ຄວາ​ມ​ເຫັນ​ໄປ​ໃນ​ທາງ​ດີ, ຊາວ​ເນັດ​ຄົນ​ລາວ​ບາງ​ຄົນ​ຍັງ​​ໄດ້​ແຕ້ມ​ພາບປຽບ​ທຽບ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ແລະ​ຈີນ​ຢູ່​ປະ​ເທດ​ລາວ, ພາບ​ດັ່ງ​ກ່າວ​ໄດ້ເຜີຍ​ແຜ່​ຢູ່ທິງ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ​ລາວ​ຢ່າງວ່ອງ​ໄວ, ປະ​ຊາ​ຊົນ​ລາວ​ທັງ​ຫຼາຍ​ໄດ້​ປະ​ກອບ​ຄຳ​ເຫັນ​ຂອງ​ຕົນ​ກ່ຽວ​ກັບ​ພາບ​ດັ່ງ​ກ່າວ.

​ທ່ານ​ບຸນ​ປອນ ເພັງ​ສຸ​ວັນ ໄດ້​ຂຽນ​ວ່າ: ອາ​ເມ​ຣິ​ກາ​ຂາຍ​ອາ​ວຸດ, ຈີ​ນ​ລົງ​ທຶນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຜູ້​ໃດ​ດີ​ເປັນ​ເລື່ອງ​ຈະ​ແຈ້ງ​ທີ່​ສຸດ.

ທ່ານ Bombs Bomm ໄດ້​ຂຽນ​ວ່າ: ອາ​ເມ​ຣິ​ກາ​ໄດ້​ສ້າງ​ຄວາມ​ວຸ້ນ​ວາ​ຍ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ຂາ​ຍ​ອາ​ວຸດ​ຂອງ​ຕົນ, ບໍ່​ຄື​ກັບ​ປະ​ເທດ​ຈີນ​ໄດ້​ລົງ​ທຶນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ພາບດີ​ພາບ​ດຽວ​ກໍ​ດີກວ່າ​ຄວາມ​ເວົ້າ​​ລ້ານ​ຄຳ, ໃນ​ຊຸມ​ປີ 1960 ຫາ 1970, ກອງ​ທັບ​ອາ​ເມ​ຣິ​ກາ​ໄດ້​ຖິ້ມ​ລູກ​ລະ​ເບີດ​ຫຼາຍກວ່າ 3 ລ້ານ​ໂຕນ​​ໃສ່​ປະ​ເທດ​ລາວ, ມາ​ຮອດ​ປັດ​ຈຸ​ບັນ​, ​ລູກ​ລະ​ເປີດ​ທີ່​ບໍ່​ທັນ​ແຕກຍັງ​ຄົງ​ຄ້າງ​ຢູ່​ຜືນ​ແຜ່ນ​ດິນ​ລາວ​ຢ່າງ​ຫຼວງ​ຫຼາຍ, ປະ​ຊາ​ຊົນ​ລາວ​ຈະ​ຈື່​ຈຳ​ເລື່ອງ​ນີ້​ຈົນ​ເທົ່າ​ໃດໆ. ສ່ວນ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເຮັດ​ໃຫ້ປະ​ເທດ​ລາວຈາກ​ປະ​ເທດ​ເກືອບ​ບໍ່​ມີ​ທາງ​ລົດ​ໄຟ​ໄດ້​ກ້າວ​ສູ່​ຍຸກ​ແຫ່ງ​ການ​ຂົນ​ສົ່ງ​ດ້ວຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ. ພາຍ​ຫຼັງ​ທາ​ງ​ລົດ​ໄຟ​ລາວ-ຈີນ​ເປີດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ທັນ​ວາ​ນີ້​ແລ້ວ, ເລີ່ມ​ແຕ່​ວັນ​ທີ 4 ທັນ​ວາ​ນີ້, ສະ​ຖາ​ນີ​ລົດ​ໄຟ​​ນະ​ຄອນ​ຫຼວງວຽງ​ຈັນ​ໄດ້​ຕ້ອນ​ຮັບ​ຜູ້​ໂດຍ​ສານ​ຢ່າງ​ຫຼວງ​ຫຼາຍ, ເຂົາ​ເຈົ້າລຽນ​ແຖວ​ຍາວ​ຢຽດ​ເພື່ອ​ຊື້​ປີ້​ລົດ​ໄຟ; ສ່ວນ​ປີ້​ລົດ​ໄຟ​ນະ​ຄອນ​ຫຼວງວຽງ​ຈັນ​ຫາ​ວັງ​ວຽງ, ຫຼວງ​ພະ​ບາ​ງ​ແລະ​ບໍ່​ເຕັນ​​ໃນ​ຫຼາຍ​ມື້​ຕໍ່​ໜ້າ​ກໍ​ໄດ້​ຂາຍ​ໝົດ​​ແລ້ວ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ຊາ​ຊົນ​ລາວ​ທີ່​ມີ​ຕໍ່​ທາງ​ລົດ​ໄຟ​ລາວ-ຈີນ​​ບໍ່​ຕ້ອງ​ເວົ້າ​ຫຼາຍໃຜໆ​ກໍ​ຮູ້​ແລ້ວ, ຄວາມ​ຈິງ​ດັ່ງ​ກ່າວ​​ໄດ້​ເຮັດ​ໃຫ້​ການ​ໃສ່​ຮ້າຍ​ປ້າຍ​ສີ​​ຂອງ​ອາ​ເມ​ຣິ​ກາ​ແລະ​ສື່ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກຕໍ່​ກັບ​ທາງ​ລົດ​ໄຟ​ລາວ-ຈີນ​ເບິ່ງ​ແລ້ວ​ບໍ່​ມີ​ຫຼັກ​ຖານ.

ກໍ​ຄື​ຂໍ້​ຄວາມ​ສັ້ນ​ທີ່​ປະ​ຊາ​ຊົນ​ລາວ​ຜູ້​ໜຶ່ງ​ຂຽນ​ຢູ່ Wechat ວ່າ: China builds, America bombs! ແປ​ເປັນ​ພາ​ສາ​ລາວ​ກໍ​ແມ່ນ: ຈີນ​ເປັນ​ຜູ້​ສ້າງ, ອາ​ເມ​ຣິ​ກາ​ເປັນ​ຜູ້​ທຳ​ລາຍ​ດ້ວຍ​ລະ​ເບີດ. ນີ້​ກໍ​ແມ່ນ​ພາບ​ຄວາມ​ຈິງ​ທີ່​ສະ​ທ້ອນໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າ​ງ​ຈີນ​ກັບ​ອາ​ເມ​ຣິ​ກາ​ໄດ້​ຢ່າງ​ຊັດ​ເຈນ.

ຄຳ​ເຫັນ

0