吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງ​ການປັບ​ປຸງ​​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ມຽນ​ມາ​ທີ່ ສ​ປ ຈີນ​ໃຫ້​ການຊ່ວຍ​ເຫລືອ​​ໄດ້​​ສ້າງສຳ​ເລັດ ແລະ​ມອບ-ຮັບ​ແລ້ວ

2021-12-15 17:26:43 cri

图片默认标题_fororder_缅甸

    ພິ​ທີ​ມອບ-ຮັບ​ໂຄງ​ການປັບ​ປຸງ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ມຽນ​ມາ​ທີ່​ ສ​ປ ຈີນ​ໃຫ້​ການ​ຊ່ວຍ​ເຫລືອ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງ​ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 14 ທັນ​ວາ​ນີ້.

    ຫລັ​ງ​ຈາກມອບ-ຮັບ​ໂຄງ​ການ​ດັ່ງ​ກ່າວ​ແລ້ວ,  ສ​ປ ຈີນ​ຈະ​ສືບ​ຕໍ່​ຈັດ​ການ​ຝຶກ​ອົບ​ຮົມ​ດ້ານ​ເຕັກ​ນິ​ກ​ທີ່​ຈຳ​ເປັນ​ໃຫ້​ກັບ​ພະ​ນັກ​ງານ​ຝ່າຍ​ມຽນ​ມາ.

    ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ມຽນ​ມາ​ໄດ້​ສ້າ​ງ​ສຳ​ເລັດ​ ແລະ​ເລີ່ມ​ນຳ​ໃຊ້​ໃນ​ປີ 1986, ມີ​ເນື້ອ​ທີ່ 6,95 ເຮັກ​ຕາ, ເນື້ອ​ທີ່​ທັງ​ໝົດ​ຂອງ​ສິ່ງ​​ກໍ່​ສ້າງ​ຕ່າງໆ​ແມ່ນ 2,6 ໝື່ນ​ຕາ​ແມັດ. ​ພິ​ທີ​ເລີ່ມ​ລົງ​ມື​ປັບ​ປຸງ​ໂຄງ​ການ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໃນ​ເດືອນ​ສິງ​ຫາ ປີ 2019. ໂຄງ​ການ​ປັບ​ປຸງ​ປະ​ກອບ​ດ້ວຍ​ການ​ສ້ອມ​ແປງ ແລະ​ຍົກ​ລະ​ດັບ​ການ​ຕົບ​ແຕ່ງພາຍ​ໃນ ແລະ​ພາຍນອກ, ​ການ​ຕິດ​ຕັ້ງອຸ​ປະ​ກອນ​ເຄື່ອງ​ຈັກ ແລະ​ເຄື່ອງ​ເອ​ເລັກ​ໂຕຼ​ນິກ​ຕ່າງໆ ແລະໄຟ​ແສງ​ສີເປັນ​ຕົ້ນ.

ຄຳ​ເຫັນ

0