吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປກວດ​ພົບ​ຜູ້​ຕິດ​ເຊື້ອ​ໂອ​ມີຄ​ຣອນ 16 ກໍ​ລະ​ນີ

2021-12-15 17:23:19 cri

ສິງ​ກະ​ໂປກວດ​ພົບ​ຜູ້​ຕິດ​ເຊື້ອ​ໂອ​ມີຄ​ຣອນ 16 ກໍ​ລະ​ນີ_fororder_新加坡

    ​ວັນ​ທີ 14 ທັນ​ວາ​ນີ້, ທ່ານ​ເຄັນ​ເນັດ ມາກ ຫົວ​ໜ້າ​ໜ່ວຍ​ບໍ​ລິ​ການ​ດ້ານ​ຢາ​ປົວ​ພະ​ຍາດ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສິງ​ກະ​ໂປ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ຂອງ​ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ ແລະ​ຄວບ​ຄຸ​ມ​ພະ​ຍາດ​ໂຄວິດ-19ວ່າ: ສິງ​ກະ​ໂປ​ໄດ້​ກວ​ກ​ພົບ​ຜູ້​ຕິດ​ເຊື້ອ​ໂຄວິດ​ສາຍ​ພັນ​ໂອ​ມີ​ຄ​ຣອນ 16 ກໍ​ລະ​ນີ, ໃນ​ນັ້ນ, ມີ 2 ກໍ​ລະ​ນີ​ແມ່ນກວດ​ພົບ​ຢູ່​ພາຍ​ໃນ​ສິງ​ກະ​ໂປ, ​ສ່ວນອີກ 14 ກໍ​ລະ​ນີ​ເປັນ​ຜູ້​​ເດີນ​ທາງເຂົ້າ​ປະ​ເທດ​ສິງ​​ກະ​ໂປ.

    ທ່ານ​ເຄັນ​ເນັດ ມາ​ກ​ກ່າວ​ວ່າ:  2 ກໍ​ລະ​ນີ​ທີ່ກວດ​ພົບ​ຢູ່​ພາຍ​ໃນ​ສິງ​ກະ​ໂປ​ແມ່ນ​ພະ​ນັກ​ງານ​ຂອງ​ສະ​ໜາມ​ບິນ​ຊາງ​​ຈີ​ສິງ​ກະ​ໂປ, ເຂົາ​ເຈົ້າ​ຖືກກວດ​ພົບ​ຜ່ານ​ການກວດ​ຫາ​ເຊື້ອ​ໂຄວິດ-19ປະ​ຈຳ, ​ເຊິ່ງ​ທັງ​ສອງລ້ວນ​ແຕ່​ໄດ້​ສັກ​ວັກ​ຊີນ​ແລ້ວ ແລະ​ບໍ່​ມີ​ອາ​ການ​ໃດໆ.

    ​​ສຳ​ລັ​ບອີກ 14 ກໍ​ລະ​ນີ​ນັ້ນ​ແມ່ນ​ບຸ​ກ​ຄົນ​ທີ່​ເດີນ​ທາງ​ມາ​ຈາກ​ອາ​ເມ​ຣິ​ກາ, ອັງ​ກິດ, ຝ​ຣັ່ງ, ເຢຍ​ລະ​ມັນ, ແຟງ​ລັງ, ອິນ​ເດຍ, ດູ​ໄບ, ສະ​ຫະ​ລັດອາ​ຣັບ​ເອ​ມີ​ເຣດ, ​ກາ​ຕາ, ນີ​ເຊ​​ຣີ, ໂມ​ຊຳ​ບິກ ແລະ​ອາ​ຟ​ຣີ​ກາ​ໃຕ້.

 

ຄຳ​ເຫັນ

0