吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນຄຸກແຂວງພິດສະນຸໂລກຂອງໄທໄດ້ເພີ່ມຂຶ້ນຮອດ 1.559 ກໍລະນີ

2021-12-15 10:26:39 CRI

ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນຄຸກແຂວງພິດສະນຸໂລກຂອງໄທໄດ້ເພີ່ມຂຶ້ນຮອດ 1.559 ກໍລະນີ_fororder_监狱


     ວັນທີ 14 ທັນວານີ້ ສື່ມວນຊົນໄທລາຍງານວ່າ, ໃນການກວດເຊື້ອພະຍາດໂຄວິດ-19 ແບບໄວຕໍ່ນັກໂທດໃນຄຸກແຂວງພິດສະນຸໂລກ ພາກເໜືອຂອງໄທ, ຈຳນວນຜູ້ທີ່ຜົນເປັນບວກເພີ່ມຂຶ້ນຮອດ 1.599 ກໍລະນີ. ໃນຄຸກແຫ່ງດັ່ງກ່າວລວມມີນັກໂທດ 2.190 ຄົນ, ມີແຕ່ 691 ຄົນໄດ້ຮັບຜົນການກວດເປັນລົບເທົ່ານັ້ນ.


     ເຈົ້າແຂວງພິດສະນຸໂລກກ່າວວ່າ, ພາກສ່ວນທີ່ກ່ຽວຂ້ອງພວມດຳເນີນການກວດກາຕື່ມອີກ. ຜູ້ຕິດເຊື້ອພະຍາດສ່ວນຫຼາຍບໍ່ມີອາການ ຫຼື ມີອາການເບົາ, ມີແຕ່ຄົນດຽວມີອາການໜັກ ແລະ ໄດ້ຖືກສົ່ງຮອດໂຮງໝໍທ້ອງຖິ່ນ.


     ຕາມຄາດຄະເນຂັ້ນເບື້ອງຕົ້ນ, ແຫຼ່ງເຊື້ອພະຍາດມາຈາກພະນັກງານຂອງຄຸກ, ຜູ້ສົ່ງສິນຄ້າຈາກທາງນອກ ຫຼື ທ່ານໝໍພະແນກແຂ້ວທີ່ເຄີຍໄປປິ່ນປົວໃຫ້ນັກໂທດໃນຄຸກພາຍໃນເວລາ 2 ອາທິດ.

ຄຳ​ເຫັນ

0