蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮູບ​ພາບ​ທີ່​ລ້ຳ​ຄ່າ! ໝີ​ແພນ​ດາ​ປ່າ​ຢູ່​ເສ​ສວນ​ຖືກ​ຖ່າຍ​ຮູບ 15 ເທື່ອ​ພາຍ​ໃນ 44 ວັນ

2021-12-15 17:46:04 CRI

     ຫວ່າງ​ກ່ອນນີ້ບໍ່​ດົນ, ໃນ​ເວ​ລາພະ​ນັກ​ງານ​ທີ່​ເຮັດ​ວຽກ​ຢູ່​ສວນ​ສາ​ທາ​ລະ​ນະ​ໝີ​ແພນ​ດາ​ແຫ່ງ​ຊາດ​ຈີນກວດ​ຂໍ້​ມູນ​ທີ່​ໄດ້​ເກັບ​ກຳ​ໂດຍ​ກ້ອງ​ຖ່າຍ​ຮູບ​ແສງ​ອິນ​ຟ​ຣາ​ແຣດ​ເຣໃນ​ໄຕ​ມາດ​ທີ 4 ປີ 2021, ໄດ້​ພົບ​ໝີ​ແພນ​ດາ 15 ເທື່ອຢູ່​ລະ​ຫວ່າງວັນ​ທີ 9 ຕຸ​ລາຫາ​ວັນ​ທີ 21 ພະ​ຈິກ​ປີ 2021, ໄດ້​ເກັບ​ພາບ 18 ໃບ​ແລະ​ວິ​ດີ​ໂອ 14 ຕອນ.

ຮູບ​ພາບ​ທີ່​ລ້ຳ​ຄ່າ! ໝີ​ແພນ​ດາ​ປ່າ​ຢູ່​ເສ​ສວນ​ຖືກ​ຖ່າຍ​ຮູບ 15 ເທື່ອ​ພາຍ​ໃນ 44 ວັນ_fororder_大熊猫1

     ຮູບ​ຖ່າຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ມີ​ໝີ​ແພນ​ດາ​ໂຕ​ໜຶ່ງ​ຖືກ​ຖ່າຍ​ຮູບ​ຫຼາຍ​ເທື່ອ, ມັນ​ມັກ​ອອກ​ມາ​ເຄື່ອນ​ໄຫວ​ໃນ​ຕອນ​ຮຸ່ງ​ເຊົ້າ​ຫຼື​ຕອນ​ແລງ, ບາງ​ເທື່ອ​ຍ່າງ​ໄວໆ, ບາງ​ເທື່ອ​ກິນ​ເຂົ້າ​ແຊບໆ​ຢູ່​ໜ້າ​ກ້ອງ.

ຮູບ​ພາບ​ທີ່​ລ້ຳ​ຄ່າ! ໝີ​ແພນ​ດາ​ປ່າ​ຢູ່​ເສ​ສວນ​ຖືກ​ຖ່າຍ​ຮູບ 15 ເທື່ອ​ພາຍ​ໃນ 44 ວັນ_fororder_大熊猫2

     ໃນ​ເວ​ລາ 2 ໂມງ 50 ນາ​ທີ​ຂອງ​ວັນ​ທີ 18 ພະ​ຈິກແລ້ວນີ້, ​ກ້ອງ​ຖ່າຍ​ຮູບ​ຍັງ​ໄດ້​ຈັບ​ພາບ​ແມ່​ແລະ​ລູກ​ໝີ​ແພນ​ດາ​ຍ່າງ​ຜ່ານ​ໜ້າ​ກ້ອງ​ຢ່າງ​ສະ​ບາຍ​ສະ​ບາຍ, ໝີ​ແພນ​ດາ​ນ້ອຍ​ຕິດ​ຕາມ​ແມ່​ຍ່າງ​ໄປ​ຢ່າງ​ໜ້າ​ຮັກ, ເບິ່ງ​ແລ້ວ​ແຂງ​ແຮງ​ດີ.

ຄຳ​ເຫັນ

0