尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ “ຂວ້ຳ​ບາດ​ທາງ​ການ​ທູດ” ຈະ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ຜົນ​ສຳ​ເລັດ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້

2021-12-15 17:20:19 cri

ການ “ຂວ້ຳ​ບາດ​ທາງ​ການ​ທູດ” ຈະ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ຜົນ​ສຳ​ເລັດ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້_fororder_6a63f6246b600c33659e82219fd12806dbf9a19f

      ຫວ່າງ​ມໍ່​ໆ​ມາ​ນີ້,ອາ​ເມ​ຣິ​ກາ​ແລະ​ບາງ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ​ບໍ່​ເທົ່າ​ໃດ​ປະ​ເທດ​ໄດ້​ປະ​ຕິ​ເສດມະ​ຕິຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ວ່າ​ດ້ວຍ​ການ​ຢຸດ​ຍິງ​ໃນ​ໄລ​ຍະ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ,ແລະ​ໄດ້​ສ້າງ​ເລື່ອງ​ໜ້າ​ຕະ​ຫຼົກ​ໂດຍ​ກ່າວ​ວ່າ “ຈະ​ບໍ່​ສົ່ງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ”. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ມາ​ເປັນ​ຫຼາຍ​ຄັ້ງ​ແລ້ວ​ວ່າ: ​ຕົວ​ລະ​ຄອນ​ຫຼັກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແມ່ນ​ນັກ​ກິ​ລາ​ຈາກ​ບັນ​ດາ​ປະ​ເທດ​ໃນ​ໂລກ,ຫາກ​ບໍ່​ແມ່ນ​ນັກ​ການ​ເມືອງ​ບາງ​​ຄົນ​ທີ່ປະ​ກາດ​​ວ່າ ​“​ຂວ້ຳ​ບາດ​ທາງ​ການ​ທູດ” ​ໂດຍ​ຫວັງຜົນ​ປະ​ໂຫຍດ​ສ່ວນ​ຕົວ​ໃນ​ທາງ​ການ​ເມືອງ. ພວກ​ເຂົາ​ເຈົ້າ​ມາ​ຫຼື​ບໍ່​ມາ​ເຂົ້າ​ຮ່ວມ​ງານ​ໂອ​ລິມ​ປິກ​ຢູ່​ປະ​ເທດ​ຈີນ,ຈະ​ບໍ່​ມີ​ຜົນ​ກະ​ທົບ​ຫຍັງ​ເລີຍ​ຕໍ່​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແບບ​ງ່າຍ​ດາຍ,ມີ​ຄວາມ​ປອດ​ໄພ​ແລະ​​ໜ້າ​ຊົມ​ຄັ້ງ​ໜຶ່ງ.

      ໃຜໆ​ກໍ່​ຮູ້​ແລ້ວວ່າ, ​ງານ​ກິ​ລາ​ໂອ​ລິມ​ປິກ​ແມ່ນ​ງານ​ມະ​ໂຫລານ​ຂອງ​ນັກ​ກິ​ລາ​ແລະ​ຜູ້​​ມັກຮັກ​ກິ​ລາ​ທັງ​ຫຼາຍ,ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ແລະ​ບາງ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ​ໄດ້​ລະ​ເມີດ​ຫຼັກ​ການ “​ກິ​ລາ​ໂອ​ລິມ​ປິກ​ຕ້ອງ​ຮັກ​ສາ​ຄວາມ​ເປັນ​ກາງ​​ທາງ​ດ້ານການ​ເມືອງ​” ທີ່ “ກົດ​ບັດ​ໂອ​ລິມ​ປິກ” ​ໄດ້ລະ​ບຸ​ໄວ້​​ນັ້ນຢ່າງ​ໜັກ​ໜ່ວງ,ໄດ້​ຢືນ​ຢູ່​ຝ່າຍ​ກົງ​ກັນ​ຂ້າມ​​ກັບນັກ​ກິ​ລາ​ແລະ​ຜູ້​ມັກຮັກ​ກິ​ລາ​ທັງ​ຫຼາຍ​ຢູ່​ໃນ​ໂລກ. ​ໃນ​ຄວາມ​ເປັນ​ຈິງ​ແລ້ວປະ​ເທດ​ສ່ວ​ນ​ໃຫຍ່​ໃນ​ປະ​ຊາ​ຄົມ​ໂລກ​ເຊິ່ງ​ລວມ​ທັງ​ປະ​ເທດ​ລາວ​ລ້ວນ​ແຕ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ຫວັງ​ໃຫ້ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ຈັດ​ຂຶ້ນດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ. ວັນ​ທີ 7 ທັນ​ວາ​ນີ້,ກ່ຽວ​ກັບ​ຄຳ​ເວົ້າ​ທີ່​ວ່າ “​ຂວ້ຳ​ບາດ​ທາງ​ການ​ທູດ” ​ທີ່ອາ​ເມ​ຣິ​ກາ​ກໍ່​ຂຶ້ນ​ກັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ນັ້ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ໂອ​ລິມ​ປິກ​ຄັ້ງ​ທີ 10 ແລະ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ​:ເດັດ​ດ່ຽວ​ຄັດ​ຄ້ານ​ການ​ຫັນກິດ​ຈະ​ກຳ​ແລະ​ກິ​ລາ​ໂອ​ລິມ​ປິກ​ເປັນ​ບັນ​ຫາ​ການ​ເມືອງ, ​ທັງ​ໄດ້​ສະ​ແດງການ​ສະ​ໜັບ​ສະ​ໜູນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປີດ​ເຜີຍ. ອາ​ເມ​ຣິ​ກາ​ແລະ​ບາງ​ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ສາ​ມາດ​ເປັນ​ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ໂລກ​​ໄດ້​,ຄຳ​​ທີ່ວ່າ “​ຂວ້ຳ​ບາດ” ​ບໍ່ພຽງ​ແຕ່​ຈະ​ເປັນ​ການ​ສ້າງ​ຄວາມ​ໂດດ​ດ່ຽວ​​ໃຫ້​ແກ່​ຕົນ​ເອງເທົ່າ​ນັ້ນ,​ຍັງ​ຈະ​ສ້າງ​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ໃຫ້​ຕົນ​ເອງ​ອີກ​ດ້ວຍ.
ການ “ຂວ້ຳ​ບາດ​ທາງ​ການ​ທູດ” ຈະ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ຜົນ​ສຳ​ເລັດ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້_fororder_d1cc-dec07cbafe6f694bc119175ad4900189

      ຂ່າວ​ແຈ້ງວ່າ: ອີງ​ຕາມ​ກະ​ຕິ​ກາ​ມາ​ລະ​ຍາດຂອງ​ງາ​ນ​ກິ​ລາ​ໂອ​ລິມ​ປິກ,ຜູ້​ນຳ​ບັນ​ດາ​ປະ​ເທດ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​​ຕ້ອງ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກ​ຄະ​ນະ​ກຳ​ມະ​ການ​​ໂອ​ລິມ​ປິກ​ຂອງ​ປະ​ເທດ​ເຈົ້າ​ພາບ​ແລະຕ້ອງ​ລົງ​ທະ​ບຽນ​ໃນ​ລະ​ບົບ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່ອນ. ປະ​ເທດ​ຈີນ​ບໍ່​ໄດ້​ເຊື້ອ​ເຊີນ​ປະ​ເທດ​ເຫຼົ່າ​ນີ້​ແຕ່​ເບື້ອງ​ຕົ້ນ,ອັນ​ທີ່​ເຂົາ​ເຈົ້າ​ວ່າ “ຂວ້ຳ​ບາດ” ຈະ​ເຮັດ​ໄດ້​ແນວ​ໃດ?

      ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 76 ໄດ້​ປຶກ​ສາ​ຫາ​ລື​​ກັນ​ແລະ​ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ຮັບ​ຮອງ​ມະ​ຕິ​ວ່າ​ດ້ວຍ​ການ​ຢຸດ​ຍິງ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ທີ່​ປະ​ເທດ​ຈີນ​ແລະ​ຄະ​ນະ​​ກຳ​ມະ​ການໂອ​ລິມ​ປິກ​ສາ​ກົນ​ຮ່ວມ​ກັນ​ຮ່າງ​ຂຶ້ນ ໂດຍ​ມີປະ​ເທ​ດ​ສະ​ມາ​ຊິກ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ 173 ປະ​ເທດ​​ຮ່ວມ​ກັນ​ສະ​ເໜີຍັດ​ຕິ​ດັ່ງ​ກ່າວ,​ເຊິ່ງໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ທີ່​​ມີຈຳ​ນວນ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ​ຫຼາຍ​ທີ່​ສຸດໄດ້

ຮ່ວມ​ກັນ​ສະ​ເໜີ​​ຍັດ​ຕິກ່ຽວ​ກັບ​ການ​ຢຸດ​ຍິງ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາ​ວ​​ເຊິ່ງ​ຫຼາຍກວ່າ​ຫຼາຍ​ຄັ້ງ​ຜ່ານ​ມາ. ລັດ​ຖະ​ບານ​ແລະ​ຄະ​ນະ​ກຳ​ມະ​ການໂອ​ລິມ​ປິກ​ແຫ່ງ​ຊາດ​​​ຂອງບັນ​ດາ​ປະ​ເທດ​ກໍ່​ນັບ​ມື້​ນັບ​ຫຼາຍ​ໄດ້​​ສະ​ແດງ​ທ່າ​ທີ​ເຫັນ​ດີ​ແລະສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປີດ​ເຜີຍ. ທັງ​ໝົດ​ເຫຼົ່າ​ນີ້​ໄດ້ເປັນ​ການ​ສົ່ງ​ສັນ​ຍານ​ທີ່​ເຂັ້ມ​ແຂງ​​ໃຫ້​ກັບ​ໂລກ,​ທັງໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ປະ​ຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ເຊື່ອ​ໝັ້ນ​ວ່າ: ຈະ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້​ຢ່າງ​ເຕັມ​ສ່ວນ, ທັງໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຄົມ​ໂລກ​ທີ່​ມີ​ຕໍ່​​ກິ​ລາ​ໂອ​ລິມ​ປິກ​ແລະ​ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ.

      ເຈົ້າ​ໜ້າ​ທີ່ອາ​ເມ​ຣິ​ກາ​ກໍ​ຄື​ບາງ​ປະ​ເທດ​ຕາ​ເວັນ​ຕົກ​ຈະ​ເຂົ້າ​ຮ່ວມ​ຫຼື​ບໍ່,ຈະ​ບໍ່​ມີ​ຜົນ​ກະ​ທົບ​ຫຍັງ​ເລີຍ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ:ພາຍ​ໃຕ້​ທິດ​ຊີ້​ນຳ​​ຕາມ​ຈິດ​ໃຈ​ໂອ​ລິມ​ປິກແລະ​ຄວາມ​ພະ​ຍາ​ຍາມ​ຮ່ວມ​​ຂອງ​ບັນ​ດາ​ຝ່າຍ,ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຍ່ອມ​ຈະ​ສາ​ມາດ​ກາຍ​ເປັນ​ເວ​ທີ​ທີ່ໂດດ​ເດັ່ນໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ຂວັນ​ໂອ​ລິມ​ປິກ​ຄື:ໄວກວ່າ​ເກົ່າ,ສູງ​ກວ່າ​ເກົ່າ,ເຂັ້ມແຂງ​​ກວ່າ​ເກົ່າ ແລະ ​ສາ​ມັກ​ຄີ​ກວ່າ​ເກົ່າ,ທັງ​ຈະ​ສາ​ມາດບັນ​ລຸ​ເປົ້າ​ໝາຍ​ທີ່​​ປະ​ຊາ​ຊົນ​ຈີນ 300 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ກິ​ລາ​ຫິ​ມະ​ແລະ​ນ້ຳ​ກ້ອນ,​ເຊິ່ງ​ເປັນ​ການປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ​ແລະ​ສວຍ​ງາມກວ່າ​ເກົ່າ​.

ຄຳ​ເຫັນ

0