郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານກາງມຽນ​ມາໄດ້ປະ​ກາດ​ວ່າ ຢູ່​ເຂດ​ຊາຍ​ແດນ​ມຽນ​ມາ-ຈີ​ນ ສາ​ມາດ​ໃຊ້​ເງິນຢວນ​ຈີນ​ແລະ​ເງິນ​​ຈາດມຽນ​ມາໃນ​ການ​ຄ້າ​ຂາຍ​ສິນ​ຄ້າ​ໄດ້

2021-12-15 16:50:37 cri

图片默认标题_fororder_2058613158

​​​   ວັນ​ທີ 14 ທັນ​ວານີ້, ທະ​ນາ​ຄານ​ກາງມຽນ​ມາໄດ້ອອກແຈ້ງ​ການ​ໂດຍ​ລະ​ບຸ​ວ່າ: ນັບແຕ່​ວັນ​ທີ14ທັນ​ວານີ້​ເປັນ​ຕົ້ນ​ໄປ ໄດ້​ອະ​ນຸ​ຍາດ​ໃຫ້​ໃຊ້​ເງິນຢວນ​ຈີນ​ແລະ​ເງິນ​ຢັ​ຈາດມຽນ​ມາໃນ​ການ​ຄ້າ​ຂາຍ​ສິນ​ຄ້າຢູ່​ເຂດ​ຊາຍ​ແດນ​ມຽນ​ມາ-ຈີ​ນ.

   ​ໃນແຈ້ງ​ການ​ໄດ້​ລະ​ບຸ​ວ່າ: ທະ​ນາ​ຄານ​ທີ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ໃຫ້​​ໃຊ້​ເງິນຢວນ​ຈີນ​ແລະ​ເງິນ​​ຈາດມຽນ​ມາໃນ​ການ​ຄ້າ​ຂາຍໂດຍ​ກົງ​ນັ້ນ ສາ​ມາດ​ເປີດ​​ບັນ​ຊີ​ສະ​ເພາະ​ເງິນຢວນ​ຈີນສຳ​ລັບ​ບຸກ​ຄົນ​ທີ່​ເຮັດ​ທຸ​ລະ​ກິດ​ຂາ​ເຂົ້າ​ຂາ​ອອກ.

   ​ເດືອນ​ມັງ​ກອນ​ປີ2019,ທະ​ນາ​ຄານ​​ກາງມຽນ​ມາໄດ້​ປະ​ກາດວ່າ​ນຳ​ໃຊ້​ເງິນຢວນ​ຈີນ​​ເປັນ​ເງິນ​ຊຳ​ລະ​ສະ​ສາງ​ທາງ​ການ,​ເມື່ອຮອດ​ເດືອນ​ຕຸ​ລາ​ປີ2021ນີ້ ໄດ້​ອະ​ນຸ​ຍາດ​ໃຫ້​ສາ​ມາດ​ແລກ​ປ່ຽນ​ເງິນຢວນ​ຈີນ​ໄດ້​ຢູ່​ພາຍ​ໃນ​ມຽນ​ມາ. ພາຍ​ຫຼັງ​ມີ​ແຈ້ງ​ການ​ສະ​ບັບ​ໃໝ່​ແລ້ວ,ນັກ​ທຸ​ລະ​ກິດ​ແລະ​ບຸກ​ຄົນ​ທີ່​ຄ້າ​ຂາຍ​ຢູ່​ເຂດ​ຊາຍ​ແດນ ສາ​ມາດ​ເປີດບັນ​ຊີ​ເງິນຢວນ​ຈີນ​ທີ່​ຖືກ​ຕ້ອງຕາມ​ກົດ​ໝາຍມຽນ​ມາ ເພື່ອ​ຫຼຸດ​ຄວາມ​ເສຍ​ຫາຍ​ຈາກອັ​ດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ໃຫ້​ໜ້ອຍ​ລົງ.

ຄຳ​ເຫັນ

0